ຄວາມສໍາພັນ ສຫລ ກັບຈີນ ຈະບໍ່ສ້າງ ຄວາມເສຍຫາຍ ໃຫ້ແກ່ຍີ່ປຸ່ນ

ນາຍພົນ Martin Dempsey ປະທານເສນາທິການຮ່ວມກອງທັບ ສະຫະລັດ ກັບນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ Shinzo Abe

ເຈົ້າໜ້າທີ່ລະດັບສູງຄົນນຶ່ງຂອງກະຊວງປ້ອງກັນປະເທດສະຫະ
ລັດເວົ້າວ່າ ເຖິງແມ່ນອະເມຣິກາຢາກສ້າງຄວາມສໍາພັນທີ່ເຂັ້ມ
ແຂງກວ່າເກົ່າກັບຈີນກໍຕາມ ແຕ່ມັນຈະ​ບໍ່​ເກີດ​ຂຶ້ນ ບົນ​ຄວາມ​
ເສຍຫາຍ​ແກ່ຄວາມສໍາພັນທີ່ດີຂອງວໍຊິງຕັນກັບຍີ່ປຸ່ນ. ຜູ້ສື່ຂ່າວ
ວີໂອເອ ວິລລຽມ ໄອດ໌ ມີລາຍງານກ່ຽວ​ກັບເລຶ່ອງນີ້ຈາກປັກປິ່ງ
ຊຶ່ງ ທອງປານຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ

ນາຍພົນ Martin Dempsey ປະທານເສນາທິການຮ່ວມກອງ
ທັບສະຫະລັດ ໄດ້ບອກທະຫານກຸ່ມນຶ່ງ ຫຼາຍຮ້ອຍຄົນ ທີ່ປະຈໍາ ການຢູ່ຍີ່ປຸ່ນເມື່ອວັນພະຫັດອາທິດຜ່ານມາຫລັງ​ຈາກ​ການ​ຢ້ຽມ
ຢາມ​ປະ​ເທດ​ຈີນວ່າຕອນ​ທີ່​ທ່ານ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ
ນັ້ນ ທ່ານ​ໄດ້​ບອກ​ເຂົາ​ເຈົ້າ​ຢ່າງ​ແຈ້ງ​ຂາວວ່າ ການປັບປຸງຄວາມ
ສໍາພັນກັບປັກກິ່ງ ບໍ່​ແມ່ນປະ​ເດັນທີ່​ຕ້ອງ​ເລື​ອກ​ເອົາລະຫວ່າງ
“ສິ່ງ​ນີ້ ຫລື​ສິ່ງນັ້ນ” ສໍາລັບສະຫະລັດໃນ​ດ້ານ​ທີ່​ພົວກັນ​ກັບຄວາມ​
ສໍາພັນກັບ​ຍີ່ປຸ່ນ.

ນາຍພົນ Dempsey ເວົ້າວ່າ: “ພວກເຮົາຈະປະຖິ້ມຄວາມສໍາພັນຂອງພວກເຮົາ ກັບຍີ່ ປຸ່ນ ເພື່ອສ້າງຄວາມສໍາພັນທີ່ເຂັ້ມແຂງກັບຈີນຫລື​ບໍ່? ຄໍາຕອບ ກໍຄື ບໍ່.”

ຄວາມເຄັ່ງຕຶງລະຫວ່າງໂຕກຽວແລະປັກກິ່ງໄດ້ເພີ່ມທະວີຂຶ້ນອີກຄັ້ງນຶ່ງໃນອາທິດ​ແລ້ວນີ້ ເວລາທ່ານ Dempsey ແລະຮອງລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ William Burns ໄປຢ້ຽມຢາມຈີນ.

ເມື່ອວັນພຸດ​ແລ້ວ​ນີ້ ສະມາຊິກສະພາຜູ້​ແທນຍີ່ປຸ່ນຫຼາຍກວ່າ 160 ຄົນໄດ້ ເຂົ້າໄປສັກກາ ລະບູຊາ ຢູ່ຫໍ Yasukuni ທີ່ເປັນສານເຈົ້າຂອງສາສະໜາຊິນໂຕຂອງຍີ່ປຸ່ນ ຢູ່ໂຕກຽວ. ລັດຖະມົນຕີສາມທ່ານໃນຄະນະລັດຖະບານ ຍີ່ປຸ່ນກໍໄດ້ເຂົ້າໄປສັກກາລະບູຊາທໍານອງ ດຽວກັນ ທີ່ສານເຈົ້າດັ່ງກ່າວເມື່ອສອງອາທິດຜ່ານມາ.

