ຈີນ ຫວຽດນາມ ປະກາດວ່າ ຈະ ຮັກສາສັນຕິພາບ ສະຖຽນລະພາບ ໃນລະເລຈີນໃຕ້

ນາຍົກລັດຖະມົນຕີຈີນ ທ່ານ Li Keqiang (ຂວາ) ແລະ ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Xuan Phuc.

ນາຍົກລັດຖະມົນຕີຫວຽດນາມ ທ່ານ Nguyen Xuan Phuc ​ໄດ້​ເລີ້ມການ​ເດີນທາງ​ຂອງ​ທ່ານ ​ຢ່າງເປັນ​ທາງ​ການ​ ໄປ​ຢ້ຽມຢາມ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໃນ​ນະຄອນ​ປັກ​ກິ່ງ ວັນ​ຈັນ​ວານ​ນີ້ ທ່າມກາງ​ຄວາມ​ເຄັ່ງຕືງກ່ຽວ​ກັບ​ເຂດ​ນໍ້າ​ແດນ​ດິນ ທີ່​ມີ​ບັນຫາຂັດ​ແຍ້ງກັນ​ໃນ​ທະ​ເລ​ຈີນໃຕ້.

ການ​ຢ້ຽມຢາມ​ຈີນຢ່າງ​ເປັນ​ທາງ​ການຄັ້ງທຳ​ອິດຂອງນາຍົກລັດຖະມົນຕີຫວຽດ ນາມ ທ່ານ​ Phuc ​ໃນ​ຮອບຫົກ​ປີ ​ໄດ້​ມີ​ຂຶ້ນ​ຈາກ​ການ​ເຊີນ​ໂດຍ​ຄູ່​ຕຳ​ແໜ່​ງຝ່າຍຈີນ ທ່ານ Li Keqiang. ສື່ມວນ​ຍຊົນຫວຽດນາມ ​ແລະ​ຈີນ ກຳລັງ​ລາຍ​ງານ​ວ່າ ທ່ານ Phuc ​ແລະ​ທ່ານ Li ຮ່ວມກັນ​ທີ່​ຈະປະກາດ​ “ການ​ຄຸ້ມ​ຄອງ​ຄວາມ​ແຕກ​ຕ່າງ​ທາງ​ທະ​ເລ” ​ແລະ “ຮັກສາ​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ” ຢູ່​ທີ່​ກອງ​ປະຊຸມນນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້ ທີ່ຕິດ​ຕາມມາ​ດ້ວຍ​ການ​ສົນທະນາ​ຢ່າງ​ກວ້າງ​ຂວາງ ຢູ່​ທີ່​ຫໍສາລາ​ປະຊາຊົນ.

ການ​ຢ້ຽມຢາມ​ຂອງ​ທ່ານ Phuc ​ບັງ​ເອີນ​ມີ​ຂຶ້ນ​ໃນ​ຂະນະ​ທີ່​ການ​ຊ້ອມ​ລົບປະຈຳ​ປີ​ຂອງ​ກອງທັບ​ເຮືອຈີນ​ແລະຣັດ​ເຊຍ ຊື່​ງອິງຕາມ​ເຈົ້າໜ້າ​ທີ່​ຈີນ​ແລ້ວ ຈະ​ຮ່ວມ​ທັງ​ການ​ເຝິກ​ແອບ “ຍືດ ​ແລະ​ຄວບ​ຄຸ​ມ” ບັນດາ​ໝູ່​ເກາະດອນ​ທີ່​ຂັດ​ແຍ້ງກັນ. ​ໂຄສົກ​ກະຊວງ​ຕ່າງປະ​ເທດ ທ່ານ Hua Chunying ກ່າວ​ວ່າ ການ​ເ​ຝິກ ຊ້ອມ​ບໍ່​ໄດ້ “ຕໍ່ຕ້ານພາກສ່ວນ​ທີ່​ສາມ.”

​ໂຄສົກ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kirby ​ໄດ້​ຖະ​ແຫລ​ງກ່ຽວ​ກັບ ​ການ​ຊ້ອມ​ລົບ​ຈີນ-ຣັ​ດ​ເຊຍ ​ໃນວັນ​ຈັນ​ວານ​ນີ້ ​ໂດຍກ່າວ​ວ່າ ສະຫະລັດ ບໍ່​ເຫັນ​ວ່າ​ເຂົາ​ເຈົ້າ​ໄດ້​ຂົ່ມຂູ່. ທ່ານ​ກ່າວ​ວ່າ “ສິ່ງດຽວ​ທີ່​ພວກ​ເຮົາ​ຄິດ​ກ່ຽວ​ກັບ​ເລື້ອງ​ນີ້ກໍ​ຄື ການຊ້ອມ​ລົບ​ສົມ​ຄວນ​ທີ່​ຈະ​ອີງ​ຕາມ​ກົດໝາ​ຍສາກົນ ບໍ່​ແມ່ນເພີ້ມຄວາມ​ເຄັ່ງ​ຕືງ.”

ອ່ານຂ່າວນີ້ເພີ້ມປັນພາສາອັງກິດ