ຟັງລາຍງານ:
ເມື່ອວັນຈັນວານຜ່ານມານີ້ ວົງການສື່ມວນຊົນຂອງຈີນໄດ້ພາກັນອອກຂ່າວ ຄໍາຮຽກຮ້ອງ
ຂອງທ່ານປະທານ ຫູ ຈິນເຖົາ ໄປຍັງພວກຊາວໜຸ່ມຈີນ ໃຫ້ຊ່ວຍກັນຟື້ນຟູປະເທດຊາດໃຫ້
ມີພະລັງຄືນມາໃໝ່ອີກ ນຶ່ງຮ້ອຍປີຫລັງຈາກການປະຕິວັດຊິນໄຫ ທີ່ໄດ້ຍຸດຕິການປົກຄອງ
ໂດຍລາດຊະວົງຈີນ ມາເປັນເວລາຫລາຍກວ່າ 2,000 ປີນັ້ນ.
ປະທານ ຫູ ຈິນເຖົາ ໄດ້ຮຽກຮ້ອງໃຫ້ພວກລູກຊາຍລູກສາວຂອງຈີນທຸກຖ້ວນໜ້າ ຈົ່ງປະ
ສານມືກັນເພື່ອສືບຕໍ່ດໍາເນີນວຽກງານຂອງທ່ານ ຊຸນ ຢັດ ເຊນ ປະທານາທິບໍດີຄົນທໍາອິດ
ຂອງສາທາລະນະລັດຈີນ ແລະເຮັດໃຫ້ອຸດົມການຂອງທ່ານ ກ່ຽວກັບສິ່ງທ່ານບັນລະຍາຍ
ວ່າ ການຟື້ນຕົວຄືນອັນຍິ່ງໃຫຍ່ຂອງຈີນນັ້ນ ເປັນຄວາມຈິງຂຶ້ນມາ.
ປະທານປະເທດຈີນ Hu Jintao ໃນພິທີ ສະຫລອງຄົບຮອບ 100 ປີ ຂອງການ ປະຕິວັດຊິນໄຫ, 09/10/2011
ທ່ານ ຊຸນ ຢັດເຊນ ນັ້ນຖືວ່າ
ເປັນບິດາຜູ້ກໍ່ຕັ້ງຈີນໃນຢຸກສະ
ໄໝໃໝ່ແລະໄດ້ຮັບຄວາມເຄົາ
ລົບນັບຖືຈາກປະຊາຊົນຈີນ ທັງໃນເກາະໄຕ້ຫວັນ ແລະແຜ່ນດິນໃຫຍ່. ເວລາພວກຈີນຄະນະ
ຊາດພ່າຍແພ້ການທໍາສົງຄາມກາງເມືອງກັບພັກຄອມມິວນີສຈີນໃນປີ 1949 ແລະຫລົບໜີໄປ
ຢູ່ເກາະໄຕ້ຫວັນນັ້ນ ທ່ານຊຸນແມ່ນໄດ້ເຖິງແກ່ມໍລະນະກໍາໄປແລ້ວ.
ໃນຄໍາປາໄສຂອງທ່ານເມື່ອວັນອາທິດຜ່ານມານີ້ ທ່ານ ຫູ ໄດ້ເນັ້ນຍໍ້າເຖິງ ປະວັດສາດທີ່ມີ
ຮ່ວມກັນນີ້ ແລະຊີ້ອອກວ່າ
ປະຊາຊົນຈີນ ຢູ່ໃນທັງສອງຟາກຝັ່ງຂອງຊ່ອງແຄບໄຕ້ຫວັນນັ້ນແມ່ນມີສາຍເລືອດດຽວກັນ.
ທ່ານ ຫູ ກ່າວຕໍ່ໄປວ່າ ໃນຂະນະນີ້ ໄຕ້ຫວັນແລະຈີນແຜ່ນດິນໃຫຍ່ຕ່າງກໍປະສົບກັບ
ຄວາມຈະເຣີນຮຸ່ງເຮືອງແລະການພັດທະນາຄືກັນ. ທ່ານ ຫູ ໄດ້ຮຽກຮ້ອງໃຫ້ມີການທ້ອນ
ໂຮມຊາດກັນຢ່າງສັນຕິ ແລະກ່າວວ່າ ທັງສອງຝ່າຍຄວນຈະມຸ້ງໝັ້ນຕໍ່ເປົ້າໝາຍທີ່ມີຮ່ວມ
ກັນ ໃນການພັດທະນາປະຊາຊົນຈີນນັ້ນ.
ປະທານປະເທດຈີນ ທ່ານ Hu Jintao (ຊ້າຍ) ກັບອະດີດປະທານ Jiang Zemin (ຂວາ) ໄປຮ່ວມໃນພິທີສະ ຫລອງຄົບຮອບ 100 ປີ ຂອງການ ປະຕິວັດຊິນໄຫ ທີ່ສາລາປະຊາຊົນ ໃນນະຄອນຫລວງປັກກິ່ງ, ວັນທີ 9 ຕຸລາ 2011.
