ຄືກັນກັບທີ່ພວກໂຮງຈັກໂຮງງານຕ່າງໆໃນຮ່ອງກົງ ພາກັນອັດລົງແລະຍົກຍ້າຍເຂົ້າໄປຕັ້ງຢູ່ໃນແຂວງກວາງຕຸ້ງຂອງຈີນ ໃນຊຸມປີ 1980 ເພື່ອປະຢັດຄ່າໃຊ້ຈ່າຍລົງນັ້ນ ມາບັດນີ້ ພວກໂຮງຈັກໂຮງງານໃນພາກໃຕ້ຂອງຈີນ ກໍກຳລັງຊອກຫາຖານຜະລິດໃໝ່ທີ່ສິ້ນເປືອງຄ່າ ໃຊ້ຈ່າຍໜ້ອຍລົງ.”
ທ່ານ Cliff Sun ປະທານສະມາພັນອຸດສາຫະກຳຮອງກົງ ຊຶ່ງເປັນອົງການຈັດຕັ້ງທ່ີເປັນຕົວແທນ 3 ພັນບໍລິສັດ ຊຶ່ງສ່ວນໃຫຍ່ມີໂຮງຈັກໂຮງ ງານຕັ້ງຢູ່ໃນຈີນ ກ່າວວ່າຄ່າໃຊ້ຈ່າຍຢູ່ໃນເຂດສູນກາງຜະລິດສິນຄ້າສົ່ງ ອອກໃນພາກໃຕ້ຂອງຈີນນັ້ນ ກຳລັງເພ່ີມຂຶ້ນນັບມື້ ຊຶ່ງທ່ານ Sun ກ່າວຊີ້ແຈງວ່າ :
“ການຖີບຕົວສູງຂຶ້ນຂອງຄ່າແຮງງານ ແມ່ນສົ່ງຜົນກະທົບອັນສຳຄັນຕໍ່ ວົງການທຸລະກິດຂະໜາດນ້ອຍແລະຂະໜາດປານກາງ ເນຶ່ອງຈາກວ່າ ຄາລາການຜະລິດສູງຂຶ້ນ. ເມື່ອໃດພວກທຸລະກິດເຫລົ່ານີ້ຕ້ອງແຂ່ງຂັນ ກັບພວກໂຮງງານອື່ນໆຢູ່ໃນຈີນແຜ່ນດິນໃຫຍ່ແລ້ວ ແລະຖ້າຫາກວ່າ ຄ່າການຜະລິດຖີບຕົວສູງຂຶ້ນໄປເລື້ອຍໆ ກໍໝາຍຄວາມວ່າພວກລູກຄ້າ ທັງຫລາຍ ຈະສັ່ງເຄື່ອງຈາກເຂົາເຈົ້າໜ້ອຍລົງ.
ລັດຖະບານແຂວງກວາງຕຸ້ງໄດ້ຂຶ້ນອັດຕາຄ່າຈ້າງທີ່ຕ່ຳສຸດ21 ເປີເຊັນໃນເດືອນພຶດສະພາຜ່ານມານີ້. ການນັດຢຸດງານຂອງພວກແຮງງານທີ່ໂຮງງານຜະລິດລົດໂຕໂຢຕາ ແລະລົດຮອນດາໃນຫວ່າງບໍ່ເທົ່າໃດສັບ ປະດາຜ່ານມານີ້ ແຮ່ງເພີ່ມຄວາມກົດດັນຂຶ້ນອີກກ່ຽວກັບຄ່າຈ້າງເງິນເດືອນນັ້ນ.
ແລະໃນເດືອນຜ່ານມານີ້ ຈີນຊໍ້າພັດປ່ອຍໃຫ້ເງີນຢວນຂອງຕົນແຂງ ຄ່າຂຶ້ນ ໃນການແລກປ່ຽນກັບເງິນດອນລາສະຫະລັດ ເປັນເທື່ອທຳອິດ ໃນຮອບເກືອບຮອດ 2 ປີຜ່ານມາ ຊຶ່ງການກະທຳທ່ີວ່ານີ້ເຮັດໃຫ້ສິນຄ້າສົ່ງອອກຂອງຈີນ ມີລາຄາແພງຂຶ້ນອີກຢູ່ໃນຕ່າງປະເທດ.
