ພາຍຫລັງທີ່ມີການຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ມາໄດ້ເກືອບນຶ່ງທົດສະວັດແລ້ວ, ນັກທ່ອງທ່ຽວຈີນທີ່ເດີນທາງມາຍັງສະຫະລັດກໍໄດ້ຫລຸດລົງ. ເພື່ອ ເປັນການຮັບມືກັບສະພາບການດັ່ງກ່າວນັ້ນ ສະຖານທີ່ທ່ອງທ່ຽວຫລາຍແຫ່ງ ຢູ່ທົ່ວປະເທດ ພາກັນຟ້າວຝັ່ງພະຍາຍາມເຮັດໃຫ້ທ່າອ່ຽງນັ້ນ ຕ່າວປີ້ນຄືນ. Faith Lapidus ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງບົວສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ຊານຍາວກ່າຍໄປຫາກາງນ້ຳສຳລັບໃຫ້ຄົນຕຶກປາ ຫລື Fisherman's Wharf ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ ແລະເປັນບ່ອນທີ່ມີລັກສະນະພິເສດເພື່ອໃຫ້ໄດ້ເບິ່ງສັດຢູ່ຕາມທຳມະຊາດ.
ແຕ່ວ່າ ແມ່ນແຕ່ສຽງຮ້ອງຂອງສິງໂຕທະເລຢູ່ໃນທ້ອງຖິ່ນນັ້ນ ກໍບໍ່ສາມາດເຮັດໃຫ້ນັກທ່ອງທ່ຽວບາງຈຳນວນ ຫັນເຫຄວາມສົນໃຈອອກໄປຈາກບັນຫາທີ່ໃຫຍ່ ກວ່ານັ້ນ ເຊັ່ນ ການກະທົບກະເທືອນກັນຈາກສົງຄາມການຄ້າ, ຄຳເຕືອນຫ້າມເດີນທາງ ແລະນະໂຍບາຍດ້ານຄົນເຂົ້າເມືອງຂອງລັດຖະບານທ່ານທຣຳ ນັ້ນໄດ້.
ທ່ານ ໂຈນາຕານ ຄວັກ, ນັກທ່ອງທ່ຽວຈາກຮົງກົງເວົ້າວ່າ:
"ໝູ່ຂອງຂ້ອຍໄດ້ຍິນກ່ຽວກັບທ່ານທຣຳ ແລະນະໂຍບາຍຂອງເພິ່ນ, ເຈົ້າຮູ້ບໍ່ ຄົນເວົ້າສູ່ຂ້ອຍຟັງກ່ຽວກັບເມືອງ ສຳລັບເປັນບ່ອນຫລົບລີ້ຂອງຄົນເຂົ້າເມືອງ. ເພິ່ນຈະກີດກັນພວກເຮົາບໍ່ໃຫ້ເຂົ້າໄປດ້ວຍການໃຊ້ກຳແພງບໍ່ ຫລື ເພິ່ນຊິຂົນເອົາພວກເຮົາໄປໄວ້ຢູ່ໃນເມືອງເມືອງໃດເມືອງນຶ່ງ? ຜູ້ຄົນພາກັນເປັນຫ່ວງກ່ຽວກັບເລື້ອງເຫລົ່ານັ້ນ."
ອີງຕາມຫ້ອງການເດີນທາງ ແລະທ່ອງທ່ຽວແຫ່ງຊາດແລ້ວ, ພາຍຫລັງທີ່ມີການຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ມາໄດ້ເກືອບນຶ່ງທົດສະວັດແລ້ວ, ນັກທ່ອງທ່ຽວຈາກຈີນທີ່ເດີນທາງມາຍັງສະຫະລັດໃນປີກາຍນີ້ ໄດ້ຫລຸດລົງເກືອບຮອດ 6 ເປີເຊັນ ມາເປັນ 2.9 ລ້ານຄົນ.
