ເມືອງ ເຫວິນໂຈ ຂອງຈີນ ຕ້ອງໄດ້ ປະຕິຮູບ ການເງິນ ທັງໝົດ (ວີດີໂອ ພາສາລາວ/ອັງກິດ)

  • ທອງປານ ເທບວົງສາ

Your browser doesn’t support HTML5

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ບັນດາ​ນັກ​ທຸລະ​ກິດ​ຍິງ​ແລະ​ຊາຍ​ທີ່​ເມືອງ​ເຫ​ວິນ​ໂຈ (Wenzhou)
​ຢູ່​ຝັ່ງ​ຕາເວັນ​ອອກຂອງຈີນ ​ແມ່ນ​ມີ​ຊື່​ສຽງ​ ມາ​ດົນ​ນານ​ແລ້ວ​ວ່າ​
ເປັນຜູ້​ທີ່​ມັກສ່ຽງທາງດ້ານ​ການເງິນ ເພື່ອ​ຢາກ​ມີ​ໂອກາດ​ດ້ານ​
ທຸລະ​ກິດ​ອັນ​ໃຫຍ່ໂຕ. ແຕ່ວ່າຫຼັງຈາກເມືອງ​ເຫ​ວິນ​ໂຈ ​ປະສົບ​
ກັບ​ວິ​ກິດ​ການ​ເສດຖະກິດ​ເມື່ອສອງປີຜ່ານມາ ຍ້ອນ​ບັນດາ​ທະ
ນາຄານ​ບໍ່​ໄດ້​ຮັບ​ການ​ຊໍາລະ​ໜີ້ເງິນທີ່​ໃຫ້​ລູກ​ຄ້າ​ກູ້​ຢືມ​ໄປ​ ລັດຖະ
ບານກໍ​ໄດ້​ເລີ່​ມທົດລອງທໍາ​ການປະຕິ​ຮູບ​ການ​ເງິນ. ຜູ້​ສື່​ຂ່າວ​ວີ​
ໂອ​ເອ Bill Ide ​ໄດ້​ໄປຢ້ຽມຢາມ​ ເມືອງເຫ​ວິນໂຈ ​ເພື່ອ​ສຶກສາ​
ເບິ່ງ​ວ່າການ​ປະຕິຮູບ​ ກໍາລັງ​ໄດ້ຜົນຢ່າງ​ໃດ​ຫຼື​ບໍ່ ຊຶ່ງ​ທອງ​ປານມີ​
ເລຶ່ອງນີ້ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

Your browser doesn’t support HTML5

ຟັງລາຍງານ ທຸລະກິດໃນເມືອງ ເຫວິນໂຈ ຂອງຈີນ


ຢູ່​ເມືອງເຫ​ວິນ​ໂຈ​ນີ້ ​ເບິ່ງ​ຄື​ວ່າໃຜ​ໆ​ກໍຢາກ​ຈະ​ເປັນ​ນາຍຂອງ​ຕົນ​ເອງ. ນາຍ Wu Zhen zhou ກໍາລັງ​ເປີດເຄືອຮ້ານ​ຂາຍ​ອາຫານ​ຈີນຢູ່ໃນ​ເມືອງ​ນີ້ ​ແລະ​ກໍ​ຫວັງ​ວ່າ ​ມັນ​ຈະໄປ​ໄດ້​ດີ ຄື​ກັນ​ກັບຮ້ານ​ອາຫານທີ່​ລາວ​ໄຂ​ຂຶ້ນ ຢູ່​ເມືອງ​ນານ​ຈິງ ບ້ານ​ເກີດ​ຂອງ​ລາວ.

ນາຍ ວູ ​ເວົ້າ​ວ່າ: “ພວກ​ເຮົາ​ເລືອກ​ເອົາ​ເມືອງ ເຫ​ວິນ​ໂຈ ນີ້ ຍ້ອນມັນ​ເປັນ​ເມືອງ​ທີ່ຮັ່ງມີ​ອຸດົມສົມບູນ ມີ​ຜູ້ຄົນ​ຢ່າງ​ຫຼວງ​ຫຼາຍ​ຢູ່​ທີ່​ນີ້. ສະ​ນັ້ນ​ ໂອກາດ​ດ້ານທຸລະ​ກິດ​ ​ແມ່ນໃຫຍ່​ຫລວງຫລາຍ.”

