ຈີນກ່າວປ້ອງກັນ ການຂຶ້ນພາສີລົດ ຂອງສະຫະລັດ

  • ໄພສານ ວໍຣະຈັກ

ລັດຖະມົນຕີກະຊວງພານີດຂອງຈີນ ທ່ານ Chen Deming ກ່າວຕໍ່ພວກນັກຂ່າວ ຢູ່ນອກກອງປະຊຸມລະດັບ ລັດຖະມົນຕີ ຂອງອົງການໆຄ້າໂລກ ທີ່ນະຄອນເຈນີວາ (15 ທັນວາ 2011)

ຈີນກ່າວປົກປ້ອງການຕັດສິນໃຈຂອງຕົນທີ່ຈະເພີ່ມການເກັບພາສີໃນນຳເຂົ້າລົດໂອໂຕບາງ
ຊະນິດຈາກສະຫະລັດ.

ລັດຖະມົນຕີກະຊວງການຄ້າຂອງຈີນທ່ານ Chen Deming ກ່າວວ່າ ການເກັບພາສີໃນ
ການນຳເຂົ້າລົດໂອໂຕ ແມ່ນເປັນວິທີແກ້ໄຂບັນຫາການຄ້າຕາມປົກກະຕິ ບໍ່ແມ່ນການຕັ້ງ
ກຳແພງພາສີເພື່ອປ້ອງກັນອຸສາຫະກຳຂອງຕົນ. ທ່ານເວົ້າວ່າ ຖ້າຜູ້ໃດກໍຕາມຫາກຂໍຮ້ອງ ໃຫ້ດຳເນີນການແຕກຕ່າງໄປຈາກນີ້ ການແກ້ໄຂທີ່ດີທີ່ສຸດກໍຄືຂໍໃຫ້ພວກນັກຊ່ຽວຊານຂອງ ອົງການໆຄ້າໂລກຕັດສິນກ່ຽວກັບເລື່ອງ ນີ້.

ທ່ານ Chen ກ່າວຕໍ່ພວກນັກຂ່າວໃນວັນພະຫັດວານນີ້ ຢູ່ຂ້າງນອກຂອງກອງປະຊຸມລະ ດັບລັດຖະມົນຕີຂອງອົງການໆຄ້າໂລກທີ່ນະຄອນເຈນີວາ.

ການເກັບພາສີໃໝ່ຈະນຳໃຊ້ກັບລົດໂອໂຕທີ່ນຳເຂົ້າຊຶ່ງມີເຄື່ອງຈັກແຮງ 2.5 ລິດຫຼືສູງກວ່າ
ນັ້ນ ແລະຈະມີຜົນບັງຄັບ ຕໍ່ລົດທີ່ຜະລິດໂດຍຫຼາຍໆບໍລິສັດ ຮວມທັງບໍລິສັດ General
Motors, Chrysler ແລະລົດ BMW ທີ່ເຮັດຢູ່ສະຫະລັດ.