ນັກທຸລະກິດຈີນມີຄວາມໄດ້ປຽບນັກທຸລະກິດລາວໃນທຸກດ້ານ ໂດຍສະເພາະແມ່ນດ້ານເງິນທຶນ-ເທັກນິກ ແລະບຸກຄະລາກອນ ກໍຄືປັດໄຈທີ່ເຮັດໃຫ້ນັກທຸລະກິດຈີນ ໄດ້ຄວບຄຸມທຸລະກິດທຸກ ຂະແໜງໃນລາວ ຢ່າງຄົບວົງຈອນ, ຊົງຣິດ ໂພນເງິນມີລາຍງານເລື້ອງນີ້ມະສະເໜີທ່ານມາຈາກບາງກອກ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການໄດ້ປຽບຂອງນັກທຸລະກິດຈີນຢູ່ໃນລາວ
ຜູ້ຊ່ຽວຊານຊາວຈີນ ຊຶ່ງດໍາເນີນທຸລະກິດເປັນທີ່ປຶກສາທາງດ້ານກົດຫມາຍ ແລະ ການລົງທຶນ ໃນລາວຢືນຢັນວ່າ ບັນດານັກທຸລະກິດຈີນທີ່ເຂົ້າມາລົງທຶນ ແລະ ດຳເນີນທຸລະກິດຢູ່ໃນລາວ ຕ່າງກໍລ້ວນແຕ່ມີຄວາມໄດ້ປຽບ ຕໍ່ບັນດານັກທຸລະກິດລາວໃນທຸກໆດ້ານ ໂດຍສະເພາະ ແມ່ນ ດ້ານເງິນທຶນ, ດ້ານເທັກນິກ ແລະ ບຸກຄະລາກອນ ທີ່ມີຄວາມຮູ້ຄວາມສາມາດນັ້ນ ເປັນປັດ ໄຈສໍາຄັນ ທີ່ເຮັດໃຫ້ນັກທຸລະກິດຈີນສາມາດຄວບຄຸມທຸລະກິດການຄ້າ ແລະການບໍລິການ ທຸກຂະແໜງໃນລາວ ທັງຍັງມີທ່າອຽງເພີ່ມຂຶ້ນນັບມື້ອີກດ້ວຍ ໃນຂະນະທີ່ພື້ນຖານທາງທຸລະ ກິດຂອງລາວນັ້ນ ຍັງບໍ່ມີການພັດທະນາໃນທຸກດ້ານໂດຍສະເພາະແມ່ນການຜະລິດສິນຄ້າ ແລະ ບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ໃນແຕ່ລະພາກທຸລະກິດນັ້ນ ດັ່ງທີ່ຜູ້ຊ່ຽວຊານຈີນ ໄດ້ໃຫ້ການຢືນຢັນວ່າ:
“ຄົນຈີນຮູ້ທັງພາສາຈີນ ແລະພາສາລາວ ແລ້ວກະມີຂໍ້ມູນຕ່າງໆ ສາມາດເອົາຈາກຈີນມາໃຊ້ຢູ່ລາວ ແນ່ນອນໄດ້ປຽບ ບໍ່ວ່າຈະເປັນການຂາຍສິນຄ້າ ຫລືວ່າຂາຍຄວາມຮູ້. ດຽວນີ້ ພື້ນຖານ ໂຄງຮ່າງຂອງລາວຍັງຖືວ່າອ່ອນແອຫລາຍ ບໍ່ວ່າຈະເປັນໃນທາງອຸດສາຫະກໍາເບົາ ແລະ ອຸດສາຫະກໍາຫນັກ ສິນຄ້າສ່ວນຫລາຍຍັງອີງໃສ່ການນໍາເຂົ້າເປັນຫຼັກ ແນ່ນອນທຶນຮອນເປັນດ້ານນຶ່ງ ແລ້ວກະປະສົບການກະເປັນດ້ານນຶ່ງ ມັນຂຶ້ນກັບພື້ນຖານປະຊາກອນ. ອັນນີ້ ສໍາຄັນ ທີ່ສຸດ.”
