ຈີນ ບອກໃຫ້ປະຊາຊົນຂອງຕົນຢູ່ໃນອິສຣາແອລ ຊອກຫາທາງກັບຄືນບ້ານດ້ວຍຕົນເອງ

ເຈົ້າໜ້າທີ່ ບຣາຊິລ ກຳລັງແນະນຳຄົນ ບຣາຊິລ ໃນຂະນະທີ່ເຂົາເຈົ້າກຳລັງເດີນທາງອອກຈາກ ອິສຣາແອລ ຢູ່ສະໜາມບິນສາກົນ Ben Gurion ໃກ້ກັບນະຄອນແທລ໌ ອາວີບ, ວັນທີ 14 ຕຸລາ 2023

ຈີນໄດ້ຮຽກຮ້ອງໃຫ້ປະ​ຊາ​ຊົນຂອງຕົນຢູ່ໃນອິສຣາແອລ ຜູ້ທີ່ຕ້ອງການຢາກກັບ ຄືນບ້ານໃຫ້ພາກັນຊື້ປີ້ເຮືອບິນໂດຍສານດ້ວຍຕົນເອງ ເຖິງແມ່ນວ່າບັນດາ ລັດຖະບານອື່ນໆໄດ້ໃຫ້ການຊ່ວຍເຫລືອແກ່ປະ​ຊາ​ຊົນ​ຂອງເຂົາເຈົ້າ ຜ່ານເຮືອ​ບິນ​ຮັບ​ເໝົາ, ທາງທະຫານ ຫລືສາຍການບິນເອກກະຊົນທີ່ມີຢູ່.

ໂຄສົກກະຊວງຕ່າງປະເທດຈີນ ທ່ານເມົາ ນິງ ໄດ້ກ່າວຢູ່ລາຍງານຂ່າວຢ່າງ​ເປັນປະຈຳໃນວັນຈັນທີ່ຜ່ານມາວ່າ “ສາຍການບິນລະຫວ່າງຈີນ ແລະ ອິສຣາແອລ ຍັງຢູ່ໃນການປະຕິບັດງານ. ພວກເຮົາແນະນຳຊາວຈີນທີ່ຢູ່ໃນທ້ອງ ຖິ່ນໃຫ້ບິນກັບຄືນມາປະເທດຈີນ ໂດຍສາຍການບິນໂດຍສານໄວເທົ່າທີ່ຈະໄວ ໄດ້.”

ຊາວຈີນທີ່ຕິດຄ້າງຢູ່ໃນອິສຣາແອລ ຫລັງຈາກການໂຈມຕີວັນທີ 7 ຕຸລາ ໂດຍ ກຸ່ມຮາມາສ ໄດ້ອາ​ໄສສື່ສັງຄົມເພື່ອການຊ່ວຍເຫລືອເດີນທາງກັບຄືນປະ​ເທດ ໃນຂະນະທີ່ລັດຖະບານຈາກ ອາເຈັນຕີນາ ໄປຫາໄຕ້ຫວັນ ແລະ ສະຫະລັດ ໄດ້ໃຫ້ການຊ່ວຍເຫລືອແກ່ປະຊາຊົນເຂົາເຈົ້າໜີອອກໄປ.

ວໍຊິງຕັນຍັງໄດ້ຈັດກຳປັ່ນສຳ​ລານເພື່ອຂົນສົ່ງຄົນໄປປະ​ເທດ ໄຊປຣັສ ບ່ອນທີ່ ເຂົາເຈົ້າສາມາດຈັດການເດີນທາງຕໍ່ໄປໄດ້.

ໄຕ້ຫວັນ ໄດ້ປະກາດໃນວັນອັງຄານວານນີ້ວ່າ ຕົນໄດ້ຊ່ວຍອົບ​ພະ​ຍົບ​ປະ​ຊາ​ຊົນໄຕ້ຫວັນ 156 ຄົນອອກຈາກອິສຣາແອລ ຢ່າງ​ປອດ​ໄພໃນຂະນະທີ່ 147 ຄົນໄດ້ເລືອກຢູ່ທີ່ນັ້ນຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