ຫໍດັ່ງກ່າວເປັນສະຖານທີ່ໃຫ້ກຽດແກ່ບັນດານັກລົບທີ່ລົ້ມຕາຍໃນປາງສົງຄາມຍີ່ປຸ່ນ ຈໍາ ນວນ 2 ລ້ານ 5 ແສນຄົນ ໂຮມທັງອາຊະຍາກອນສົງຄາມຈໍານວນນຶ່ງ ຈາກປາງສົງຄາມ ໂລກຄັ້ງທີ່ສອງ.

ຈີນແມ່ນໄດ້ຍື່ນ​ສານຕໍ່​ວ່າຢ່າງ​ເຄ່ງ​ຂຶມຕໍ່ຍີ່ປຸ່ນ ກ່ຽວກັບການຢ້ຽມຢາມດັ່ງກ່າວ. ກະຊວງ ຕ່າງປະເທດຈີນເວົ້າວ່າ ບັນດາຜູ້ນໍາຍີ່ປຸ່ນຄວນຈະຮຽນຮູ້ ​ໃນ​ການເຄົາລົບນັບຖືຄວາມ ຮູ້ສຶກຂອງປະຊາຊົນຈີນແລະຂອງປະເທດອື່ນໆທີ່​ໄດ້​ຮັບ​ເຄາະຈາກ​ຍີ່ປຸ່ນ.

ນອກນີ້ແລ້ວ ຈີນຍັງໄດ້ກ່າວໂຈມຕີແຜນການຂອງສະຫະລັດແລະຍີ່ປຸ່ນ ທີ່​ຈະ​ທໍາ​ການ ຊ້ອມບຸກເຂົ້າຍຶດເກາະແຫ່ງນຶ່ງ ຢູ່ນອກຝັ່ງທະເລຂອງລັດແຄລິຟໍເນຍ ທາງພາກຕາເວັນ ຕົກຂອງສະຫະລັດ ​ໃນ​ທ້າຍ​ເດືອນ​ມິຖຸນາ ຈະ​ມາ​ເຖິງ​ນີ້.

ສາຍສໍາພັນລະຫວ່າງຍີ່ປຸ່ນແລະຈີນໄດ້ຊຸດໂຊມລົງເຖິງຈຸດຕໍ່າສຸດໃນຮອບ ຫຼາຍປີຜ່ານ ມາ. ກໍຄືຂໍ້ຂັດແຍ້ງກັນລະຫວ່າງທັງສອງປະເທດ ກ່ຽວກັບໝູ່ ເກາະທີ່ບໍ່ມີຄົນຢູ່ອາໄສ ແຫ່ງນຶ່ງໃນຂົງເຂດທະເລຈີນຕາເວັນອອກ ຊຶ່ງທັງ ສອງປະເທດຕ່າງກໍແຂ່ງກັນ ອ້າງເອົາ ກໍາມະສິດນັ້ນ ​ໄດ້​ເປັນ​ປະ​ເດັນ​ທົດ​ສອບຄວາມສໍາພັນລະຫວ່າງ ນັບຕັ້ງແຕ່ປີຜ່ານມາ.

ຈີນເອີ້ນ​ແຜນການຊ້ອມລົບທີ່​ວ່າ​ນັ້ນ ວ່າເປັນການເກາະຜິດຄິດຮ້າຍ ແຕ່ກໍເວົ້າຕື່ມວ່າ ການຊ້ອມລົບກັນແບບນັ້ນ ຈະບໍ່ເຮັດໃຫ້ຈີນຫັນເຫໜີຈາກການປ້ອງກັນເຂດນໍ້າແດນ ດິນຂອງຕົນແຕ່ຢ່າງໃດ.

ນອກຈາກບັນຫາຄວາມເຄັ່ງຕຶງກັບຍີ່ປຸ່ນ ພັນທະມິດຂອງສະຫະລັດນັ້ນແລ້ວ ວໍຊິງຕັນ ແລະປັກກິ່ງກໍກໍາລັງປະເຊີນ ກັບສິ່ງທ້າທາຍຕ່າງໆໃນຂອບເຂດ ກວ້າງຂວາງອີກ ໂຮມ ທັງຂໍ້ຂັດແຍ້ງທາງການຄ້າ ຄວາມໝັ້ນຄົງຂອງອິນເທີ ​ເເນັດ ແລະຄວາມແຕກຕ່າງກັນ ດ້ານສິດທິມະນຸດ ທີ່ມີມາດົນນານນັ້ນ.

