ຈີນ ກ່າວວ່າ ການລາດຕະເວນ ຂອງ ສຫລ ໃນ ທະເລຈີນໃຕ້ ເປັນອັນຕະລາຍ

ກອງກຽດຕິຍົດ ກຽມຕ້ອນຮັບຫົວໜ້າໜ່ວຍປະຕິບັດການ ກອງທັບເຮືອສະຫະລັດ ພົນເຮືອເອກ Jonathan Greenert ທີ່ໄປຢ້ຽມຢາມ ພ້ອມຜູ້ບັນຊາການ ກອງທັບເຮືອຈີນ ພົນເຮືອເອກ Wu Shengli ທີ່ປັກກິ່ງ.

ຫົວໜ້າ​ກອງທັບ​ເຮືອ​ຈີນ ກ່າວ​ຕໍ່​ຄູ່​ຕຳ​ແໜ່​ງຝ່າຍ​ສະຫະລັດ​ວ່າ
ມັນ​ເປັນ​ການ​ທ້າທາຍ​ທີ່​ເປັນ​ອັນຕະລາຍສຳລັບ​ວໍ​ຊິງ​ຕັນ ​ທີ່​ຈະ​
ສົ່ງ​ເຮືອ​ພິຄາດ​ແລ່ນ​ເຂົ້າ​ໄປ​ໃກ້​ໆ​ເກາະ​ທຽມ​ທີ່​ຈີນ​ສ້າງ​ຂຶ້ນຢູ່​ໃນ
​ເຂດ​ນ່ານນ້ຳ​ທີ່​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້.

ການ​ໃຫ້​ຄວາ​ມ​ເຫັນ​ດັ່ງກ່າວ ​ມີ​ຂຶ້ນ​ໃນ​ລະຫວ່າງ​ ການ​ປະຊຸມ
​ຜ່ານ​ທາງ​ວີ​ດີ​ໂອ ​ທີ່​ໄດ້ຈັດ​ໃຫ້​ມີ​ຂຶ້ນ ຢ່າງ​ຮີບ​ດ່ວນ ໃນ​ວັນ​ພະ
ຫັດ​ວານ​ນີ້ ລະຫວ່າງ​ພົນ​ເຮືອ​ເອກ John Richardson ຫົວ
ໜ້າ​ປະຕິບັດ​ການ​ຂອງ​ກອງທັບ​ເຮືອ​ສະຫະລັດແລະ​ຜູ້ບັນຊາ
ການກອງທັບ​ເຮືອ​ຂອງ​ຈີນ ພົນ​ເຮືອ​ເອກ Wu Shengli.

ພວກ​ເຈົ້າໜ້າ​ທີ່ ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກ່າວ​ເຖິງ​ການ​ປະຊຸມ​ດັ່ງກ່າວນີ້ວ່າ
​ເປັນ​ໄປ​ແບບ​ມືອາຊີບ​ແລ​ະ​ເວົ້າ​ວ່າທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​ຕົກລົງ​ທີ່​ຮັກສາ​ການ​ພົບ​ປະ​ໂອ້
​ລົມ​ກັນ​ເປັນປະຈຳ​ເອົາ​ໄວ້ ​ແລະ​ຍຶດໝັ້ນ​ໃນ​ກົດ​ລະບຽບ ​ເພື່ອ​ຫລີກລ່ຽງບໍ່​ໃຫ້​ເກີດ​ການ​ປະ
​ທະ​ກັນ​ຂຶ້ນ.

​ແຕ່​ແນວ​ໃດ​ກໍ​ຕາມ ພວກ​ເຈົ້າໜ້າ​ທີ່​ຈີນ ​ໄດ້​ກ່າວ​ເຖິງ​ການເຈລະຈາຫາລື​ດັ່ງກ່າວ ​ໄປ​ໃນ​
ທາງ​ທີ່​ບໍ່​ຄ່ອຍ​ແຈ່ມ​ໃສ​ປານ​ໃດ.

ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ​ຊິນ​ຫົວຂອງ​ທາງ​ການ​ຈີນ ທີ່​ອອກ​ໃນ​ວັນ​ສຸກ​ມື້ນີ້​ແລ້ວ
ພົນ​ເຮື​ອ​ເອກ Wu Shengli ກ່າວ​ວ່າ ການ​ກະ​ທຳ​ທີ່​ເປັນ​ອັນຕະລາຍ​ແລະ​ທ້າ​ທາຍ​ໃນ​ທຳ
ນອງ​ນີ້ ​ໄດ້​ຂົ່ມຂູ່​ຕໍ່​ອະທິປະ​ໄຕ​ ແລະ​ຄວາມ​ໝັ້ນຄົງຂອງ​ຈີນແລະ​ຍັງ​ເປັນ​ອັນຕະລາຍ​ຕໍ່​ສັນ
ຕິພາບ​ແລະ​ສະຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.

ກຳປັ່ນລົບ USS Lassen ຂອງສະຫະລັດ ພວມລາດຕະເວນ ຢູ່ທະເລຈີນໃຕ້

ໃນ​ວັນ​ອັງຄານ​ຜ່ານ​ມານີ້ ວໍ​ຊິງ​ຕັນ​ໄດ້​ເອົາບາດກ້າວ​ທີ່​ໃຫຍ່​ທີ່​ສຸດ​ມາ​ຮອດ​ປັດຈຸບັນ ​ດ້ວຍ​
ການ​ທ້າ​ທາຍ​ຕໍ່​ການ​ອ້າງ​ກຳມະສິດ​ຂອງ​ຈີນໃນ​ທະ​ເລ​ຈີນ​ໃຕ້ໂດຍ​ໄດ້​ສົ່ງ​ກຳປັນ​ລົບ​ຂອງ​ສະຫະລັດ​ເຂົ້າ​ໄປ​ໃນ​ລັດ​ສະໝີ 22 ກິ​ໂລ​ແມັດ ຫ່າງຈາກ​ເກາະ​ທຽມທີ່​ຈີນ​ສ້າງ​ຂຶ້ນ ​ຢູ່​ໃນ
ເຂດ​ນ່ານນ້ຳ​ທີ່​ມີ​ການ​ຂັດ​ແຍ້​ງກັນ.​ ປັກ​ກິ່ງ​ຊຶ່ງ​ອ້​າງ​ເອົາ​ກຳມະສິດ​ເກືອບ​ທັງ​ໝົດ​ຢູ່​ໃນ​ທະ
​ເລ​ຈີນ​ໃຕ້ ​ວ່າ​ເປັນ​ດິນ​ແດນ​ຂອງ​ຕົນ​ ​ໄດ້​ຕອບ​ໂຕ້​ດ້ວຍຄວາມ​ໂກດ​ແຄ້ນ ​ແລະ​ເອີ້ນການ​
ເຄື່ອນ​ໄຫວ​ດັ່ງກ່າວ​ວ່າ​ ​ເປັນ​ການ​ທ້າ​ທາ​ຍ​ເກາະຜິດ​ແບບຕັ້ງ​ໃຈແລະ​ໄດ້​ຍື່ນ​ປະ​ທ້ວງ​ຢ່າງ​
ເປັນ​ທາງ​ການ ຕໍ່​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ ທີ່​ນະຄອນ​ຫຼວງປັກ​ກິ່ງ.

Your browser doesn’t support HTML5

China Slams US for Sending Warship Near Disputed Islands