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

Your browser doesn’t support HTML5

ເຫວິນໂຈ ເມືອງຫລວງ ດ້ານວິສາຫະກິດ ຂອງຈີນ


ວົງ​ການ​ທຸລະ​ກິດ​ຂະໜາດ​ນ້ອຍແລະ​ກາງ ໃນເມືອງເຫ​ວິນ​ໂຈ ​ແມ່ນ​ໄດ້​ຮຸ່ງ​ເຮືອງມາ​ດົນ​ນານ ​ດ້ວຍການ​ສະໜັບສະໜຸນ​ຈາກ​ຕາໜ່າງ​ໃຫ້ເງິນກູ້​ຢືມ​ຢ່າງ​ບໍ່​ເປັນ​ທາງການ​ ຈາກ​ບັນ ດາຄອບຄົວ ​ແລະ​ພວກໝູ່​ເພື່ອນ. ​ແຕ່​ເວລາ​ສິນ​ເຊື່ອ​ເລີ່​ມມີ​ຂອບ​ເຂດ​ຈໍາກັດ​ຮັດ​ຕົວ​ຂື້ນ ມາ​ເມື່ອ​ສອງ​ປີກ່ອນ ຫຼັງຈາກເກີດວິ​ກິດ​ການການເງິນ​ໂລກ ນໍ້າ​ໃຈ​ສົ່ງ​ເສີມ​ວິ​ສາ​ຫະກິດ ຂອງ​ເມືອງ​ເຫ​ວິນ​ໂຈຈຶ່ງ​ໄດ້ຖືກ​ກະທົບຢ່າງໜັກ. ຜູ້​ນໍາ​ທຸລະ​ກິດ​ບາງ​ຄົນ ໄດ້​ຫຼົບໜີ​ໄປ ເພື່ອ​ໜີ​ໜີ້​ສິນ. ຄົນອື່ນໆອີກ​ຫຼາຍຄົນ ກໍ​ໂດດ​ຕຶກ​ສູງ​ໆ​ຕາຍ.

​ນັກ​ເສດຖະສາດ ຫູ ຊິງ​ໂດ ​ໃຫ້​ຄວາມ​ເຫັນ​ວ່າ ​ເມືອງເຫ​ວິນ​ໂຈ ກໍ​ຄື​ປະ​ເທດຈີນ ໃນຂະ​ນາດທີ່ນ້ອຍກວ່າ. ​

ທ່ານ ຊິງ​ໂດ ​ເວົ້າ​ວ່າ: “ການ​ພັດທະນາ​ເສດຖະກິດ​ທີ່​ອິງ​ໃສ່​ຕະຫຼາດ​ຂອງ​ ​ເຫ​ວິນ​ໂຈ ​ແມ່ນໄດ້ມີ​ຂື້ນ​ແຕ່​ຫົວທີແລະ​ໄວກວ່າ​ແຫ່ງ​ອື່ນ​ໃດ​ໃນ​ຈີນ ​ແລະ​ຍ້ອນເຫດ​ນັ້ນ ​ເຫວິນໂຈ ຈຶ່ງຕ້ອງ​ປະ​ເຊີນ​ກັບ​ວິ​ກິດ​ການ​ເສດຖະກິດແຕ່​ຫົວທີ ​ເຊັ່ນ​ກັນ.”