ທ່ານ Sun ຄາດວ່າ ພວກໂຮງຈັກໂຮງງານຢ່າງນ້ອຍ 3 ພັນແຫ່ງໃນຂົງເຂດແຂວງກວາງຕຸ້ງ ທີ່ຍັງຄົງຕົກຢູ່ໃນສະພາວະດິ້ນຮົນຍ້ອນວິກິດ ການດ້ານການເງິນຂອງໂລກນັ້ນ ຈະເອົາໂຕບໍ່ລອດ ຊຶ່ງທ່ານກ່າວວ່າ
“ມັນບໍ່ແມ່ນເລຶ່ອງທີ່ເຮັດໄດ້ງ່າຍໆ.ສະມາຊິກຂອງພວກເຮົາບາງບໍລິສັດກໍກຳລັງປັບໂຕໂດຍການຜະລິດສິນຄ້າອື່ນໆນຳ ແລະຍ້າຍຖານຜະລິດ ຕົວຢ່າງເຊັ່ນ ຍ້າຍຖານຜະລິດທີ່ຕັ້ງຢູ່ ເມືອງ Shenzhen ແລະພາກ ສ່ວນທີ່ໃຊ້ແຮງງານໜັກ ເຂົ້າໄປຢູ່ໃນເຂດແຂວງໄກ້ຄຽງ ເຊັ່ນແຂວງ Jiangxi, Hunan ແລະ Sichuan. ຖ້າເຮັດຢ່າງນັ້ນໄດ້ ຢ່າງນ້ອຍ ພວກເຂົາເຈົ້າກໍຈະຢູ່ລອດ.”
ລັດຖະບານກຸງປັກກິງໄດ້ທຳການຊຸກຍູ້ມາໄລຍະນຶ່ງແລ້ວ ເພື່ອໃຫ້ພວກສົ່ງອອກສິນຄ້າ ຍົກຍ້າຍເຂົ້າໄປຍັງຂົງເຂດທ່ີທຸກຍາກທີ່ຢູ່ເລີກເຂົ້າໄປໃນຝັ່ງນັ້ນ ອັນເປັນຊ່ອງທາງນຶ່ງເພື່ອເຮັດໃຫ້ຄວາມແຕກໂຕນຂອງລາຍໄດ້ໃນເຂດຊົນນະບົດແລະເຂດເທດສະບານແຄບເຂົ້າ.
ແຕ່ພວກໂຮງງານທີ່ຢູ່ເລິກເຂົ້າໄປໃນຝັ່ງ ກໍອາດຈະປະເຊີນກັບບັນ
ຫາອື່ນໆ. ທ່ານ Kevin Lau ນັກເສດຖະສາດປະຈຳຂົງເຂດຂອງ ທະນາຄານ Standard Chartered Bank ກ່າວວ່າ ເວລາພວກ ໂຮງງານຍົກຍ້າຍເຂົ້າໄປໃນເຂດເລີກເຂົ້າໄປໃນຝັ່ງ ບ່ອນທ່ີຄ່າຈ້າງ ຖືກລົງນັ້ນ ພວກສະໜອງວັດຖຸໃຫ້ເຂົາເຈົ້າອາດຈະບໍ່ເຮັດນຳໄດ້. ທ່ານ Lau ກ່າວວ່າ :
“ແຜນຜັງຂອງພວກຫົວເມືອງໃຫຍ່ນ້ອຍຫລາຍໆແຫ່ງ ທີ່ມີໂຮງງານ ຜະລິດນັ້ນ ກໍແມ່ນວ່າປົກກະຕິແລ້ວ ພວກໂຮງງານຜະລິດລາຍໃຫຍ່ໆ ຈະຫ້ອມລ້ອມດ້ວຍພວກບໍລິສັດຈຳໜ່າຍວັດຖຸຕ່າງໆ ທີ່ທຳທຸລະກິດ ຮ່ວມກັນ. ທາງອອກທີ່ສາມ ຕໍ່ໜ້າລາຄາຕົ້ນຜະລິດທີ່ຖີບຕົວສູງຂຶ້ນນັບມື້ນັ້ນ ກໍຄືຕ້ອງຍັບຍ້າຍໄປຕັ້ງຢູ່ນອກປະເທດຈີນ.”
ແລະນັ້ນແມ່ນສິ່ງທ່ີບາງບໍລິສັດຜະລິດສິນຄ້າສົ່ງອອກໄດ້ປະຕິບັດມາໃນໄລຍະບໍ່ເທົ່າໃດປີຜ່ານມານີ້ ເຊັ່ນເປີດໂຮງງານຂຶ້ນໃນຫວຽດນາມ ກຳປູເຈຍແລະອິນໂດເນເຊຍ ບ່ອນທ່ີຄ່າໃຊ້ຈ່າຍໃນການຜະລິດຖືກກວ່ານັ້ນ.
