ໃນເມືອງ ສເວ ໂກໂກ ທີ່ມີຂີ້ຝຸ່ນໄງ່ກຸ້ມ, ຕັ້ງຢູ່ເຂດຊາຍແດນຂອງປະເທດ ມຽນມາ ນັ້ນ,
ເຈົ້າຂອງຮ້ານຂາຍເຄື່ອງຊົນເຜົ່າກະຫຼ່ຽງ ທ້າວ ຊໍ ຕູ ໄດ້ເຊັດຂີ້ຝຸ່ນອອກຈາກຖົງໝາກ
ເຜັດແດງ ໃນຂະນະທີ່ລາວກຽມຂາຍເຄື່ອງອີກມື້ນຶ່ງຢູ່ຕະຫຼາດທ້ອງຖິ່ນ.
ສິ່ງຂອງບໍລິໂພກພື້ນຖານຄື ເຂົ້າ, ຜັກບົ່ວ ແລະ ນ້ຳມັນແຕ່ງກິນແມ່ນມີຂາຍຢູ່ຮ້າຍຂອງ
ທ້າວ ຊໍ ຕູ, ແຕ່ພື້ນຖານໂຄງລ່າງຂອງເມືອງນັ້ນ ແມ່ນບໍ່ໄດ້ຮັບການປັບປຸງຫຼາຍສົມ
ຄວນ ນັບຕັ້ງແຕ່ການຢຸດຍິງໄດ້ຖືກເຊັນລະຫວ່າງ ກອງທັບບົກ ມຽນມາ ກັບ ກຸ່ມຕິດ
ອາວຸດຊົນເຜົ່າຢູ່ພາຍໃນລັດນັ້ນ ໃນປີ 2012 ເປັນຕົ້ນມາ.
ທ້າວ ຊໍ ຕູ, ຜູ້ທີ່ໄດ້ໜີອອກຈາກບ້ານເກີດຂອງລາວເມື່ອຊາວກວ່າປີແລ້ວ ແຕ່ໄດ້ກັບ
ຄືນໄປໃນປີ 2011 ທີ່ຜ່ານມາ, ໄດ້ກ່າວວ່າ “ປະຊາຊົນຕ້ອງການນ້ຳ ແລະ ບາງບ່ອນ
ແມ່ນບໍ່ມີລະບົບໄຟຟ້າ ແລະ ນ້ຳໃຊ້. ພວກເຮົາມີຢູ່ໃນຂົງເຂດທຸລະກິດຕະຫຼາດເທົ່າ
ນັ້ນ.”
ໃນຂະນະທີ່ພື້ນຖານໂຄງລ່າງໃນທ້ອງຖິ່ນຍັງຂາດແຄນຢູ່ນັ້ນ, ການເຕີບໂຕທາງເສດ
ຖະກິດແມ່ນໄດ້ຂະຫຍາຍຕົວຂຶ້ນ ໃນເສັ້ນທາງຂອງໂຄງການກໍ່ສ້າງທີ່ສຳຄັນຢູ່ຂອບ
ຂອງເມືອງດັ່ງກ່າວ.
ຂົງເຂດບ້ານພັກຕາກອາກາດ, ເຊິ່ງຄົນໃນທ້ອງຖິ່ນໄດ້ຕັ້ງສາຍາໃຫ້ວ່າ “ເມືອງຈີນ”
ນັ້ນ, ໄດ້ຖືກພັດທະນາຂຶ້ນຢູ່ຂ້າງແມ່ນ້ຳ ເມີຍ, ເຊິ່ງແຍກປະເທດ ມຽນມາ ອອກຈາກ
ໄທ.
ບ້ານພັກຕາກອາກາດຂະໜາດໃຫຍ່ ແລະ ການຂະຫຍາຍຕົວເມືອງ ຈະປົກຄຸມພື້ນ
ທີ່ 809 ເຮັກຕາ ຕາມເຂດຊາຍແດນ ລວມທັງເຮືອນລາຄາແພງ, ຄອນໂດ, ໂຮງແຮມ,
ສູນການຄ້າ, ສະໜາມກັອຟ ແລະ ກາຊີໂນຫຼາຍແຫ່ງ.