ຈີນມີປະຕິກິລິຍາໃນທາງບວກ ຕໍ່ກອງປະຊຸມ ສະຫະລັດ-ຈີນ

  • ສິງ ບູຣົມມະວົງ

ທ່ານນາງ ຮີນລາຣີ ຄລິນຕັນ ລັດຖະມົນຕີການຕ່າງປະເທດສະຫະລັດທີ່ກອງປະຊຸມລະຫວ່າງສະຫະລັດແລະຈີນ ທີ່ກຸງວໍຊິງຕັນ ວັນທີ 11 ພຶດສະພາ

ສື່​ມວນ​ຊົນ​ແຫ່ງ​ລັດຂອງ​ຈີນ​ໄດ້​ສະ​ແດງ​ທ່າ​ທີໂດຍ​ທົ່ວ​ໄປ​ແລ້ວໃນ​ນໍ້າ​ສຽງໃນ​ທາງບວກ ​ໃນ​ການ​ລາຍ​ງານ​ຂ່າວ​ຂອງ​ຕົນ​ກ່ຽວ​ກັບ​ການ​ພົບ​ປະ​ເຈລະຈາ​ກັນ​ວ່າ​ດ້ວຍ​ຍຸດ​ທະ​ສາດ​ແລະ​ເສດຖະກິດ​ເປັນ​ເວລາ 2 ມື້​ລະຫວ່າງ​ຈີນກັບສະຫະລັດ​ທີ່​ກຸງ​ວໍ​ຊິງ​ຕັນ​ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຂອງ​ຈີນ​ບັນ​ລະ​ຍາຍ​ການ​ໂອ້​
ລົມ​ສົນທະນາ​ກັນ​ດັ່ງກ່າວ ຊຶ່ງ​ໄດ້​ຍຸດຕິ​ລົງ​ໃນ​ວັນ​ອັງຄານ​
ວານນີ້​ວ່າ ​ໄດ້ດໍາ​ເນີນໄປ​ແບບ​ຮອບດ້ານ​ແລະ​ບັງ​ເກີດ​ຜົນ
ແລະ​ກ່າວ​ຢູ່​ໃນ​ລາຍງານ​ຂ່າວ​ທີ່​ສໍາຄັນ​ຂອງ​ຕົນ​ວ່າ ການ​ພົບ
ປະເຈລະຈາ​ນີ້​ໄດ້​ຮັບ​ຜົນ​ໃນ​ທາງ​ເສີມ​ສ້າງ.

ອົງການ​ຂ່າວ​ຊິນ​ຫົວ​ໄດ້​ອ້າງ​ຄໍາ​ເວົ້າ​ຢ່າງ​ສຳຄັນຂອງ​ທ່ານ​ນາງ​ຮີນ​ລາຣີຄລິນ​ຕັນ ລັດຖະມົນຕີ
ການ​ຕ່າງປະ​ເທດ​ສະຫະລັດ​ວ່າ ພວກ​ປະ​ເທດ​ມະຫາອຳນາດໃນ​ດ້ານ​ເສດຖະກິດຊັ້ນແນວໜ້າ
ຂອງ​ໂລກກໍາລັງ​ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ແລະ​ຄວາມໄວ້​ໃຈ​ຊຶ່ງ​ກັນ​ແລະ​ກັນ​ຫລາຍ​ຂຶ້ນ​ໂດຍ​
ຜ່ານ​ການ​ໂອ້​ລົມສົນທະນາ​ກັນ​ນັ້ນ ​ແລະ​ອົງການ​ຂ່າວ​ດັ່ງກ່າວ​ເວົ້າ​ຕໍ່​ໄປ​ວ່າ ທັດສະນະ​ທີ່ວ່າ
ນີ້​ໄດ້ຮັບ​ການ​ສະໜັບສະໜຸນ​ຈາກ​ທ່ານ Wang Qishen ຮອງ​ນາຍົກລັດຖະມົນຕີຈີນ ທີ່​
ໄດ້​ເວົ້າ​ເຖິງ​ສາຍ​ພົວພັນ​ທີ່​ແໜ້ນແຟ້ນເພີ່ມຂຶ້ນລະຫວ່າງສອງ​ປະ​ເທດ​ນັ້ນ.

ໃນ​ລາຍ​ງານ​ຂ່າວ​ອື່ນໆ​ອີກ​ຂອງ​ຈີນ ໜັງສືພິມ Beijing Youth Daily ກ່າວ​ວ່າ ການ​ໂອ້​
ລົມ​ສົນທະນາ​ກັນ​ນີ້​ຈະແຜ້ວ​ທາງ​ແລະ​ສ້າງ​ສະພານ​ເພື່ອ​ຄວາມ​ສໍາພັນ​ລະຫວ່າງ​ສອງ​ຝ່າຍ.
ໜັງສືພິມ​ສະບັບ​ນີ້ໃຫ້​ຂໍ້​ສັງ​ເກດຢ່າງ​ຊື່ນ​ຊົມ​ຍິນ​ດີ​ວ່າ ທ່ານ​ນາງຄລິນ​ຕັນ​ແລະ​ທ່ານTimothy
Geithner ລັດຖະມົນຕີ​ການ​ເງິນ​ຂອງ​ສະຫະລັດ​ໄດ້​ໃຊ້​ສໍານວນ​ຕ່າງໆ​ຂອງ​ຈີນ​ ເພື່ອ​ບັນລະ
ຍາຍຄວາມສໍາພັນກັນນີ້.