ຈີນ ຈະສະໜັບສະໜູນ ການຫັນປ່ຽນໄປສູ່ປະຊາທິປະໄຕ ຢູ່ໃນມຽນມາ

ລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງ ຢີ້ ກ່າວວ່າ ຈີນ ຈະສະໜັບສະໜູນ ການຫັນປ່ຽນໄປສູ່ປະຊາທິປະໄຕ ຢູ່ໃນມຽນມາ.

ລັດຖະມົນຕີການຕ່າງປະເທດຈີນ ທ່ານ ຫວັງ ຢີ້ ​ກ່າວໃນລະຫວ່າງການຢ້ຽມ ຢາມປະເທດໄທ ໃນວັນສຸກມື້ນີ້ວ່າ ຈີນ ຈະ​ສະໜັບສະໜູນ​ການ​ຫັນປ່ຽນ​ໄປສູ່ ລະບອບ​ປະຊາທິປະ​ໄຕ ​ຢູ່ໃນ​ມຽນມາ ​ແລະຈະ​ສະໜັບສະໜູນ​ແຜນການ​ລະດັບ ພາກ​ພື້ນ ​ເພື່ອ​ຊອກ​ຫາ​ທາງ​ອອກ​ ຈາກ​ວິ​ກິດ​ການ​ທີ່​ຍັງ​ຄົງ​ດຳເນີນຢູ່​ໃນ​ປະ​ເທດ​ເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ດັ່ງກ່າວ, ອີງຕາມອົງການຂ່າວ Reuters.

ຄຳ​ເຫັນ​ຂອງ​ທ່ານ ຫວັງ ໃນ​ກອງ​ປະ​ຊຸມຖະແຫຼງຂ່າວ ​ໄດ້​ມີ​ຂຶ້ນ ຫຼັງ​ຈາກ​ທີ່​ທ່ານ​ໄດ້​ພົບ​ປະ​ກັບ​ທ່ານ ມິນ ອອງ ແລງ (Min Aung Hlaing) ຜູ້​ບັນຊາການ ສູງສຸດຂອງລັດຖະບານທະຫານ​ມຽນ​ມາ ໃນ​ລະ​ຫວ່າງ​ການ​ຢ້ຽມ​ຢາມ​ປະ​ເທດ​ທີ່​ໄດ້ຮັບຜົນກະທົບຈາກ​ສົງ​ຄາມແຫ່ງນີ້ ​ໃນ​ອາ​ທິດ​ນີ້.

ທ່ານ ກ່າວໃນຄຳປາໄສທີ່ແປແລ້ວວ່າ "ຈີນ​ສືບ​ຕໍ່​ປະຕິບັດຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງຕົນໃນ​ການ​ຟື້ນ​ຟູ​ສັນ​ຕິ​ພາບ ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ມຽນ​ມາ."

ຈີນ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ເທັກນິກ ​ແລະ​ການ​ຊ່ວຍ​ເຫຼືອ​ໃນ​ການສຳຫຼວດ​ສຳ​ມະ​ໂນ​ຄົວ, ຕິດຕາມດ້ວຍ​ການ​ເລືອກ​ຕັ້ງ​ທີ່​ວາງແຜນໄວ້ວ່າຈະຈັດຂຶ້ນໃນ​ປີໜ້າ, ສື່ມວນຊົນທີ່ຄວບຄຸມໂດຍກອງທັບ ກ່າວໃນວັນພະຫັດວານນີ້.

ມຽນມາ​ ໄດ້​ຢູ່ພາຍໃຕ້​ຄວາມ​ວຸ້ນວາຍ​ນັບ​ແຕ່​ເດືອນ​ກຸມພາ​ ປີ 2021 ​ເມື່ອ​ກອງທັບ​ ໄດ້​ຂັບໄລ່​ລັດຖະບານ​ພົນລະ​ເຮືອນ​ທີ່ມາຈາກການ​ເລືອກ​ຕັ້ງ ໂດຍການເຮັດລັດ​ຖະ​ປະ​ຫານ, ​ເຊິ່ງໄດ້​ເຮັດໃຫ້ສິ້ນ​ສຸດ​ບາດກ້າວທຳອິດ ໃນການ​ໄປ​ສູ່​ລະ​ບອບ​ປະຊາທິປະ​ໄຕແບບເຕັມໂຕ ຂອງ​ປະ​ເທດ​ທີ່​ທຸກ​ຍາກ​ແຫ່ງນີ້.

ໃນການເຂົ້າຮ່ວມ​ກອງ​ປະຊຸມ​ລະດັບ​ພາກ​ພື້ນໃນປະເທດໄທ, ທ່ານ ຫວັງ ກ່າວ​ວ່າ ຈີນ​ ຍັງ​ສະໜັບສະໜູນ​ແຜນການ​ສັນຕິພາບ​ທີ່​ໄດ້​ຕົກລົງ​ໂດຍ​ສະມາຄົມ​ປະຊາ​ຊາດ​ເອເຊຍຕາ​ເວັນ​ອອກສຽງ​ໃຕ້ ຫຼື ອາ​ຊຽນ ທີ່​ຮູ້ຈັກກັນໃນຊື່​ວ່າ "ສັນທາມະຕິ 5 ຂໍ້" ຂອງ​ກຸ່ມ ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ຢູ່ໃນ​ມຽນມາ.

ອ່ານຂ່າວເປັນພາສາອັງກິດລຸ່ມນີ້:

CHIANG MAI, Thailand, Aug 16 (Reuters) - China will support a democratic transition in Myanmar and backs a regional plan to find a way out of the ongoing crisis in the Southeast Asian country, Foreign Minister Wang Yi said on Friday during a visit to Thailand.

Wang's comments at a media conference came after he met with Myanmar's junta chief Min Aung Hlaing during a visit to the war-torn country this week.

"China continues its commitment to restore peace and stability in Myanmar," he said in translated remarks.

China has promised technical support and aid for conducting a census, followed by an election that is currently planned to be held next year, junta-run media said on Thursday.

Myanmar has been in turmoil since February 2021 when the military ousted an elected civilian government in a coup, abruptly ending the impoverished country's tentative steps towards becoming a full-fledged democracy.

In Thailand to attend a regional meeting, Wang said that China also supports a peace plan agreed to by the Association of Southeast Asian Nations (ASEAN), known as its five-point "consensus", to resolve the crisis in Myanmar.