ເຈົ້າໜ້າທີ່ຈີນ ຜູ້ທີ່ໄດ້ກໍ່ບັນຫາຂັດແຍ້ງລະດັບຊາດຂຶ້ນ ໃນຕອນ
ທີ່ມີຮູບແຜ່ອອກມາ ທີ່ສະແດງໃຫ້ເຫັນຜູ້ກ່ຽວຍິ້ມຫົວ ໃນຂະນະ
ທີ່ໄປເບິ່ງບ່ອນເກີດອຸບັດເຫດລົດເມຂ້ວມຮ້າຍແຮງເຖິງຕາຍນັ້ນ
ໄດ້ຖືກຕັດສິນໂທດຈໍາຄຸກ 14 ປີ ໃນຄະດີສໍ້ລາດບັງຫລວງ.
ອົງການຂ່າວຊິນຫົວຂອງທາງການຈີນລາຍງານວ່າ ສານໃນພາກ
ຕາເວັນຕົກສຽງເໜືອຂອງຈີນ ໄດ້ລົງຄວາມເຫັນໃນວັນພະຫັດມື້ນີ້
ວ່າ ທ່ານ Yang Dacai ມີຄວາມຜິດໃນຂໍ້ຫາກິນສິນບົນ ແລະມີ
ຊັບສິນໃນຈໍານວນຫລວງຫລາຍ ທີ່ຜູ້ກ່ຽວບໍ່ສາມາດບອກໄດ້ວ່າ
ມາຈາກໃສ.
ທ່ານຢັງ ຊຶ່ງບໍ່ໄດ້ໂຕ້ແຍ້ງຕໍ່ຂໍ້ຫານັ້ນ ຍັງຖືກປັບໄໝອີກ 8 ພັນໂດລ່າ.
ອະດີດຫົວໜ້າຝ່າຍຄວາມປອດໄພໃນແຂວງ Shanxi ທ່ານນີ້ ໄດ້ມີຊື່ສຽງເນົ່າເໝັນຂຶ້ນມາ
ຫລັງຈາກທີ່ມີພາບແຜ່ອອກມາ ທີ່ສະແດງໃຫ້ເຫັນທ່ານຍິ້ມຫົວປາກກ້ວາງ ໃນຂະນະທີ່
ໄປສໍາຫລວດເບິ່ງຄວາມເສຍຫາຍ ຈາກອຸບັດຕິເຫດລົດເມບັ້ນນຶ່ງ ເມື່ອປີກາຍນີ້ ທີ່ສົ່ງຜົນ
ໃຫ້ມີ 36 ຄົນເສຍຊີວິດ.
ຜູ້ຊົມໃຊ້ອິນເຕີແນັດຈໍານວນນຶ່ງ ໄດ້ສັງເກດເຫັນທ່ານຢັງ ໃສ່ໂມງຫລູຫລາລາຄາແພງ
ຢູ່ໃນຮູບນັ້ນ ແລະກໍໄດ້ຊອກຄົ້ນເບິ່ງຮູບອື່ນໆຂອງຜູ້ກ່ຽວທີ່ໃສ່ໂມງໜ່ວຍອື່ນໆ ທີ່ເບິ່ງ
ຄືວ່າມີລາຄາແພງເກີນຖານະຂອງຜູ້ກ່ຽວ ທີ່ເປັນເຈົ້າໜ້າທີ່ເງິນເດືອນປານກາງນັ້ນ.
ທ່ານຢັງ ທີ່ຖືກຂະໜານນາມວ່າ “Brother Watch” ຫລືອ້າຍໂມງນັ້ນ ໄດ້ຖືກປົດອອກ
ຈາກຕໍາແໜ່ງ ໃນເວລາຕໍ່ມາ ໂດຍຄະນະກໍາມະການລະບຽບວິໄນຂອງພັກຄອມມິວນິສ
ຈີນ ທີ່ໄດ້ຕິຕຽນຜູ້ກ່ຽວ ຍ້ອນການຍິ້ມຫົວຢ່າງບໍ່ເໝາະສົມກັບກາລະເວລາແລະສະຖານ
ທີ່ຂອງຜູ້ກ່ຽວນັ້ນ.
ເຖິງແມ່ນໄດ້ຖືກປົດຈາກຕໍາແໜ່ງ ແລະປະເຊີນກັບການຖືກຂັງຄຸກຫລາຍປີກໍຕາມ ພາບໃນໂທລະພາບຂອງລັດ ກໍສະແດງໃຫ້ເຫັນພາບທ່ານຢັງຍິ້ມ ໃນຂະນະທີ່ຢືນຟັງ
ຄໍາຕັດສິນຂອງສານ ໃນວັນພະຫັດມື້ນີ້.

Your browser doesn’t support HTML5
CHINA CORRUPTION VO.mov