ນັກເຄື່ອນໄຫວ ຕາບອດຈີນ ກໍາລັງເດີນທາງ ມາຍັງ ສະຫະລັດ

ທ່ານ Chen Quangcheng (ຂວາມືໃສ່ແວ່ນຕາດໍາ) ນັກເຄື່ອນໃຫວຈີນພ້ອມດ້ວຍຄອບຄົວ ກໍາລັງເດີນທາງອອກຈາກ ຈີນ ມຸ້ງໜ້າສູ່ນະຄອນນີວຢອກ, ສະຫະລັດ ວັນທີ 19 ພືດສະພາ 2012.

ນັກ​ເຄື່ອນໄຫວຕາບອດຈີນ ທ່ານ Chen Quangcheng ​ແລະ​ຄອບຄົວ​ຂອງ​ທ່ານ
​ໄດ້​ເດີນທາງ​ອອກ​ຈາກ​ຈີນ​ແລ້ວ ​ໃນ​ຖ້ຽວ​ບິນ​ທີ່​ມຸ່ງ​ໜ້າ​ມາສູ່​ ສະຫະລັດ.

ທ່ານ Chen ​ແລະ​ພັນ​ລະ​ຍາ​ຂອງ​ທ່ານ ພ້ອມ​ດ້ວຍ​ລູກ​ອີີກ​ສອງ​ຄົນ​ໄດ້ຮັບ​ໜັງສື​
ເດີນທາງ​ທີ່​ສະໜາມ​ບິນ​ນາໆ​ຊາດ​ນະຄອນຫຼວງປັກ​ກິ່ງ ບໍ່​ດົນ ກ່ອນ​ທີ່​ຈະ​ຂຶ້ນ​ເຮືອ
ບິນ​ຂອງ​ສາຍ​ການບິນ United Airlines. ຖ້ຽວ​ບິນດັ່ງກ່າວ​ນີ້ ມີ​ກຳນົດ​ຈະມາ​ລົງ
​ຈອດ​ທີ່​ສະໜາມ​ບິນ Newark ຊຶ່ງ​ຕັ້ງຢູ່​ບໍ່​ໄກ​ຈາກ​ນະຄອນ​ນິວຢອກ ​ໃນ​ຕອນ​ແລງ
​ຂອງ​ວັນ​ເສົາ​ມື້ນີ້ ຕາມ​ເວລາ ທ້ອງ​ຖິ່ນ.

ກ່ອນ​ໜ້ານີ້ ທ່ານ Chen ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ ລາວ​ຍັງ​ບໍ່​ແນ່​ໃຈ​ວ່າ ລາວ​ເອງ​ແລະ
​ຄອບຄົວ​ຂອງ​ລາວ​ຈະ​ເດີນທາງ​ມາ​ຍັງ​ສະຫະລັດ​ເນື່ອງ ຈາກ​ວ່າ​ບໍ່​ທັນ​ມີ​ໜັງສື​ເດີນ
ທາງ​ເທື່ອ ​ເຖິງ​ແມ່ນ​ວ່າ​ພວກ​ເຂົາ​ເຈົ້າ​ໄດ້ຂຽນ ຄຳ​ຮ້ອງ​ຂໍ​ໜັງສື​ເດີນທາງ​ແລະ​ຂໍ​ວີ​ຊ່າ
​ແລ້ວ​ກໍ​ຕາມ​ໃນຕົ້ນອາທິດ​ນີ້.

ທ່ານ Chen ​ໄດ້​ຫລົບໜີ​ເຂົ້າໄປ​ຢູ່​ໃນສະຖານທູດ​ສະຫະລັດທີ່​ກຸງ​ປັກກິ່ງ ​ເມື່ອ​ເດືອນ
​ແລ້ວ​ນີ້ ຫລັງ​ຈາກ​ທີ່​ໄດ້​ຫລົບໜີ​ຈາກ​ການ​ກັກ​ບໍລິ​ເວນ​ທີ່ ແຂວງ Shangdong.
ທ່ານ​ໄດ້​ອອກ​ຈາກ​ສະຖານທູດ ​ແລະ​ໄດ້​ເຂົ້າ​ໂຮງໝໍ​ເພື່ອ​ປີ່​ນປົວ ຫລັງ​ຈາກ​ໄດ້ຮັບ​ເອົາ​
ການ​ຕົກລົງທີ່​ບັນລຸ​ໂດຍ​ສະ ຫະລັດແລະບັນດາເຈົ້າ​ໜ້າ​ທີ່​ຈີນ ​ເພື່ອ​ອະ​ນຸຍາດ​ໃຫ້​ລາວ​
ໄປ​ຢູ່ “ບ່ອນ​ປອດໄພ” ​ໃນ​ປະ​ເທດ​ຈີນ ​ແລະ​ຮຽນ​ກົດໝາຍ​ໄດ້.

​ແຕ່ວ່າ ທ່ານ​ໄດ້​ປ່ຽນ​ໃຈ​ຫລັງ​ຈາກ​ຫລາຍ​ຊົ່ວ​ໂມງທີ່​ໄດ້​ໜີ​ອອກຈາກ​ການ​ຄຸ້ມຄອງ​ຂອງ
​ສະຫະລັດ ​ໂດຍກ່າວ​ວ່າຄອບຄົວ​ຂອງ​ທ່ານ​ໄດ້