ຈີນກໍາລັງເບິ່ງຢ່າງລະມັດລະວັງວ່າ ວໍຊິງຕັນແລະໂລກຈະຮັບມືກັບການບຸກລຸກຂອງຣັດເຊຍຕໍ່ຢູເຄຣນຄືແນວໃດ ແຕ່ກໍຍັງບໍ່ທັນໄດ້ຂ້າມເສັ້ນໄປ ເພື່ອສະຫນອງການຊ່ວຍເຫຼືອດ້ານອາວຸດທີ່ເປັນອັນຕະລາຍໃຫ້ແກ່ມົສກູເທື່ອ, ອີງຕາມ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ກ່າວໃນວັນພຸດວານນີ້ ທີ່ລາຍງານໂດຍອົງການຂ່າວຣອຍເຕີສ໌ (Reuters).
ໂດຍກ່າວຄຳເຫັນກ່ຽວກັບການຢ້ຽມຢາມມົສກູຂອງທ່ານສີ ຈິ້ນຜິງ ປະທານປະເທດຈີນນັ້ນ, ທ່ານບລິງເຄັນ ກ່າວຕໍ່ການຮັບຟັງຄຳໃຫ້ການຕໍ່ສະພາສູງວ່າ ຖ້າຣັດເຊຍໄດ້ຮັບອະນຸຍາດໃຫ້ໂຈມຕີປະເທດເພື່ອນບ້ານຂອງຕົນ ໂດຍບໍ່ມີການລົງໂທດ, ມັນກໍຈະເປັນ "ການເປີດຫີບຂອງຄວາມຊົ່ວຮ້າຍ" ສຳລັບປະເທດທີ່ຈະເປັນຜູ້ຮຸກຮານ ແລະຈະນຳໄປສູ່ “ໂລກແຫ່ງຄວາມຂັດແຍ້ງ."
(ພາບໃນແຟມ) ທ່ານສີ ຈິ້ນຜິງ ປະທານປະເທດຈີນ ຈັບມືກັນກັບທ່ານ ວລາດິເມຍ ປູຕິນ, ໃນພິທີເຊັນສັນຍາ ຫລັງຈາກມີການພົບປະກັນໃນວັງເຄຣັມລິນ ທີ່ມົສກູ, ວັນທີ 21 ມີນາ, 2023
“ສິ່ງທີ່ເປັນເດີມພັນຂອງສົງຄາມຢູ່ໃນຢູເຄຣນ ແມ່ນລາມກາຍຢູເຄຣນໄປແລ້ວ.… ຂ້າພະເຈົ້າຄິດວ່າ ມັນມີຜົນກະທົບຢ່າງເລິກເຊິ່ງໃນເອເຊຍ ຍົກຕົວຢ່າງເຊັ່ນ,” ນັ້ນຄືຄຳເວົ້າຂອງທ່ານບລິງເຄັນທີ່ກ່າວວ່າ ຍີ່ປຸ່ນ ແລະເກົາຫລີໃຕ້ໄດ້ເປັນຜູ້ ໃຫ້ການສະໜັບສະໜຸນໃຫຍ່ ແກ່ຢູເຄຣນ ໃນການຂັດແຍ້ງນີ້.
Your browser doesn’t support HTML5
Blinken: China’s Peace Plan Will Not End Russia’s Aggression in Ukraine
ທ່ານກ່າວວ່າ ແຕ່ຢ່າງໃດກໍຕາມ ທ່ານບໍ່ເຊື່ອວ່າຈີນ ໄດ້ໃຫ້ການຊ່ວຍເຫລືອດ້ານອາວຸດທີ່ເປັນອັນຕະລາຍໃຫ້ແກ່ມົສກູ.