ເສດຖະກິດ ຈີນ ເຕີບໂຕ ຊ້າລົງ ໃນປີ 2013

ລົດຂົນສົ່ງສິນຄ້າ ອອອກຈາກທ່າເຮືອ Qingdaoໃນແຂວງ Liaoning ພາກຕາເວັນອອກສຽງເໜືອຂອງຈີນ ວັນທີ 20 ມັງກອນ, 2014.

ຈີນ​ລາຍ​ງານ​ວ່າ ການ​ເຕີບ​ໂຕທາງ​ເສດຖະກິດ​ຂອງ​ຕົນ ຊັກ​ຊ້າ​
ລົງ​ໃນ​ໄຕ​ມາດ​ສຸດ​ທ້າຍ​ຂອງປີ 2013 ຜ່ານ​ມາ​ນີ້ ​ແລະ​ປ​າກົດ​ວ່າ
ຈະ​ຊ້າ​ລົງ​ໄປ​ຕື່ມ​ອີກ​ໃນ​ອະນາຄົດ.

ຫ້ອງການ​ສະຖິຕິ​ແຫ່ງ​ຊາດ​ຈີນ ຍັງໃຫ້​ຮູ້​ຕື່ມອີກໃນ​ວັນ​ຈັນ​ມື້​ນີ້​ວ່າ
​ເສດຖະກິດ​ຂອງຈີນ​ເຕີບ​ໂຕ​ຂຶ້ນ 7.7 ​ເປີ​ເຊັນ​ໃນ​ປີ​ແລ້ວ​ນີ້ ຊຶ່ງ​ເປັນ
​ອັດຕາ​ດຽວ​ກັນ​ກັບ​ປີ 2012 ​ແລະເປັນການ​ເຕີບ​ໂຕ​ທີ່​ອ່ອນ​ແອ​ທີ່​
ສຸດ ​ນັບ​ແຕ່​ປີ 1999 ​ເປັນ​ຕົ້ນ​ມາ.

ບັນດາ​ນັກວິ​ເຄາະກ່າວ​ວ່າ ​ເສດຖະກິດ​ຂອງ​ເຕີບ​ໂຕ​ຊ້າ​ລົງ​ຢ່າງ​ໄວ
​ໃນ​ໄຕ​ມາດ​ສຸດ​ທ້າຍຂອງ​ປີ​ເລ້​ວນີ້ ຊຶ່ງ​ຜົນ​ຜະລິດ​ຂອງ​ໂຮງງານ ສິນ
ຄ້າ​ສົ່ງ​ອອກ​ແລະ​ການ​ລົງທຶນ ທັງ​ໝົດອ່ອນ​ແອລົງ​ກວ່າ​ໄຕ​ມາດ​ກ່ອນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ບັນຫາ​ຕ່າງໆ​ທີ່​ໄດ້​ສະ​ສົມ​ມາ​ເປັນ​ເວລາ​ນານ​ ຍັງ​ບໍ່​ທັນ​ຜ່ອນຄາຍ​ລົງ​ເທື່ອ ​ແລະ​ການ​ຍຸກ​ຍູ້​ຂະໜາດ​ນ້ອຍ​ໃນ​ການ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ໃນ​ປີ​ແລ້ວ​ນີ້ ​ໄດ້​ຈືດຈາງ​ໄປ​ແລ້ວ.

​ແນວ​ໃດ​ກໍ​ຕາມ ອັດຕາການ​ເຕີບ​ໂຕ​ຂອງ​ເສດຖະກິດຈີນ ​ທີ່ເປັນ​ເສດຖະກິດໃຫຍ່ສຸດ​ອັນ​ດັບ​ສອງ​ຂອງ​ໂລກ ຮອງ​ຈາກ​ສະຫະລັດ​ນັ້ນ ກໍຍັງ​ຖືວ່າ ​ຍັງແຂງ​ແຮງ​ກວ່າ​ຂອງ​ສະຫະລັດ ຍີ່ປຸ່ນ ​ຫຼື ຢູ​ໂຣບນັ້ນ​ຢູ່.