ຈີນປະຕິເສດຂໍ້ກ່າວຫາ ຂອງສະຫະລັດ ທີ່ວ່າ ຕົນລັກເຈາະ ຂໍ້ມູນຄອມພິວເຕີ

ທ່ານ Li Keqiang ນາຍົກ ລັດຖະມົນຕີຄົນໃໝ່ ຂອງຈີນ ຖະແຫລງຕໍ່ກອງປະຊຸມ ໃຫ້ສໍາພາດຂ່າວ ຫລັງຈາກອັດກອງປະຊຸມຫລວງ ຂອງສະພາປະຊາຊາດແຫ່ງຊາດ, ວັນທີ 17 ມີນາ 2013.

ທ່ານ Li Keqiang ນາຍົກລັດຖະມົນຕີຄົນ​ໃໝ່​ຂອງ​ຈີນ ບໍ່​ຍອມ
ຮັບ​ຂໍ້​ກ່າວຫາ​ຂອງ​ສະ ຫະລັດ ​ທີ່​ວ່າ​ຈີນ​ລັກ​ເຈາະເອົາ​ຂໍ້​ມູນ​ໃນ​
ຄອມ​ພິວ​ເຕີ ​ແລະ​ກ່າວ​ວ່າ ປະ​ເທດ​ທັງ​ສອງ​ບໍ່​ຄວນຈະ​ກ່າວ​ຫາ
ກັນແລະ​ກັນໂດຍ​ບໍ່​ມີ​ເຫດຜົນ ​ແລະຄວນ​ຈະ​ປະຕິບັດ​ງານ​ຮ່ວມ
​ກັນ ​ເພື່ອຊ່ວຍ​ສ້າງ​ຄວາມ​ໝັ້ນຄົງແກ່​ລະບົບອິນ​ເທີ​ເນັດ.

​ໃນ​ຕອນໃຫ້​ສໍາ​ພາດ​ກັບ​ພວກ​ນັກ​ຂ່າວ ຫຼັງຈາກ​ປິດ​ກອງ​ປະຊຸມ​ສະພາປະຊາຊົນ​ແຫ່ງ​ຊາດ ​ໃນ​ວັນ​ອາທິດ​ມື້​ນີ້ ທ່ານຫລີ ​ເວົ້າ​ວ່າ ຈີນ​ເອງ​ກໍ​ຕົກ​ເປັນ​ເປົ້າໝາຍ​ໃຫຍ່ຂອງການ​ຖືກ​ເຈາະ​ເອົາ​ຂໍ້​ມູນ​ໃນ​ຄອມ​ພິວ​ເຕີ​ຢູ່​ແລ້ວ ​ແລະ ​ຈະ​ບໍ່ຂໍ​ສະ​ໜັບສະ​ໜຸນ ກິດ​ຈະ​ກໍາ​ແບບ​ນັ້ນ.

ທ່ານ Jacob Lew ລັດຖະມົນຕີ​ການ​ເງິນສະຫະລັດ​ຄົນ​ໃໝ່ ມີ​ກໍານົດ​ອອກ​ເດີນທາງ​ໄປ​
ຍັງ​ຈີນ​ໃນ​ອາທິດ​ນີ້ ​ເພື່ອ​ການ​ເຈລະຈາເລຶ່ອງ​ເສດຖະກິດທີ່​ຄາດ​ວ່າຈະ​ໂຮມ​ທັງ​ການໂຈມ
ຕີ​ລະບົບ​ຄອມ​ພິວ​ເຕີຂອງ​ບໍລິສັດ​ຕ່າງໆ​ຂອງ​ສະຫະລັດ​ນັ້ນ​ນໍາ.

​ເມື່ອ​ເດືອນຜ່ານ​ມາ ກຸ່ມ​ຄວາມ​ໝັ້ນຄົງ​ອິນ​ເທີ​ເນັດຂອງ​ສະຫະລັດທີ່​ຊື່ວ່າ Mandiant ກ່າວຫາກ​ອງທັບ​ຈີນວ່າ​ ລັກ​ເຈາະ​ເອົາ​ຂໍ້​ມູນ​ຈໍານວນຫຼວງ ຫຼາຍຈາກປະມານ 150 ບໍລິສັດ ​ແລະ​ອົງການ​ຕ່າງໆ​ຂອງ​ສະຫະລັດ.

ຫຼາຍໆ​ບໍລິສັດ​ເທັກ​ໂນ​ໂລ​ຈີ່​ໃຫຍ່ຂອງ​ສະຫະລດ ​ໂຮມ​ທັງ Apple, Facebook ​ແລະ
Twitter ຖືກ​ເຈາະ​ເອົາ​ຂໍ້​ມູນ​ເມື່ອ​ຕົ້ນ​ປີ​ນີ້. ໜັງສືພິມ the New York Times, Wall
Street Journal ​ແລະ Washington Post ກໍ​ເວົ້າ​ວ່າ ພວກ​ຕົນ​ກໍ​ໄດ້​ຖືກ​ໂຈມ​ຕີ​ໂດຍ​
ພວກ​ເຈາະເອົາ​ຂໍ້​ມູນ​ຄອມ​ພິວ​ເຕີ ທີ່​ມີ​ສໍານັກງານ​ປະຕິບັດ​ການ​ໃນ​ຈີນນັ້ນເຊັ່ນ​ກັນ.