ຈີນ ເຕືອນ ອັງກິດ ເລື້ອງອົງດາໄລ ລາມະ

  • ສິງ ບູຣົມມະວົງ

ອົງດາໄລ ລາມະ ພົບປະກັບນາຍົກລັດຖະມົນຕີ David Cameron ແຫ່ງອັງກິດ ທີ່ກຸງລອນດອນ. ວັນທີ 15 ພຶດສະພາ 2012.

​ໃນ​ວັນ​ພຸດ​ມື້​ນີ້ ສື່​ມວນ​ຊົນ​ທາງ​ການ​ຈີນ​ເຕືອນ​ວ່າ ຈະ​ທໍາ​ການ​ຕອບ​ໂຕ້ທາງ​ການ​ທູດ​ຕໍ່
​ອັງກິດຫຼັງ​ຈາກ​ນາຍົກລັດຖະມົນຕີ David Cameron ທໍາ​ການ​ພົບ​ປະຢ່າງ​ເປັນ​ການ
ສ່ວນ​ຕົວ​ກັບ​ອົງ​ດາ​ໄລລາ​ມະ ທີ່​ກຸງລອນ​ດອນ.

ບົດ​ບັນນາທິການບົດ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍອົງການ​ຂ່າວ​ຊິນ​ຫົວ​ຂອງທາງ​ການ​ຈີນ
​ເອີ້ນການ​ພົບ​ປະ​ຂອງ​ທ່ານ David Cameron ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້ວ່າ ​ເປັນ​ເວລາ​ທີ່​
ມືດ​ມົນ​ໃນ​ສາຍ​ພົວພັນ​ລະຫວ່າງ​ຈີນ​ແລະ​ອັງກິດແລະ​ກ່າວ​ຕໍ່​ໄປ​ວ່າມັນ​ເປັນ​ເທົ່າ​ກັບ​ການ​
ເຂົ້າ​ແຊກ​ແຊງ​ຢ່າງ​ໂຈ່ງແຈ້ງ​ໃນ​ກິດຈະການ​ພາຍ​ໃນ​ຂອງ​ຈີນ.

ກຸງ​ປັກ​ກິ່ງ ​ເຄີຍ​ຕໍາ​ໜິຕິຕຽນ​ມາ​ເປັນ​ປະ​ຈໍາ ຕໍ່​ປະ​ເທດ​ໃດ​ກໍ​ຕາມ​ທີ່​ໃຫ້ການ​ຕ້ອນຮັບ​ອົງ
​ດາ​ໄລລາ​ມະຜູ້​ນໍາ​ດ້ານ​ຈິດ​ໃຈ​ຂອງຊາວທິ​ເບ​ດທີ່ລີ້​ໄພ​ຢູ່​ໃນ​ຕ່າງປະ​ເທດ​ນັ້ນ. ຈີນ​ໄດ້
​ກ່າ​ວຫາອົງ​ດາ​ໄລລາ​ມະ​ ມາ​ເປັນ​ເວລາ​ດົນ​ນານ​ແລ້ວ​ວ່າ​ ພະຍາຍາມ​ແຍກ​ທິ​ເບ​ດອອກ
ເປັນ​ເອກ​ກະລາດຈາກ​ຈີນ ຊຶ່ງເປັນ​ການ​ກ່າວ​ຫາ​ທີ່​ອົງ​ດາ​ໄລລາ​ມະ​ປະຕິ​ເສດ​ນັ້ນ.

ໃນ​ວັນ​ພຸດມື້​ນີ້ ໜັງສືພິມ Global Times ຂອງ​ພັກ​ຄອມ​ມີ​ວນິດ​ຈີນ​ຍັງ​ໄດ້​ຮຽກຮ້ອງ
​ໃຫ້​ທໍາ​ການ​ລົງ​ໂທດ​ຕ່າງໆ​ຕໍ່​ອັງກິດແລະ​ສະ​ເໜີ​ແນະ​ໃຫ້​ກຸງ​ປັກ​ກິ່ງ​ຕອບ​ໂຕ້​ ໂດຍ​ໂຈະ​
ການຕິດ​ຕໍ່​ໃນ​ລະດັບ​ສູງ​ກັບ​ອັງກິດ ຕະຫຼອດ​ທັງ​ໂຄງການ​ຮ່ວມ​ມື​ຕ່າງໆ​ທາງ​ດ້ານ​ເສດ
ຖະກິດ​ທີ່​ບໍ່​ເຈາະ​ຈົງ​ຈຳນວນ​ນຶ່ງນໍາ.

​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Hong Lei ​ໂຄສົກ​ປະ​ຈໍາ​ກະຊວງ​ການຕ່າງປະ​ເທດ​ຈີນ​
ກ່າວ​ວ່າ ທ່ານ Cameron ​ໄດ້​ເຮັດ​ໃຫ້​ປະຊາຊົນ​ຈີນມີ​ຄວາມ​ຮູ້ສຶກ​ບໍ່ພໍ​ໃຈ ​ໃນ​ການ
​ເດີນ​ໜ້າ​ທໍາ​ການ​ພົບ​ປະກັບ​ອົງ​ດາໄລລາ​ມະ ​ເຖິງ​ແມ່ນ​ປະຊາຊົນ​ຈີນ​ຄັດຄ້ານ​ກໍ​ຕາມ
​ນັ້ນ.