ນອກນີ້ແລ້ວ ອະດີດປະທານປະເທດຈີນ
ທ່ານຈຽງ ຊື້ໝິນ(Jiang Zemin) ກໍຍັງ
ໄດ້ອອກມາປາກົດຕົວໃນທີ່ສາທາລະນະ
ໃນພິທີສະເຫລີມສະຫລອງວັນຄົບຮອບ
ດັ່ງກ່າວ ໃນວັນທິດຜ່ານມານີ້. ໂທລະ
ພາບຂອງລັດສະແດງໃຫ້ເຫັນພາບອະ
ດີດປະທານປະເທດ ໄວ 85 ປີທີ່ມີສຸຂະ
ພາບອ່ອນແອ ຮ້ອງເພງຊາດຮ່ວມກັນ
ກັບພວກຜູ້ນໍາສູງສຸດຄົນອື່ນໆຂອງຈີນ.
ພວກເຈົ້າໜ້າທີ່ຈີນໄດ້ປະຕິເສດຢູ່ເປັນ
ປະຈໍາ ຕໍ່ຂ່າວລືທີ່ປາກົດອອກມາເມື່ອບໍ່
ເທົ່າໃດເດືອນຜ່ານມານີ້ ກ່ຽວກັບສຸຂະ
ພາບອ່ອນແອຂອງທ່ານຈຽງ ຊື້ໝິນ ນັ້ນ.
ສ່ວນຢູ່ທີ່ນະຄອນຫລວງໄທເປນັ້ນ ທ່ານ
ໝາ ຍິງ ຈິວ ປະທານາທິບໍດີໄຕ້ຫວັນ ກໍ
ໄດ້ເອີ່ຍເຖິງຄຸນຄວາມດີຂອງມື້ລາງທ່ານຊຸນ
ຢັດ ເຊນ ຄືກັນ ໃນວັນຄົບຮອບນຶ່ງຮ້ອຍ
ປີດັ່ງກ່າວ ແຕ່ໄດ້ເນັ້ນນໍ້າເຖິງຄ່ານິຍົມທີ່
ແຕກຕ່າງໄປຈາກຄູ່ຕໍາແໜ່ງໃນແຜ່ນດິນ
ໃຫຍ່ຂອງທ່ານ.
ປະທານາທິບໍດີ ໝາ ຢິງຈິວ ແຫ່ງໄຕ້ຫວັນ ກ່າວຄໍາປາໄສ ໃນວັນຄົບ ຮອບນຶ່ງຮ້ອຍປີ ຫລັງຈາກການປະຕິວັດຊິນໄຫ ທີ່ໄດ້ຍຸດຕິການປົກຄອງໂດຍລາດຊະວົງຈີນ ມາເປັນເວລາຫລາຍກວ່າ 2,000 ປີນັ້ນ.
ປະທານາທິບໍດີ ໝາ ຢິງຈິວໄດ້
ຮຽກຮ້ອງໃຫ້ພວກເຈົ້າໜ້າທີ່ຈີນ
ແຜ່ນດິນໃຫຍ່ ຈົ່ງຈົດຈໍາອຸດົມ
ການໃນການກໍ່ຕັ້ງປະເທດຈີນ
ຂອງທ່ານຊຸນ ຢັດ ເຊນ ທີ່ວ່າ
ໃຫ້ເປັນປະເທດທີ່ມີເສລີພາບ
ປະຊາທິປະໄຕ ແລະການແບ່ງ
ປັນກະຈາຍຄວາມອຸດົມຮັ່ງມີ
ໃຫ້ເທົ່າທຽມ ທົ່ວເຖິງກັນ.
ຄໍາປາໄສຂອງປະທານາທິບໍດີ
ໝາ ຢິງຈິວ ຕິດຕາມມາດ້ວຍ
ການເດີນສວນສະໜາມສະ
ແດງແສນຍານຸພາທາງທະຫານ
ຂອງໄຕ້ຫວັນ ທີ່ໃຊ້ເວລາດົນ
ເຖິງນຶ່ງຊົ່ວໂມງ ອັນໂຮມທັງ
ການສະແດງເຮືອບິນໄອພົ່ນ
ລົດຖັງ ແລະລູກສອນໄພ.
ເດັກນ້ອຍຈີນປະກອບສ່ວນໃນພິທີ ສະເຫລີມສະຫລອງຄົບຮອບ 100 ປີຂອງສາທາລະນະລັດຈີນ ທີ່ ໄຕ້ຫວັນ, ວັນທີ 10 ຕຸລາ 2011.
ເທົ່າເຖິງປັດຈຸບັນນີ້ ຈີນແຜ່ນດິນໃຫຍ່ຍັງ
ອ້າງວ່າ ເກາະໄຕ້ຫວັນເປັນພາກສ່ວນນຶ່ງ
ຂອງອານາເຂດຂອງຕົນຢູ່ຕໍ່ມາ. ທັງສອງ
ຝ່າຍໄດ້ລົດຜ່ອນຄວາມເປັນປໍລະປັກຕໍ່ກັນ
ແລະກັນລົງແດ່ໃນໄລຍະບໍ່ເທົ່າໃດປີຜ່ານ
ມານີ້ ແຕ່ຈີນແຜ່ນດິນໃຫຍ່ກໍຍັງບໍ່ໄດ້ປະ
ກາດເລີກລົ້ມຄວາມເປັນໄປໄດ້ ທີ່ວ່າຕົນ
ຈະໃຊ້ກໍາລັງ ເພື່ອປ້ອງກັນບໍ່ໃຫ້ເກາະ
ໄຕ້ຫວັນ ທີ່ມີລັດຖະບານຂອງຕົນເອງ
ຕ່າງຫາກນັ້ນ ປະກາດເອກກະລາດ.