ຈີນ ເລີ້ມອອກໜັງສືເດີນທາງ ແລະ ວີຊາ ໃຫ້ແກ່ພວກນັກທ່ອງທ່ຽວ ໃນຂະນະທີ່ມີການຫລຸດຜ່ອນມາດຕະການຄວບຄຸມໄວຣັສ

ພວກຜູ້ໂດຍສານ ພາກັນລຽນແຖວ ເພື່ອກວດໜັງສືເດີນທາງແລະປີ້ເຮືອບິນ ຢູ່ທີ່ສະໜາມບິນສາກົນ ໃນຮົງກົງ ເມື່ອວັນທີ 28 ທັນວາ 2022.

ຈີນກ່າວວ່າ ຕົນຈະເລີ້ມອອກວີຊາທຳມະດາ ແລະໜັງສືເດີນທາງ ຄືນອີກ ເຊິ່ງ ເປັນບາດກ້າວໃຫຍ່ອີກອັນນຶ່ງທີ່ຕ່າງຈາກການຄວບຄຸມຕໍ່ຕ້ານໄວຣັສ ທີ່ໄດ້ໂດດ ດ່ຽວປະເທດ ເປັນເວລາເກືອບສາມປີ ໂດຍການເຮັດໃຫ້ເປັນໄປໄດ້ສູງທີ່ຊາວຈີນ ຫຼາຍລ້ານຄົນ ຈະພາກັນຫລັ່ງໄຫລໄປຍັງຕ່າງປະເທດ ໃນວັນພັກບຸນປີໃໝ່ຈີນ ສຳລັບເດືອນໜ້ານີ້.

ການປະກາດໃນວັນອັງຄານວານນີ້ ໄດ້ບວກໃສ່ການປ່ຽນແປງທີ່ກະທັນຫັນ ຂອງການຫລຸດຜ່ອນບາງສ່ວນໃນການຄວບຄຸມຕໍ່ຕ້ານໄວຣັສ ທີ່ເຄັ່ງຄັດທີ່ສຸດ ຂອງໂລກ, ໃນຂະນະທີ່ລັດຖະບານຂອງປະທານປະເທດ ສີ ຈິ້ນຜິງ ພະຍາ ຍາມທີ່ຈະຕ່າວປີ້ນສະພາບເສດຖະກິດທີ່ຕົກຕ່ຳຢູ່ນັ້ນ. ກົດລະບຽບໃນການກັກ ພວກພົນລະເມືອງຫຼາຍລ້ານຄົນ ໃຫ້ຢູ່ໃນເຮືອນຂອງພວກເຂົາເຈົ້ານັ້ນ ເຮັດໃຫ້ ອັດຕາການຕິດເຊື້ອໄວຣັສຕ່ຳລົງ ແຕ່ມັນກໍໄດ້ເຮັດໃຫ້ມະຫາຊົນຮູ້ສຶກລຳຄານໃຈ ແລະໄດ້ບີບ​ຮັດການຂະຫຍາຍຕົວທາງດ້ານເສດຖະກິດ.

ການຕັດສິນໃຈຄັ້ງຫຼ້າສຸດ ອາດສົ່ງຜົນໃຫ້ມີການໃຊ້ຈ່າຍຢ່າງເສລີຂອງພວກນັກ ທ່ອງທ່ຽວຊາວຈີນ ທີ່ຈະເດີນທາງຫຼັ່ງໄຫລເຂົ້າໄປໃນທະວີບເອເຊຍ ແລະຢູໂຣບ ບ່ອນທີ່ກຳລັງຕ້ອງການລາຍຮັບຢູ່ນັ້ນ ສຳລັບບຸນປີໃໝ່ຈີນ ເຊິ່ງຈະເລີ້ມຂຶ້ນໃນ ວັນທີ 22 ມັງກອນ. ນອກຈາກນັ້ນ ມັນຍັງຈະເປັນໄພອັນຕະລາຍ ທີ່ວ່າພວກ ເຂົາອາດຈະແຜ່ລະບາດພະຍາດໂຄວິດ-19 ໃນຂະນະທີ່ມີການຕິດເຊື້ອໄວຣັສ ເພີ້ມສູງຂຶ້ນໃນຈີນ.

ຈີນໄດ້ຍຸຕິການອອກວີຊາ ໃຫ້ແກ່ຊາວຕ່າງປະທດ ແລະຍຸຕິການອອກໜັງສື ເດີນທາງໃຫ້ແກ່ປະຊາຊົນຂອງຕົນ ເມື່ອຕອນເລີ້ມຕົ້ນຂອງໂຣກລະບາດໂຄວິດ-19 ໃນຕົ້ນປີ 2020.

ອົງການກວດຄົນເຂົ້າເມືອງແຫ່ງຊາດຂອງຈີນ ໄດ້ກ່າວວ່າ ຕົນຈະເລີ້ມຮັບເອົາ ຄຳຮ້ອງໃນວັນທີ 8 ມັງກອນ ສຳລັບໜັງສືເດີນທາງ ຂອງພວກນັກທ່ອງທ່ຽວ ທີ່ຈະເດີນທາງໄປຕ່າງປະເທດ. ອົງການນີ້ໄດ້ກ່າວອີກວ່າ ຕົນຈະເລີ້ມອະນຸມັດ ໃຫ້ພວກນັກທ່ອງທ່ຽວ ແລະພວກນັກທຸລະກິດ ໄປຢ້ຽມຢາມຮົງກົງ ຊຶ່ງເປັນ ອານາເຂດຂອງຈີນ ທີ່ມີຊາຍແດນຕິດກັບຈີນແຜ່ນດິນໃຫຍ່ ທີ່ຄວບຄຸມດ້ວຍ ຕົນເອງ.

ອົງການດັ່ງກ່າວ ໄດ້ກ່າວວ່າ ຕົນຈະຮັບເອົາຄຳຮ້ອງສຳລັບວີຊາທຳມະດາ ແລະ ໃບອະນຸຍາດສຳລັບການຢູ່ອາໄສ. ອົງການໄດ້ກ່າວຕື່ມວ່າ ລັດຖະບານຈະ “ທະຍອຍເລີ້ມ” ອະນຸຍາດໃຫ້ຄົນຕ່າງປະເທດທີ່ເດີນທາງມາຢ້ຽມຢາມ ເຂົ້າປະເທດ ແລະບໍ່ໄດ້ລະບຸວ່າ ເວລາໃດທີ່ຈະອະນຸຍາດໃຫ້ພວກນັກທ່ອງທ່ຽວຈາກຕ່າງປະເທດ ເຂົ້າມາໄດ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