ການໄດ້ປຽບທາງການຄ້າຂອງຈີນ

  • ໄພສານ ວໍຣະຈັກ

ທະນາຄານກາງຂອງຈີນ

ການໄດ້ປຽບທາງດ້ານການຄ້າຂອງຈີນ ມີຍອດເຖິງ 20 ພັນລ້ານໂດລາໃນເດືອນແລ້ວນີ້ຊຶ່ງເປັນເດືອນທີ 3 ລຽນ ຕິດ ທີ່ການໄດ້ປຽບ ທາງດ້ານການຄ້າຂອງຈີນ ມີຍອດ ເຖິງຈຳນວນດັ່ງກ່າວ.

ລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ໂດຍຜະແນກພາສີ ຂອງລັດຖະບານຈີນແຈ້ງວ່າ ໂຕເລກການໄດ້ປຽບ ທາງ ດ້ານການຄ້າໃນເດືອນສິງຫາຂອງຈີນ ໄດ້ຫຼຸດລົງຈາກ 29 ພັນລ້ານໂດລາ ທີ່ໄດ້ມີການປະກາດ ໃນເດືອນກໍລະກົດ. ຜະແນກພາສີຂອງຈີນ ຍັງເວົ້າວ່າ ການນຳເຂົ້າປະຈຳປີ ໄດ້ເພີ້ມຂຶ້ນກາຍ 35% ໃນເດືອນແລ້ວ ສົມທຽບໃສ່ 22.7% ຈາກເດືອນກ່ອນ. ສ່ວນການ ສົ່ງອອກ ແມ່ນຢູ່ໃນລະຫວ່າງ 34% ໃນເດືອນສິງຫາ ໄດ້ຫຼຸດລົງຢ່າງຫຼວງຫຼາຍ ຈາກໂຕ ເລກ 38.1% ຂອງເດືອນກໍລະກົດ.

ນັກເສດຖະສາດ Ben Simpfendorfer ກ່າວວ່າ ໂຕເລກການໄດ້ປຽບທາງດ້ານການຄ້າ ຈຳນວນມະຫາສານຂອງຈີນ ມີທ່າທາງວ່າ ຈະພາໃຫ້ເກີດການບໍ່ລົງຮອຍກັນເພີ້ມຂຶ້ນກັບສະ ຫະລັດ. ສະມາຊິກລັດຖະສະພາສະຫະລັດຫຼາຍໆຄົນ ໄດ້ກ່າວຫາປັກກິ່ງວ່າ ຕັ້ງໃຈທີ່ຈະຮັກ ສາຄ່າເງິນຢວນຂອງຕົນໄວ້ ຕໍ່າກວ່າສະພາບທີ່ເປັນຈິງ ເພື່ອເຮັດໃຫ້ສິນຄ້າຂອງຈີນມີລາຄາ ຖືກຢູ່ໃນຕະຫຼາດໂລກ.

ແຕ່ທ່ານ Ken Peng ນັກເສດຖະສາດອີກຄົນນຶ່ງ ເວົ້າວ່າ ການໄດ້ປຽບ ທາງດ້ານການ ຄ້າຂອງຈີນ ທີ່ຫຼຸດລົງໃນເດືອນສິງຫາ ຜ່ານມານີ້ ແມ່ນໝາຍຄວາມວ່າ ປັກກິ່ງຈະຢືນຢັດ ຢ່າງໜັກແໜ້ນ ກ່ຽວກັບບັນຫາເລື່ອງເງິນຕາ.