ຍ້ອນວ່ານັກທ່ອງທ່ຽວຈີນເປັນກຸ່ມຄົນຕ່າງປະເທດທີ່ໃຫຍ່ສຸດກຸ່ມນຶ່ງ ທີ່ເດີນທາງມາຢ້ຽມຢາມສະຫະລັດແລະຈ່າຍເງິນຫລາຍຕື້ໂດລາ ໃນຂະນະທີ່ພວກເຂົາເຈົ້າ ຢູ່ໃນທີ່ນີ້, ອຸດສາຫະກຳດ້ານໃຫ້ບໍລິການ ກໍາລັງເຮັດທຸກສິ່ງທຸກຢ່າງເທົ່າທີ່ຈະເຮັດໄດ້ ເພື່ອເຮັດໃຫ້ພວກເຂົາເຈົ້າຮູ້ສຶກຖືກຮັບຕ້ອນເປັນຢ່າງດີ.
ກຸ່ມໂຮງແຮມສາກົນ ຫລື Intercontinental Hotels Group ມີພະນັກງານທີ່ ປາກພາສາຈີນກາງ ແລະພາສາຈີນກວາງຕຸ້ງ, ແລະໃຫ້ບໍລິການນ້ຳຊາ ຢູ່ໃນຫ້ອງນອນ. ພວກເຂົາເຈົ້າຍັງເອົາອາຫານເຊົ້າຂອງຈີນໄປເສີບໃຫ້ອີກດ້ວຍ.
ເມື່ອພວກເຈົ້າໜ້າທີ່ທ່ອງທ່ຽວໃນເມືອງມີວວອກກີ, ລັດວິສຄອນຊິນສັງເກດເຫັນລົດເມຂອງບໍລິສັດທົວຂອງຈີນ ແລ່ນອອກຈາກນະຄອນຊີກາໂກ ໄປຍັງຫໍພິພິດທະພັນຂອງບໍລິສັດຮາເລ ເດວິດສັນ (Harley Davidson) ພວກເຂົາເຈົ້າກໍແປປຶ້ມຂໍ້ມູນທ່ອງທ່ຽວຕ່າງໆເປັນພາສາຈີນ, ແລະແມ່ນກະທັ້ງໄປງານວາງສະແດງສິນຄ້າ ຢູ່ນະຄອນຫລວງປັກກິ່ງ ບ່ອນທີ່ເຂົາເຈົ້າເປັນເມືອງອາເມຣິກັນແຫ່ງດຽວ ເທົ່ານັ້ນທີ່ມີຕົວແທນຢູ່ທີ່ນັ້ນ.
ສ່ວນຢູ່ໃນນະຄອນແຊນ ແຟຣນຊິສໂກ (San Francisco) ນັ້ນ ຮ້ານອາຫານ Simco ໄດ້ເອົາລະບົບ Alipay -ຊຶ່ງເປັນວິທີຈ່າຍເງິນທາງໂທລະສັບມືຖືທີ່ນິຍົມໃຊ້ກັນຢູ່ໃນປະເທດຈີນ - ແລະລາຍການອາຫານທີ່ເປັນພາສາຈີນກາງຕື່ມເຂົ້າໃສ່.
ທ່ານບອບ ພາທຣິດເຕ (Bob Partrite) ຢູ່ຮ້ານອາຫານ Simco ເວົ້າວ່າ:
"ການກິນລັກສະນະເປັນຄອບຄົວ ແມ່ນວິທີທີ່ພວກເຂົເຈົ້າມັກຫລາຍ, ພວກເຂົາເຈົ້າຈະສັ່ງອາຫານເປັນຊຸດໃຫຍ່ໆ ໂດຍມີກຸ້ງໃຫຍ່ ຫລື lobster, ກະປູ, ຫອຍແມງຜູ່, ຫອຍກີ້ ຫລື clam ແລ້ວກໍກິນນຳກັນ ແລະພາກັນຈັບກິນ ແລະກໍເປັນການກິນອາຫານແລງທີ່ຄັກຫລາຍອີ່ຫລີ."
ໃນຂະນະທີ່ການຄ້າລະຫວ່າງສະຫະລັດກັບຈີນ ກຳລັງຄ້າງຄາຢູ່ໃນການຖົງຖຽງກັນທາງການເມືອງຢູ່ນັ້ນ, ພວກນັກທຸລະກິດສະຫະລັດ ກຳລັງເຮັດທຸກສິ່ງທຸກຢ່າງທີ່ຕົນສາມາດເຮັດໄດ້ ເພື່ອຮັກສາກະແສຂອງນັກທ່ອງທ່ຽວຈີນໃຫ້ຫລັ່ງໄຫຼ ເຂົ້າມາປະເທດໄດ້ຢ່າງສະດວກ ສະບາຍ.