ການປະທະ ຂັ້ນຮຸນແຮງ ທີ່ເຂດ Xinjiang ຂອງຈີນ ໄດ້ສັງຫານ ຢ່າງໜ້ອຍ 12 ຄົນ

  • ທອງປານ ເທບວົງສາ

ກຳລັງຮັກສາຄວາມສະຫງົບ ຕິດອາວຸດຄົນນຶ່ງຂອງຈີນ ຢືນຍາມທີ່ແຄມຖະໜົນແຫ່ງນຶ່ງ ໃນເມືອງ Kashgar ໃນເຂດຊີນຈຽງຂອງຈີນ (30 ມັງກອນ 2012)

ສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ຢ່າ​ງໜ້ອຍ 12 ຄົນ​ເມື່ອ​ວັນ​ອັງຄານ​
ວານ​ນີ້ໃນ​ລະຫວ່າງເຫດການ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ເຂດ​ Xinjiang ທີ່ສອກຫລີກທາງ​ພາກ
ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ຂອງ​ຈີນ​ກ່າວ​ວ່າພວກ​ກໍ່ການ​ຈະລາຈົນ​ໄດ້​ສັງຫານ 10 ຄົນ ​ແລະ​ເຮັດ
ໃຫ້​ບາດ​ເຈັບ​ອີກຫລາຍ​ຄົນຢູ່​ທີ່​ເມືອງ Yecheng ​ໃກ້ ​ເມືອງ Kashgar ຊຶ່ງ​ພວກ​ກໍ່​ຈະລາ
ຈົນສອງ​ຄົນ​ ຖືກ​ຕໍາຫລວດ​ຍິງ​ບາດ ​ເຈັບສາຫັດ. ກຸ່ມທີ່​ເປັນ​ຕົວ​ແທນ​ຂອງປະຊາຊົນ ຊາວ
ມຸສລິ​ມ​ເຜົ່າວິ​ເກີໃນ​ຂົງ​ເຂດ​ດັ່ງກ່າວທີ່​ຕັ້ງຢູ່​ຕ່າງປະ​ເທດ ​ແຈ້ງ​ໃຫ້​ອົງການ​ຂ່າວ​ຕ່າງໆ​ຊາບວ່າ
ການ​ເສຍ​ຊີວິດແມ່ນ​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ປະ​ທະ​ກັນ​ບັ້ນ​ນຶ່ງ​ລະຫວ່າງ​ຊາ​ວວິ​ເກີແລະ​ກໍາ
ລັງ​ຮັກສາ​ຄວາມ​ປອດ​ໄພຂອງ​ຈີນ.

ອົງການ​ຂ່າວ​ຊິນ​ຫົວ​ກ່າວ​ວ່າ ​ໄດ້​ມີ​ການອອກ​ຕາມ​ລ່າ​ເພື່ອ​ຈັບ​ຕົວ​ຜູ້​ກໍ່​ເຫດ​ຄວາມຮຸນ​ແຮງດັ່ງ
ກ່າວ​ນີ້​ແລ້ວ.

ເຂດ​ຊິນ​ຈຽງ ນັບ​ວ່າ​ເປັນ​ເຂດ​ທີ່​ເກີດ​ຄວາມວຸ້ນວາຍຕະຫລອດ​ມາ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ປີຜ່ານ
ມາ​ນີ້ໂດຍ​ການ​ສູ້​ລົບ​ກັນ ​ລະຫວ່າ​ງຊາວ​ວິເກີຊຶ່ງ​ເປັນ​ຊົນ​ເຜົ່າ ພື້ນ​ເມືອງ ​ແລະຊາວ​ຈີນ​ຫັນ.
ເຫດການປະ​ທະ​ກັນທີ່​ຮຸນ​ແຮງ​ທີ່​ສຸດ​ແມ່ນ​ເກີດ​ຂຶ້ນ​ໃນ​ປີ 2009 ​ເວລາ​ຊາ​ວວິ​ເກີ​ໄດ້​ທໍາ​ການ
ໂຈມ​ຕີ​ພວກ​ຊາວ​ຈີນ​ຫັນຢູ່​ໃນ​ເຂດ​ເມືອງ​ຫລວງ Urumqui ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ
ໜ້ອຍ 197 ຄົນ​ນັ້ນ.