ເຖິງປານນັ້ນກໍຕາມ ທັງສອງປະເທດກໍເວົ້າວ່າ ພວກເຂົາເຈົ້າຍັງມຸ້ງໝັ້ນທີ່​ຈະກ້າວໄປ ຂ້າງໜ້າ. ໃນລະຫວ່າງການຢ້ຽມຢາມປັກກິ່ງຂອງນາຍພົນ Dempsey ໃນອາທິດຜ່ານ ມານີ້ ບັນດາເຈົ້າໜ້າທີ່ສະຫະລັດແລະຈີນໄດ້ ເນັ້ນຢໍ້າເຖິງຄວາມພ້ອມຂອງ​ພວກ​ຕົນ ທີ່ຈະສ້າງສາຄວາມໄວ້ເນື້ອເຊື່ອໃຈກັນ ແລະ​ເສີມສ້າງຄວາມສໍາພັນລະຫວ່າງ​ກອງທັບ​ກັບ​ກອງທັບ ​ໃຫ້​ເຂ້​ມ​ແຂງ​ຂຶ້ນ.

ຮອງລັດຖະມົນຕີຕ່າງປະເທດ William Burns ທີ່ໄດ້ພົບ​ປະ​ສົນທະນາ​ກັບຮອງປະ ທານ ປະເທດຈີນ ທ່ານ Li Yuanchao ແລະທີ່ປຶກສາລັດຖະບານ ທ່ານ Yang Jiechi ເມື່ອວັນພະຫັດ​ແລ້ວນີ້ ກໍ​ໄດ້ເນັ້ນຢໍ້າເຖິງຄວາມສໍາຄັນ ທີ່​ສະຫະລັດ​ມອບ​ໃຫ້​ແກ່ຄວາມສໍາພັນກັບປັກກິ່ງ.

ທາງ​ຝ່າຍ​ຈີນ​ນັ້ນ ຮອງປະທານປະເທດ Li Yuanchao ເວົ້າວ່າ ປັກກິ່ງ ກໍຕ້ອງການທີ່ ຈະຊຸກຍູ້​ໃຫ້ຄວາມສໍາພັນກັບສະຫະລັດ ມຸ້ງໜ້າໄປໃນທິດທາງທີ່ເປັນທາງບວກນັ້ນ ຄື​ກັນ.
:
ທ່ານ ລີ ເວົ້າວ່າ ຈີນແລະສະຫະລັດສາມາດສ້າງຄວາມໄວ້ເນື້ອເຊື່ອໃຈກັນ ໃຫ້ແໜ້ນ ແຟ້ນຫຼາຍຂຶ້ນ ໂດຍການໂອ້ລົມສົນທະນາກັນ​ໃຫ້​ຫລາຍ​ຂຶ້ນ​ແລະ​ໜັກ​ແໜ້ນ​ຂຶ້ນ ​ແລະ ວ່າ ທັງສອງປະເທດ ຄວນຈະ​ເສີມສ້າງຄວາມ​ສໍາພັນ​ກັນ ບົນຜົນປະໂຫຍດທີ່ມີຮ່ວມກັນ ແລະປະຕິບັດ​ງານ​ເພື່ອຫາ​ທາງ​ແກ້​ໄຂຄວາມເຫັນທີ່ແຕກຕ່າງກັນນັ້ນນໍາ ພ້ອມທັງ ທັບ ມ້າງອຸບປະສັກໃດໆທີ່ເປັນຕົວຂັດຂວາງຄວາມສໍາພັນນັ້ນ.

ຈີນແລະສະຫະລັດມີກໍານົດທີ່ຈະທໍາການເຈລະຈາກັນຄັ້ງສໍາຄັນ ໃນເດືອນ ກໍລະກົດນີ້ ທີ່ວໍຊິງຕັນ. ການເຈລະຈາກັນຄັ້ງນີ້ ຈະຮວມທັງການປຶກສາຫາລືກັນ​ເປັນ​ກຸ່ມ ກ່ຽວ​ກັບ​ເລຶ່ອງການປ່ຽນແປງຂອງດິນຟ້າອາກາດ ພ້ອມທັງ ຄວາມໝັ້ນຄົງທາງອິນເທີ​ເເນັດ ຊຶ່ງ ເປັນບັນຫາທີ່ທັງປັກກິ່ງແລະວໍຊິງຕັນ ​ໄດ້ກ່າວຫາຊຶ່ງກັນແລະກັນ ໃນໄລຍະບໍ່ເທົ່າໃດ ເດືອນຜ່ານມານີ້.