ນອກຈາກນັ້ນ, ການເປັນຫຸ້ນສ່ວນຍຸດທະສາດ-ຄູ່ຮ່ວມຊະຕາກຳ ໃນການພັດທະນາຮອບດ້ານລະຫວ່າງລາວກັບຈີນ ໂດຍທີ່ລັດຖະບານຂອງສອງປະເທດໄດ້ຈັດຕັ້ງປະຕິບັດແຜນແມ່ບົດການຮ່ວມມືລະຫວ່າງກັນ ນັບແຕ່ປີ 2016 ເປັນຕົ້ນມາ ກໍຖືເປັນປັດໄຈສຳຄັນອີກປັດໄຈນຶ່ງ ທີ່ເຮັດໃຫ້ຈີນເປັນຜູ້ລົງທຶນທີ່ມີມູນຄ່າສູງທີ່ສຸດໃນລາວ ໂດຍສະເພາະແມ່ນ ການ ລົງທຶນໃນຕະຫລອດແລວທາງລົດໄຟລາວ-ຈີນໃນລາວນັ້ນ ກໍຄືເຂດທີ່ການລົງທຶນຂອງຈີນເພີ່ມຂຶ້ນຫຼາຍທີ່ສຸດ ເພາະວ່າ ລັດຖະບານລາວ ອະນຸຍາດໃຫ້ບໍລິສັດຈີນສາມາດສະແຫວງຫາຜົນປະໂຫຍດ ຈາກທີ່ດິນທັງສອງຟາກທາງລົດໄຟ ໂດຍບໍ່ຕ້ອງເສຍຄ່າເຊົ່າ ແລະພາສີອາກອນຕ່າງໆ ແຕ່ຢ່າງໃດ. ທັງຍັງປາກົດວ່າ ນັກທຸລະກິດຈີນໄດ້ພາກັນຊື້ກິດຈະການຕ່າງໆ ຈາກນັກທຸລະກິດລາວເພີ້ມຂຶ້ນນັບມື້ ແລະໄດ້ກາຍເປັນໂອກາດຂອງນັກທຸລະກິດຈີນທີ່ຈະສ້າງ ຜົນປະ ໂຫຍດຈາກຊັບພະຍາກອນທໍາມະຊາດໃນລາວໄດ້ເພີ້ມຂຶ້ນອີກດ້ວຍ ໃນຂະນະທີ່ ລາວຈະໄດ້ ຮັບຜົນປະໂຫຍດພຽງສ່ວນຫນ້ອຍເທົ່ານັ້ນ ຖ້າຫາກວ່າ ຍັງບໍ່ມີການພັດທະນາ ດ້ານບຸກຄະລາ ກອນໃຫ້ມີຄວາມຮູ້ ຄວາມສາມາດຢ່າງແທ້ຈິງ ດັ່ງທີ່ຜູ້ຊ່ຽວຊານຈີນໃຫ້ການເນັ້ນຢ້ຳວ່າ:
“ລາວນີ້ ຖ້າຢາກລວຍໜີ້ ເຮົາກໍຕ້ອງຫັນມາເນັ້ນຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ ເນາະ. ແຕ່ຕ້ອງໃຫ້ຊັບພະຍາກອນລາວນີ້ ຫັ້ນນະ ເປັນປະໂຫຍດຂອງລັດຖະບານເອງແທ້ໆ. ບໍ່ຄວນວ່າ ໃຫ້ລັດຖະບານອື່ນລວຍ ຫຼືໃຫ້ປະເທດອື່ນມາລວຍ ປະຊາຊົນ, ປະເທດລາວເອງ ໜີ້ ຈະບໍ່ໄດ້ຜົນປະໂຫຍດຫຍັງນຳ. ຂ້ອຍຢາກເຫັນປະເທດລາວ ມີຄວາມເຂັ້ມແຂງ ຢາກເຫັນປະຊາຊົນລາວມີຊີວິດດີຂຶ້ນ.”
ແຕ່ຢ່າງໃດກໍ່ຕາມ ການລະບາດໄວຣັສໂຄວິດ-19 ຍັງເຮັດໃຫ້ຫົວຫນ່ວຍ ທຸລະກິດສ່ວນໃຫຍ່ ໃນລາວ ຕ້ອງປະເຊີນກັບສະພາວະຂາດທຶນ ເປັນເວລາກ່ວາສາມປີຕິດຕໍ່ກັນ ແລະປາກົດວ່າ ມີຫົວໜ່ວຍທຸລະກິດຈຳນວນຫລາຍ ບໍ່ສາມາດຟື້ນຟູທຸລະກິດໃຫ້ກັບຄືນສູ່ສະພາວະປົກກະຕິ ໄດ້ໃນປັດຈຸບັນ ຈຶ່ງມີໂອກາດສູງທີ່ນັກທຸລະກິດຈີນຈະເຂົ້າມາຊື້ກິດຈະການຂອງນັກທຸລະກິດ ລາວເພີ້ມຂຶ້ນອີກ ເພາະວ່າ ລັດຖະບານລາວ ກໍມີເງິນທຶນຢ່າງຈໍາກັດສຳລັບໃຫ້ສິນເຊື່ອເພື່ອການຟື້ນຟູກິດຈະການຂອງວິສາຫະກິດຂະໜາດນ້ອຍ-ຂະໜາດກາງ (SME) ໃນລາວ ນັ້ນເອງ.
ທັງນີ້ໃນໄລຍະ 1988-2022, ລັດຖະບານລາວກໍໄດ້ໃຫ້ອະນຸມັດການລົງທຶນຂອງບັນດາບໍລິສັດຈີນຢູ່ໃນລາວຈຳນວນ 933 ໂຄງການ ມີມູນຄ່າການລົງທຶນຫຼາຍກວ່າ 18 ຕື້ໂດລາ ແລະ ຈັດເປັນກຸ່ມຜູ້ລົງທຶນອັນດັບ 1 ໃນລາວ ເປັນເວລານານກວ່າ 10 ປີ ຕິດຕໍ່ກັນ ທັງເປັນການ ລົງທຶນທີ່ກວມເອົາທຸກດ້ານໃນລາວອີກດ້ວຍ ໂດຍສະເພາະເມ່ນພາກພະລັງງານ, ການຂຸດຄົ້ນ ແຮ່ທາດ, ການຜະລິດກະສິກຳ, ການຄ້າແລະການບໍລິການຄົບວົງຈອນນັ້ນ ຍັງເຮັດໃຫ້ບັນດາ ບໍລິສັດຈີນທີ່ລົງທຶນ ແລະດຳເນີນທຸລະກິດໃນລາວ ສາມາດກຳນົດລາຄາສິນຄ້າ ແລະການບໍ ລິການເປັນສະກຸນເງິນຢວນໄດ້ອີກດ້ວຍ.