ຄົນຮ້າຍເອົາມີດໄລ່ແທງ ປະຊາຊົນຕາຍ 6 ຄົນ ທີ່ເຂດ Xinjiang ຂອງຈີນ

  • ທອງປານ ເທບວົງສາ

ພວກກູ້ໄພຊ່ວຍເຫລືອຜູ້ບາດເຈັບ ໃນເຫດປະທະກັນ ທີ່ເມືອງ Hotan, ເຂດປົກຄອງຕົນເອງ Xinjiang ຊອງຊົນເຜົ່າວີເກີ, ເມື່ອວັນທີ 18 ກໍລະກົດ 2011.

ຕໍາຫລວດຈີນກ່າວວ່າ ຜູ້​ຊາຍ​ສອງ​ຄົນ​ທີ່​ຖື​ມີດໄດ້ໂຈມຕີຝຸງຊົນກຸ່ມນຶ່ງຢູ່​ໃນ ເຂດຊາຍແດນ Xinjiang ​ທີ່​ຫ່າງ​ໄກໃນພາກຕາເວັນຕົກສຽງເໜືອສຸດຂອງຈີນ ເມື່ອຄືນວັນເສົາວານນີ້ ​ໂດຍ ໄດ້ສັງຫານຢ່າງໜ້ອຍຫົກຄົນ ແລະ​ເຮັດໃຫ້ບາດເຈັບອີກ 28 ຄົນ.

ພວກເຈົ້າໜ້າທີ່ຈີນກ່າວວ່າ ການໂຈມຕີດັ່ງກ່າວໄດ້ເລີ່ມຂຶ້ນພ້ອມ​ໆ​ກັບ​ເກີດ​ເຫດລະເບີດແຕກ ສອງລູກ ທີ່ເມືອງ Kashgar ທີ່​ເປັນ​ທາງ​ຜ່ານ​ຂອງ​ເສ້ນ​ທາງການ​ຄ້າທີ່​ເອີ້ນ​ວ່າ ທາງ​ສາຍ​ໃໝ່ລະຫວ່າງ​ເອ​ເຊຍ​ກັບ​ຢຸ​ໂຮບ​ເມື່ອ​ຫລາຍ​ຮ້ອຍ​ປີ​ມາ​ແລ້ວ​ນັ້ນ. ຕໍ່ມາຊາຍສອງຄົນ ໄດ້ສັງ ຫານຄົນຂັບລົດບັນທຸກຄັນນຶ່ງຢູ່ສີ່ແຍກແຫ່ງນຶ່ງ ແລ້ວຍຶດເອົາລົດໄປ. ຫລັງຈາກນັ້ນ ຄົນທັງ ສອງກໍຂັບລົດບັນທຸກແລ່ນເຂົ້າໄປໃນຝຸງຊົນ ອອກຈາກລົດ ແລະກໍເອົາມີດໄລ່ແທງພວກຄົນ ຍ່າງຕາມຖະໜົນ ຍັງຜົນໃຫ້ມີຜູ້ເສຍຊີວິດຫົກຄົນ.

ຕໍາຫລວດກ່າວວ່າ ພວກຝຸງຊົນໄດ້ພາກັນຫຸ້ມທຸບຕີມືມີດຄົນນຶ່ງຈົນຕາຍ ແລະຈັບຜູ້ທີ່ສອງ ໄດ້. ສາເຫດຂອງການໂຈມຕີດັ່ງກ່າວຍັງບໍ່ມີລາຍລະອຽດ.

ໃນເຫດການຮຸນ​ແຮງເຖິງແກ່ຊີວິດບັ້ນນຶ່ງໃນຕົ້ນເດືອນນີ້ ພວກຕໍາຫລວດ ໄດ້ຍິງພວກກໍ່ຈະ ລາຈົນ 14 ຄົນ ທີ່​ເຂົ້າໂຈມຕີສະຖານີຕໍາຫລວດແຫ່ງນຶ່ງ ແລະໄດ້ສັງຫານສີ່ຄົນ ໃນເມືອງ Hotan ແຂວງ Xinjiang ເມື່ອວັນທີ່ 18 ເດືອນກໍລະກົດນີ້.

ຊາວວີເກີ ປະທ້ວງການປົກຄອງຂອງຈີນ ໃນເຂດ Xin Jiang ເມື່ອວັນທີ 10 ມີຖຸນາ 2011.

ເຂດແຂວງຊິນຈຽງ ເປັນຖິ່ນຢູ່
ຂອງພວກຊາວມຸສລິມວີເກີ
ຫລາຍລ້ານຄົນ ທີ່ມີ​ຄວາມ
ໂກດ ແຄ້ນນໍາອັນທີ່ພວກເຂົາ
ເຈົ້າເອີ້ນວ່າ ການປົກຄອງ
ແບບກົດ​ຂີ່ມາໄດ້ຫລາຍສິບ
ປີ ຂອງປັກກິ່ງ ແລະການ​
ຫລັ່ງ​ໄຫລ​ເຂົ້າ​ມາ​ຢູ່​ໃນ​ເຂດ​
ນັ້ນຂອງພວກຊາວ​ຈີນເຜົ່າຫັ໊ນ
ທີ່​ເຂົາ​ເຈົ້າບໍ່ຕ້ອງການນັ້ນ.