ການສົ່ງອອກ ສິນຄ້າຈີນ ເພີ້ມຂຶ້ນ ເກືອບ 10 ເປີເຊັນ

ຄົນງານຜູ້ນຶ່ງ ຢືນຢູ່ໃກ້ໆກັບຕູ້ຄອນເທນເນີສົ່ງສິນຄ້າ ທີ່ເມືອງທ່າ Ningbo ໃນແຂວງ Zhejiang ຂອງຈີນ (21 ມິຖຸນາ 2012)

ການສົ່ງອອກ ສິນຄ້າຂອງຈີນ ໄດ້ເພີ້ມຂຶ້ນ ຫຼາຍກວ່າທີ່ໄດ້ຄາດ
ຄະເນໄວ້ໃນເດືອນກັນຍາຜ່ານມາຊຶ່ງຍັງຜົນໃຫ້ການໄດ້ປຽບໃນ
ດຸນການຄ້າກັບທົ່ວໂລກຂະຫຍາຍວົງກວ້າງອອກ.

ໂຕເລກທີ່ນຳອອກເຜີຍແຜ່ໂດຍລັດຖະບານຈີນໃນວັນເສົາມື້ນີ້
ສະແດງໃຫ້ເຫັນວ່າ ການສົ່ງອອກສິນຄ້າ ໄດ້ເພີ້ມຂຶ້ນ 9.9% ຈາກໄລຍະດຽວກັນຂອງປີຜ່ານມາ ທັງໆທີ່ໄດ້ເກີດບັນຫາເສດ ຖະກິດຢູ່ໃນຢູໂຣບແລະສະຫະລັດ.

ຈີນເວົ້າວ່າ ການນຳເຂົ້າສິນຄ້າຂອງຕົນ ກໍໄດ້ເພີ້ມຂຶ້ນ 2.4%
ໃນເດືອນກັນຍາ ດີຂຶ້ນກວ່າເດືອນສິງຫາຊຶ່ງການນຳເຂົ້າໄດ້ຫຼຸດ
ລົງຈາກເດືອນກ່ອນນັ້ນ.

ລັດຖະບານກ່າວວ່າການໄດ້ປຽບທາງດ້ານການຄ້າຂອງຈີນຊຶ່ງເປັນເສດຖະກິດທີ່ໃຫຍ່ອັນ ດັບສອງຂອງໂລກໃນເດືອນກັນຍາມີມູນຄ່າ 27 ພັນ 700 ລ້ານໂດລາ. ແຕ່ແນວໃດກໍຕາມ ພວກນັກວິເຄາະກ່າວວ່າ ສະພາບການຄ້າຂອງຈີນໃນອະນາຄົດແມ່ນຍັງບໍ່ແນ່ນອນ ຍ້ອນ ວິກິດການໜີ້ສິນໃນຢູໂຣບຍັງດຳເນີນຢູ່ຕໍ່ມາແລະການຟື້ນໂຕຄືນຂອງເສດຖະກິດຢູ່ໃນສະ
ຫະລັດກໍຍັງຊັກຊ້າຢູ່.

ລັດຖະບານສະຫະລັດປະກາດໃນວັນສຸກວານນີ້ວ່າ ການຂາດດຸນງົບປະມານຂອງຕົນໃນ ສົກປີ 2012 ທີ່ສິ້ນສຸດລົງໃນວັນທີ 30 ກັນຍາຜ່ານມານີ້ແມ່ນສູງ ກວ່າ 1 ພັນຕື້ໂດລາເປັນ ປີທີ 4 ລຽນຕິດ ທັງໆທີ່ການເກັບພາສີໄດ້ເພີ້ມຂຶ້ນ 6.4% ຍ້ອນການເຕີບໂຕຂອງເສດຖະ ກິດ ເຂັ້ມແຂງຂຶ້ນກວ່າເກົ່າ.

ຄຳຖາມທີ່ສຳຄັນສຳລັບເສດຖະກິດສະຫະລັດກໍຄືວ່າ ລັດຖະບານທ່ານໂອບາມາແລະລັດ ຖະສະພາສະຫະລັດຈະສາມາດຕົກລົງກັນໄດ້ຫຼືບໍ່ກ່ຽວກັບເລື່ອງງົບປະມານທີ່ຕົກຢູ່ໃນສະ
ພາບບໍ່ໄປບໍ່ມາ ທີ່ຂົ່ມຂູ່ວ່າຈະລຶບລ້າງຄວາມກ້າວໜ້າທາງດ້ານເສດຖະກິດທີ່ໄດ້ຮັບເມື່ອ ບໍ່ດົນຜ່ານມານີ້.