ຈີນ ກຳລັງລໍຖ້າ ໃນຂະນະທີ່ ທ່ານທຣຳ ໂອ້ລົມ ກັບພວກຜູ້ນຳ ຂອງໂລກ

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໂອ້ລົມ ທາງໂທລະສັບ ກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin ທີ່ຫ້ອງການ ຢູ່ທຳນຽບຂາວ. (28 ມັງກອນ 2017)

ນັບ​ຕັ້ງ​ແຕ່​ໄດ້​ສາບານ​ໂຕ ​ເຂົ້າຮັບ​ຕຳ​ແໜ່​ງ ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ​ໄດ້​ໂອ້​ລົມ​ກັບ​ຜູ້ນຳ​ຂອງ​ໂລກ​ສິບ​ກວ່າ​ຄົນ​ແລ້ວ. ລາຍ​ຊື່​ທີ່​ທຳນຽບຂາວ​ເປີດເຜີຍ​ເມື່ອ​ໄວໆ​ມານີ້ ​ລະບຸ​ວ່າ ມີ 16 ທ່ານຮວມທັງພັນທະ​ມິດແຕ່​ໃດໆ​ມາຂອງ​ວໍ​ຊິງ​ຕັນ ​ແມ່ນ​ກະ​ທັງຜູ້ນຳ ຂອງຣັດ​ເຊຍນຳດ້ວຍ. ສຳລັບ​ບາງ​ຄົນ​ແລ້ວ ປະ​ເທດ​ນຶ່ງ​ທີ່​ໄດ້​ຂາດ​ຫາຍໄປ ກໍ​ຄື​ຈີນ.

​ແລະ​ນັ້ນ​ ໄດ້​ພາ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນ ​ມີຄວາມ​ສົງ​ໄສ​ບໍ່​ພຽງ​ແຕ່​ວ່​າ ​ເປັນ​ຫຍັງ ​ແຕ່​ເວລາ​ໃດ ​ທີ່​ທ່ານ​ທຣຳຈະ​ໂອ້​ລົມ​ ກັບ​ຄູ່​ຕຳ​ແໜ່​ງຝ່າຍ​ຈີນ​ ປະ​ທານ​ປະ​ເທດ ສີ ຈີ້ິ້ນຜິ​ງ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າກຳ​ຕຳ​ແໜ່​ງ ສ່ວນ​ໃຫຍ່​ແລ້ວ​ ທ່ານ​ທຣຳ​ໄດ້​ເພັ່ງ​ເລັງ​ໃສ່​ແຕ່ບັນຫາ​ພາຍ​ໃນ​ປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ ​ແລະ​ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ໃຫ້​ຄຳ​ໝັ້ນ ສັນຍາ​ຂອງ​ທ່ານ ​ທີ່​ຈະ​ຖື​ເອົາ​ຜົນ​ປະ​ໂຫຍ​ດຂອງ​ອາ​ເມຣິກາ​ເປັນ​ນຶ່ງ​ນັ້ນ​ແມ່ນ​ໝາຍ​ຄວາມ​ວ່າທ່ານ​ຈຳ​ເປັນ​ຕ້ອງ​ໄດ້​ເພັ່ງ​ເລັງ​ໃສ່​ການ​ນຳ​ເອົາ​ວຽກ​ເຮັດ​ງານ​ທຳ​ກັບ​ຄືນ​ມາສູ່ສະ​ຫະລັດ ບໍ່​ແມ່ນ​ປະ​ເທດ​ທີ່​ທ່ານ​ກ່າວ​ຫາ​ວ່າ ລັກລອບເອົາ​ໂອກາດ​ເຫລົ່ານັ້ນ.

ການ​ໂຄສະນາ​ຫາ​ສຽງ​ຂອງ​ປ​ະທາ​ນາ​ທິບໍດີ​ສະຫະລັດ ​ທີ່​ຈະ​ນຳ​ເອົາ​ວຽກ​ເຮັດ​ງານທຳ​ກັບ​ຄືນ​ມາສູ່​ອາ​ເມຣິກາ ບໍ່​ພຽງ​ແຕ່​ຂັດ​ກັບ​ຜົນ​ປະ​ໂຫຍ​ດຂອງ​ຈີນ ​ແຕ່​ຍັງ​ຂັດກັບ​ຖະ​ແຫຼງການ​ກ່ຽວ​ກັບລັດຖະບານຂອງ​ທ່ານ ຕໍ່​ອັນ​ທີ່​ປັກ​ກິ່ງ​ຖື​ວ່າ ​ເປັນ​ບັນຫາຜົນ​ປະ​ໂຫຍ​ດສຳຄັນ​ສຸດ ​ເຊັ່ນ​ວ່າການ​ຂັດ​ແຍ້​ງຢູ່​ທະ​ເລ​ຈີນ​ໃຕ້ ຫລື​ການ​ຕັດສິນ​ໃຈ​ທີ່​ຈະ​ໂອ້​ລົມ​ກັບ​ປະທານາທິບໍດີ​ໄຕ້​ຫວັນ ທ່ານ​ນາງ Tsai Ing-wen ທີ່​ໄດ້ເຮັດ​ໃຫ້​ຈີນ​ຮູ້ສຶກ​ບໍ່​ສະບາຍ​ໃຈ.

ທ່ານ Oh Ei Sun ​ເຈົ້າໜ້າ​ທີ່​ອະ​ວຸ​ໂສ ທີ່​ສະ​ຖາ​ບັນ​ການ​ສຶກສາ​ນາໆ​ຊາດ S. Rajarat- nam ຢູ່​ສິງກະ​ໂປ ກ່າວ​ວ່າ “ຈາກ​ຄວາມເຂົ້າ​ໃຈ ຂອງ​ທ່ານ​ທຣຳ​ແລ້ວ ທ່ານ​ຕ້ອງ​ໄດ້​ໃຈ້​ແຍກ​ ນະ​ໂຍບາຍ​ຕ່າງໆ​ຂອງ​ທ່ານ ບາງ​ຄັ້ງບາງ​ຄາວ ​ກໍ​ມີ​ການ​ຂັດ​ແຍ້​ງກັນ ແລະ ​ອື່ນໆ ກ່ອນ​ທີ່​ທ່ານ​ຈະ​ມີ​ການ​ໂອ້​ລົມ​ແບບ​ສອດຄ່ອງ​ກັນ ​ກັບ​ປະທານປະ​ເທດ ​ສີ ຈິ້ນຜິງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