ອອສເຕຣເລຍ ກ່າວປ້ອງກັນ ສາຍພົວພັນ ທາງທະຫານ ກັບສະຫະລັດ

  • ສິງ ບູຣົມມະວົງ

ທ່ານ Bob Carr ລັດຖະມົນຕີການຕ່າງປະເທດອອສເຕຣເລຍ. ວັນທີ 15 ພຶດສະພາ 2012.

ທ່ານ Bob Carr ລັດຖະມົນຕີ​ການ​ຕ່າງປະ​ເທດ​ອອສ​ເຕຣ​ເລຍ ໄດ້ກ່າວປ້ອງ​ກັນການ​ເປັນ​ພັນທະ​ມິດ​ຢ່າງ​ເລິກ​ເຊິ່ງທາງ​ດ້ານ​ທະຫານ​ຂອງ​ປະເທດ​ຂອງ​ທ່ານ​ ກັບ​ສະຫະລັດ ​ໃນ​ຂະນະ​ທີ່​ທ່ານ​ທໍາ​ການ​ຢ້ຽມຢາມ​ຈີນ ຢ່າງ​ເປັນ​ທາງ​ການ​ຄັ້ງ​ທໍາ​ອິດ​ຂອງ​ທ່ານ.

ທ່ານ Carr ກ່າວ​ໃນ​ວັນ​ອັງຄານ​ ມື້​ນີ້​ວ່າ ການ​ໂອ້​ລົມ​ສົນທະນາ​ຂອງ​ທ່ານ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ແມ່​ນໄດ້​ຄອບ​ງໍາ ​ໂດຍ​ຄວາມ​ເປັນ​ຫ່ວງ​ຕ່າງໆ ​ກ່ຽວກັບ​ການ​ຕັດສິນ​ໃຈ​ຂອງ​ອອສ​ເຕຣ​ເລຍ ທີ່​ອະນຸມັດ​ໃຫ້​ທະຫານ​ສະຫະລັດ ​ຈໍານວນ​ຫຼາຍ​ເຖິງ 2500 ຄົນ​ໄປ​ມີໜ້າ​ຢູ່​ໃນ​ປະ​ເທດ ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ຫັນປ່ຽນ​ດ້ານ​ຍຸດ​ທະ​ສາດ​ຂອງ ລັດຖະບານ​ປະທານາທິບໍດີ​ໂອ​ບາ​ມາ ຕໍ່​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກນັ້ນ.

ທ່ານ Carr ທີ່​ເຂົ້າຮັບ​ຕໍາ​ແໜ່​ງ​ໃນ​ເດືອນ​ມີນາ​ຜ່ານ​ມາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ກຸງ​ປັກ​ກິ່ງ​ວ່າ ສາຍ​ພົວພັນ​ດ້ານ​ທະຫານ​ ລະຫວ່າງ​ອອສເຕຣ​ເລຍ​ແລະ​ສະຫະລັດ​ບໍ່​ແມ່ນ​ເລື້ອງ​ໃໝ່ ​ໂດຍ​ກ່າວ​ວ່າ:“ ອອສ​ເຕຣ ເລຍ​ມີ​ສັນຊາດ​ຍານ​ຫຼືຄວາມ​ຮູ້ສຶກສໍາລັບ​ຄວາມ​ສໍາພັນ​ດ້ານ​ຄວາມໝັ້ນຄົງ​ຂອງ​ຕົນ ​ກັບ​ສະຫະລັດ​ອາ​ເມຣິກາ ທີ່ຢ້ອນ​ຄືນ​ຫຼັງ​ມາ​ໄດ້ 100 ປີ​ ມາ​ແລ້ວ ຊຶ່ງ​ໃນ​ປີ 1905 ທີ່​ໄຊຊະນະ​ຂອງ​ຍີ່ປຸ່ນ​ເໜືອຣັດ​ເຊຍ​ໃນສົງຄາມ​ທາງ​ທະ​ເລ​ລະຫວ່າງຣັດ​ເຊຍ​ແລະ​ຍີ່ປຸ່ນ ຊຶ່ງ​ໄດ້​ກະ​ຕຸ້ນ​ຄວາມ​ສົນ​ໃຈ​ຂອງ​ອສ​ເຕຣ​ເລຍ ​ເຂົ້າ​ພົວພັນ​ກັບ​ອາ​ເມຣິກາ​ ໃນ​ຂົງ​ເຂດ​ປາຊີ​ຟິກ. ຕັ້ງ​ແຕ່​ນັ້ນ​ມາອອສ​ເຕຣ​ເລຍ​ຢາກ​ເຫັນ​ອາ​ເມຣິກາ​ຫລິ້ນ​ບົດບາດ​ໃນຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ. ສາຍ​ພົວພັນ​ນີ້​ແມ່ນ​ເລິກ​ເຊິ່ງຢູ​ໃນ DNA ຂອງ​ອອສ​ເຕຣ​ເລຍ​ນັ້ນ.

​ໃນ​ເດືອນ​ເມສາ​ຜ່ານ​ມາ​ນີ້ ພວກ​ທະຫານ​ມາຣີນສະຫະລັດ​ຈຸ​ທໍາ​ອິດ​ໄດ້​ເລີ້ມ​ໄປ​ຮອດ​ໃນ​ພາກ​ເໜືອ​ຂອງ​ອອສ​ເຕຣ​ເລຍ ພາຍ​ໃຕ້​ຂໍ້​ຕົກລົງ​ກັນ​ໃນ​ເດືອນ​ພະຈິກ​ປີ​ແລ້ວ​ນີ້ທີ່​ທາງ​ກຸງ​ວໍ​ຊິງ​ຕັນ​ກ່າວ​ວ່າ ມີ​ວັດຖຸ​ປະສົງ​ເພື່ອ​ຮັກສາ​ໄວ້​ແຫ່ງ​ຄວາມໝັ້ນຄົງ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກນັ້ນ.