ຄື​ກັນ​ກັບ​ຢູ່​ໃນ​ເຂດ​ອື່ນໆ​ຂອງ​ຈີນ ບັນດາ​ນັກ​ວິ​ສາ​ຫະກິດ​ໃນເຫວິນ​ໂຈ ​ໄດ້ ພາກັນ​ລົງທຶນ​ຢ່າງ​ໜັກ ​ໃສ່​ພາກສ່ວນ​ການ​ຜະລິດ ຊຶ່ງ​ເປັນອຸດສາຫະກໍາ​ທີ່​ອາ​ໃສຜົນ​ສໍາ​ເລັດຂອງການ​ສົ່ງ​ອອກ. ນອກ​ນີ້​ແລ້ວ ພວກ​ເຂົາ​ເຈົ້າຍັງ​ທຸ່ມ​ເທ​ເງິນ​ໃສ່ຕະຫຼາດ​ອະສັງຫາລິມະ​ຊັບ ​ແລະ​ເຖິງ​ແມ່ນ​ວ່າ ລັດ​ວິສາຫະກິດ​ຈະ​ບໍ່​ມີ​ຫລາຍ ຢູ່​ໃນ​ເມືອງ​ເຫ​ວິນ​ໂຈ​ກໍ​ຕາມ ​ແຕ່ກໍ​ຍັງຄົງ​ຄອບ​ງໍາ​ຢູ່​ໃນບາງອຸດສາ ຫະກໍາ​ ​ເຊັ່ນ​ກັນ.

ນັກ​ເສດຖະສາດ ໝາ ຈີ້​ນຫຼົງ ​ມີ​ຄວາມ​ເຫັນ​ດັ່ງ​ນີ້:

ທ່ານ ໝາ ຈິ້ນ​ຫຼົງ ​ເວົ້າ​ວ່າ: “​ໃນເມືອງ​ເຫວິນໂຈ​ນີ້ ຄວາມ​ຂັດ​ແຍ້​ງກັນ​ຫຼື ບໍ່​ໄປ​ນໍາ​ກັນ ​ລະ ຫວ່າງສະຖານະ​ພາບແບບ​ຜູກຂາດ​ຂອງ​ບໍລິ​ສັດລັດ​ວິ​ສາ​ຫະກິດຕ່າງໆ​ ​ແລະ​ການ​ເຕີບ​ໂຕ​ຂອງ​ພວກ​ວິ​ສາ​ຫະກິດ​ເອກ​ກະ​ຊົນ​ນັ້ນ ​ແມ່ນ​ຮ້າຍ​ແຮງ​ກວ່າ​ໃນເຂດອື່ນໆ​ຂອງ​ຈີນ. ສະ​ນັ້ນ ຖ້າ​ພວກ​ເຮົາ​ບໍ່​ສາມາດ​ບັນລຸ​ການ​ປະຕິ​ຮູບ​ຕ່າງໆ​ໄດ້ ກໍ​ໝາຍ​ຄວາມ​ວ່າ ສິ່ງ​ທີ່ໄດ້ເກີດ​ຂຶ້ນ ຢູ່​ໃນ​ເຫວ​ິນ​ໂຈ ກໍ​ອາດ​ຈະ​ເກີດ​ຂຶ້ນ ​ຢູ່ໃນ​ເຂດ​ອື່ນໆ​ຂອງ​ຈີນ​ໄດ້.”

​ເວລາທຸລະ​ກິດ​ອະສັງຫາລິມະ​ຊັບເລີ່​ມຕົກ​ຕໍ່າລົງນັ້ນ ລາຄາ​ບ້ານ​ແລະ​ທີ່​ດິນ ຢູ່​ເລາະ​ຕາມ​ແມ່​ນໍ້າ Oujiang ໄດ້​ຕົກ​ຕໍ່າລົງ​ຮອດ 40% ​ແຕ່​ວ່າ​ບັດນີ້ ການ​ສ້າງ​ບ້ານ​ເຮືອນກໍ​ປະກົດ​ວ່າ ​ເລິ່ມ​ຟື້ນ​ຄືນຂຶ້ນມາ​ແດ່​ແລ້ວ.

