ທ່ານ ໂຈ ບາຍເດັນ ບອກຈີນວ່າ ເສດຖະກິດສະຫະລັດ ຍັງເຂັ້ມແຂງ

  • ທອງປານ ເທບວົງສາ

ຮອງປະທານາທິບໍດີສະະລັດ ທ່ານ ໂຈ ບາຍເດັນ ແລະຫລາຍສາວຂອງທ່ານ ພ້ອມດ້ວຍ ທ່ານ Gary Locke ເອກອັກຄະລັດຖະທູດສະຫະລັດ ປະຈໍາຈີນ ຕອນເດີນທາງໄປຮອດເມືອງເຈັງດູ ໃນວັນເສົາ ທີ 20 ສິງຫາ 2011.

ຮອງປະທານາທິບໍດີສະຫະລັດ ທ່ານ ໂຈ ບາຍເດັນ ໄດ້ໃຫ້ຄວາມ​ໝັ້ນ​ໃຈແກ່ຈີນຄືນໃໝ່ອີກ ວ່າສະຫະລັດຈະບໍ່ມີ​ວັນຜິດສັນຍາການຊໍາລະໜີ້ ຂອງຕົນຢ່າງເດັດຂາດ.

ໃນຄໍາປາໃສຂອງທ່ານ ຕໍ່ບັນດານັກສຶກສາ ທີ່ມະຫາວິທະຍາໄລຊີ​ສວນ ໃນເມືອງ​ເຈັງ​ດູ ທາງພາກຕາເວັນຕົກສຽງໃຕ້ຂອງຈີນນັ້ນ ທ່ານ ບາຍເດັນເວົ້າວ່າ ປະຊາຊົນ​ອາ​ເມຣິກັນ
ຍັງ​ເປັນ​ຜູ້​ຖືໜີ້ສິນຂອງສະຫະລັດ​ ທີ່​ເພິ່ມທະວີ​ຫລາຍ​ຂຶ້ນ​ເລື້ອຍໆ​ນັ້ນ ໃນຈໍານວນມະ
ຫາສານ. ດັ່ງນັ້ນ ວໍຊິງຕັນ ແມ່ນມີເຫດຜົນພາຍໃນປະເທດທີ່ໃຫຍ່ກວ່າ ທີ່ຈະຕ້ອງເປັນ
ຫ່ວງຢ່າງໜັກ ກ່ຽວກັບການຊໍາລະໜີ້ນັ້ນ.

ນອກນີ້ແລ້ວ ທ່ານ ບາຍເດັນ ກ່າວວ່າ ທ່ານໝັ້ນໃຈກ່ຽວກັບຄວາມເຂັ້ມແຂງຂອງເສດຖະ ກິດສະຫະລັດ ທ່ານຮອງ​ປະທານາທິບໍດີ​ສະຫະລັດ ໄດ້ບອກພວກນັກສຶກສາວ່າ ຜົນຜະລິດລວມ ຫລື ຈີດີພີ ຂອງສະຫະລັດນັ້ນມີ ມູນຄ່າເກືອບ 15 ພັນຕື້ໂດລາແລ້ວ ຄືປະມານ ສອງເທົ່າເຄິ່ງ ຂອງຈີ​ດີ​ພີຂອງຈີນ ທີ່ເສດຖະກິດໃຫຍ່ອັນດັບສອງຂອງໂລກນັ້ນ.

ທ່ານ ບາຍເດັນ ກ່າວສະແດງຄວາມຍິນດີນໍາການເຕີບໂຕຂອງເສດຖະກິດຈີນ ແລະໃຫ້ຂໍ້ ສັງເກດວ່າ ທັງສະຫະລັດແລະຈີນຕ່າງກໍປະເຊີນກັບໄພຂົ່ມ ຂູ່ຂອງໂລກຫລາຍໆປະການ ທີ່ຄືກັນ ແລະກໍ​ມີວັດຖຸປະສົງທາງ​ຍຸທະສາດ ແລະຄວາມຮັບຜິດຊອບອັນດຽວກັນຫລາຍໆ​ຢ່າງ​ນໍາ.

ເວລານີ້ຈີນຖືຄອງໜີ້ສິນຂອງສະຫະລັດ ​ໃນຈໍານວນປະມານ 1 ພັນຕື້ໂດລາ ​ເຮັດ​ໃຫ້​ຈີນ ເປັນເຈົ້າໜີ້ຕ່າງປະເທດລາຍໃຫຍ່ທີ່ສຸດຂອງສະຫະລັດ. ຈີນໄດ້ສະແດງຄວາມເປັນຫ່ວງທີ່​ ການ​ຕົກລົງ​ກັນ​ຂອງ​ພວກ​ນັກ​ການ​ເມືອງ​ສະຫະລັດ ​ໃນ​ການຍົກລະດັບເພດານໜີ້ສິນນັ້ນພຽງ ແຕ່​ເຮັດ​ໃຫ້​ສາມາດ ຫລີກລ່ຽງການຜິດສັນຍາຊໍາລະໜີ້ເທົ່ານັ້ນ ແຕ່ບໍ່​ໄດ້ລຸດການຂາດດຸນ ງົບປະມານລົງຫລາຍ​ພໍ.