ທ່ານ Sun ກ່າວວ່າ ພວກບໍລິສັດຂອງຮ່ອງກົງໃນຈີນແຜ່ນດິນໃຫຍ່ກຳລັງຊອກຫາໂອກາດເພື່ອຍົກຍ້າຍພວກກິດຈະການຂອງຕົນທີ່ໃຊ້ ແຮງງານໜັກນັ້ນ ໄປຍັງຂົງເຂດເອເຊຍຕາເວັນອອກສຽງໃຕ້ ຊຶ່ງທ່ານ Sun ກ່າວດັ່ງນີ້:
“ພວກເຂົາເຈົ້າສາມາດທີ່ຈະເລືອກເອົາກຸ່ມປະເທດໃນຂົງເຂດເອເຊຍເຊັ່ນ ມຽນມາ ຫວຽດນາມ ລາວ ກຳປູເຈຍ ເປັນຕົ້ນ. ພວກປະເທດເອເຊຍ ເຫລົ່ານີ້ ເປັນປະເທດທີ່ຍັງບໍ່ທັນພັດທະນາໃນດ້ານການເງິນ. ຄ່າແຮງ ງານພາຍໃນປະເທດຂອງພວກເຂົາເຈົ້າ ກໍຍັງຖືກຫລາຍຢູ່ ຄືປະມານ 80 ໂດລາ ຕໍ່ເດືອນສຳຫລັບພວກຄົນງານທຳມະດາ ຊຶ່ງຖ້າສົມທຽບໃສ່ ກັບຈີນ ເຊັ່ນຢູ່ເມືອງ Shenzhen ນັ້ນແລ້ວ ຂ້າພະເຈົ້າຄິດວ່າເຂົາເຈົ້າ ຕ້ອງໄດ້ຈ່າຍຄ່າແຮງສູງເຖິງສອງເທົ່າຕົວ ຫລືຫລາຍກວ່ານັ້ນ.”
ຫວຽດນາມໄດ້ລົງທຶນຢ່າງຫລວງຫລາຍໃສ່ໂຄງລ່າງພື້ນຖານຕ່າງໆເຊັ່ນທ່າກຳປັ່ນແລະຖະໜົນຫົນທາງ ແລະສະເໜີສິ່ງຍ້ອມນໍ້າໃຈແກ່ພວກບໍລິສັດຕ່າງປະເທດ ເພື່ອດຶງດູດເອົາເຂົາເຈົ້າ.
ທ່ານ Abe Junji ເປັນເຈົ້າຂອງໂຮງງານຜະລິດເກີບຍີ່ປຸ່ນແຫ່ງນຶ່ງ ຢູ່ນອກນະຄອນໂຫຈິມິນຂອງຫວຽດນາມ.
ທ່ານ Junji ເວົ້າວ່າ ອະນາຄົດຢູ່ທີ່ນີ້ແມ່ນແຈ່ມໃສ ເພາະວ່າລັດຖະ ບານໄດ້ເຮັດໃຫ້ງ່າຍຂຶ້ນສຳລັບພວກລົງທຶນຕ່າງປະເທດ ທ່ີມາລົງທຶນໃນປະເທດ ໂດຍໃຫ້ສິ່ງຍ້ອມນໍ້າໃຈຕ່າງໆແກ່ເຂົາເຈົ້າ.
ແຕ່ທ່ານ Law ທ່ີທະນາຄານ Standard Chartered ກ່າວວ່າການ ກະທຳເຊັ່ນນີ້ ອາດຈະບໍ່ພຽງພໍກັບສິ່ງທີ່ຈີນສາມາດສະເໜີໃຫ້ ຊຶ່ງທ່ານ Lau ກ່າວດັ່ງນີ້:
“ນອກນີ້ແລ້ວ ກໍຍັງມີດ້ານອື່ນໆອີກທີ່ພວກເຂົາເຈົ້າຕ້ອງໄດ້ເອົາມາພິຈາ ລະນາ. ຕົວຢ່າງວ່າ ການສະໜັບສໜູນດ້ານການບຳລຸງ ແລະດ້ານ ໂຄງລ່າງພື້ນຖານ ແມ່ນເທົ່າທຽມກັບສິ່ງທີ່ພວກເຂົາເຈົ້າຈະໄດ້ຮັບຢູ່ ໃນຈີນນັ້ນ ຫລືບໍ່.”
ການປັບຄ່າເງິນຢວນຂອງຈີນໃໝ່ ແລະການຂຶ້ນຄ່າຈ້າງເງິນເດືອນຫວ່າງໄວໆມານີ້ ກຳລັງສ້າງຄວາມກົດດັນຫລາຍຂຶ້ນຕໍ່ພວກໂຮງຈັກໂຮງງານໃນພາກໃຕ້ ທີ່ປັນສູນກາງສິນຄ້າສົ່ງອອກຂອງຈີນນັ້ນ. ຜູ້ສື່ຂ່າວ ວີໂອເອ ລາຍງານມາຈາກຮ່ອງກົງວ່າ ພວກໂຮງງານຕ່າງໆໃນ ຮ່ອງກົງ ພາກັນຍົກຍ້າຍເຂົ້າໄປຍັງແຜ່ນດິນໃຫຍ່ ແລະບາງໂຮງງານກໍ ຍົກຍ້າຍອອກຈາກຈີນໄປ.