ລັດຖະບານ​ໄດ້​ພະຍາຍາມເຮັດ​ໃຫ້ ການຮັດ​ແຄບ​ເຂົ້າ​ໃນ​ດ້ານ​ສິນ​ເຊື່ອຂອງ​ເມືອງເຫ​ວິນ​ໂຈ ຜ່ອນຄາຍ​ລົງ ​ໂດຍ​ການ​ອະນຸຍາດໃຫ້ຕັ້ງ​ທະນາຄານ​ເອກ​ກະ​ຊົນ​ຂຶ້ນມາ ​ແລະ​ໂຍະ ຍານ​ຂໍ້ຈໍາກັດ​ທາງດ້ານ​ການ​ເງິນ ​ແຕ່​ມາ​ຮອດປັດ ຈຸບັນ​ນີ້ ​ການ​ດໍາ​ເນີນ​ຄວາມ​ພະຍາຍາມ​ດັ່ງກ່າວໄດ້​ມີ​ຜົນ​ທີ່​ປະ​ປົນ​ກັນ​ ​ເຊັ່ນວ່າ ສູນ​ກາງໃຫ້​ເງິນ​ກູ້​ຢືມ​ລາຍ​ນ້ອຍໆໄດ້​ຂະ​ຫຍາ​ຍ ຕົວອອກ ​ແຕ່​ປະກົດ​ວ່າ​ມີ​ທະນາຄານ​ເອກ​ກະ​ຊົນ​ພຽງບໍ່​ເທົ່າ​ໃດແຫ່ງ ​ທີ່​ຕັ້ງ​ຂຶ້ນ​ມາ.

Chen Shu ນັກ​ວິ​ສາ​ຫະກິດ ​ແລະ​ທີ​ປຶກສາ​ດ້ານ​ການ​ເງິນ ​ໃຫ້​ຄວາມ​ເຫັນ​ດັ່ງ​ນີ້:

ທ່ານ Shu ​ເວົ້າ​ວ່າ: “​ເຮົາ​ພໍ​ຈະ​ຊຸກຍູ້​ໃຫ້​ ພາກ​ວິ​ສາ​ຫະກິດ​ເອກ​ກະ​ຊົນ​ຕັ້ງ​ທະນາຄາ​ນຂຶ້ນມາ​ໄດ້​ຢູ່ ​ແຕ່​ໃນ​ເມື່ອ​ວ່າ​ ກຸ່ມ​ທີ່ມີ​ສ່ວນໄດ້​ສ່ວນ​ເສຍ​ລາຍ​ໃຫຍ່ໆ​ ຍັງ​ເປັນພວກ​ທະນາຄານ​ຂອງລັດ​ຢູ່ນັ້ນ ພວກ​ປະຊາຊົນ​ກໍ​ຈະ​ບໍ່ເຕັມ​ໃຈ ທີ່​ຈະ​ຕັ້ງທະນາຄານ​ເອກ​ກະ​ຊົນ​ຂຶ້ນ​ມາ.”

ບັນດາ​ນັກ​ເສດຖະສາດ​ເວົ້າ​ວ່າ ບໍ່​ວ່າ​ເຫ​ວິນ​ໂຈຈະ​ເຄີຍ​ເປັນເມືອງ​ທີ່ຈະ​ເລີ​ນຮຸ່ງ​ເຮືອງ​ທາງ​ດ້ານທຸລະ​ກິດ​ຫຼາຍປານ​ໃດ​ກໍ​ຕາມ ແຕ່ຄວາມ​ກ້າວໜ້າໃນ​ການ ​ຟື້ນ​ໂຕ​ຄືນ ກໍ​ບໍ່​ຊົງ​ວ່າ​ຈະ​ປະສົບ​ຜົນ​ສໍາ​ເລັດ​ໄດ້ ຈົນ​ກວ່າວ່າຈະມີ​ການ​ປ່ຽນ​ ແປງໃນລະບົບການ​ເງິນ​ທັງ​ໝົດ.

ພາບຖ່າຍທາງດາວທຽມ ເມືອງ ເຫວິນໂຈ ຝັ່ງຕາເວັນອອກຂອງຈີນ