ຈີນ ເພີ້ມງົບປະມານ ດ້ານປ້ອງກັນປະເທດ ຂຶ້ນ 10 ເປີເຊັນ ສຳລັບສົກປີ 2015

ກອງທັບປົດປ່ອຍປະຊາຊົນຈີນ ສະແດງການເຝິກແອບ ທີ່ເປີດເຜີຍ ທີ່ຄ້າຍທະຫານ Shek Kong ທີ່ຮອງກົງ ວັນທີ 30 ມິຖຸນາ 2013.

ການ​ໃຊ້​ຈ່າຍດ້ານ​ປ້ອງ​ກັນ​ປະ​ເທດ​ຂອງ​ຈີນ ຈະ​ເພີ້​ມຂຶ້ນ 10
​ເປີເຊັນ ​ໃນ​ປີ​ນີ້ ຊຶ່ງ​ເປັນການ​ເພີ້​ມຂຶ້ນສອງໂຕເລກຄັ້ງ​ຫຼ້າ​ສຸດ​
ສຳລັບກອງທັບ ທີ່ມີທະຫານ​ປະຈຳການ​ໃຫຍ່​ທີ່​ສຸດ​ຂອງ​ໂລກ.

​ໂຕ​ເລກ​ທີ່​ທ່ານ​ນາງ Fu Ying ​ໂຄສົກ​ປະຈຳ​ສະພາ​ປະຊາຊົນ
​ແຫ່ງ​ຊາດ ປະກາດ​ໃຫ້​ຊາບ​ໃນ​ວັນ​ພຸດ​ມື້​ນີ້ ໝາຍ​ຄວາມ​ວ່າ
ງົບປະມານ​ທາງ​ດ້ານ​ທະຫານ​ຂອງ​ຈີນ ຈະ​ຕົກ​ເປັນ​ມູນ​ຄ່າ
145 ຕື້​ດອນ​ລາ ໃນ​ສົກ​ປີ 2015 ນີ້.

​ທ່ານ​ນາງ Fu ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ ຈະ​ມີ​ການ​ປະ
ກາດໂຕ​ເລກ​ຂອງທາງ​ການ​ໃຫ້​ຊາບ ​ໃນ​ວັນ​ພະຫັດ​ມື້​ອື່ນ ຢູ່​
ໃນ​ລາຍ​ງານຂອງສະພາ ທີ່​ສ່ວນ​ໃຫຍ່​ພຽງແຕ່ເປັນພິທີ​ຊື່ໆ​ນັ້ນ.

ການ​ເພີ້​ມຂຶ້ນ​ນີ້ ຕາມ​ຈິງ​ແລ້ວ ​ແມ່ນ​ເປັນ​ຈຳນວນ​ທີ່​ຫລຸດ​ຈາກ​ປີ​ກາຍ​ນີ້ ​ເວລາ​ຄ່າ​ໃຊ້​ຈ່າຍ​ທາງ​ດ້ານ​ທະຫານ​ເພີ້​ມຂຶ້ນ 12.2 ​ເປີ​ເຊັນ​ນັ້ນ ​ແຕ່​ຈະ​ເປັນ​ປີ​ທີ​ຫ້າ​ລຽນຕິດ ທີ່​ງົບປະມານ​ດ້ານ​ປ້ອງ​ກັນ​ປະ​ເທດ ​ໄດ້​ເພີ້​ມຂຶ້ນ​ 10 ​ເປີ​ເຊັນ ຫຼືຫລາຍກວ່າ​ນັ້ນ.

ພວກ​ນັກວິ​ເຄາະ​ຫຼາຍ​ຄົນ ​ໄດ້​ມີ​ຄວາມ​ສົງ​ໄສ​ມາ​ເປັນ​ເວລາ​ດົນ​ນານ ວ່າ​ຈີນ​ໃຊ້​ຈ່າຍ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຫຼາຍກວ່າ​ ທີ່​ຕົນປະກາດອອກ​ມາ​ຢ່າງ​ເປັນທາງ​ການ ​ຍ້ອນ​ການ​ຂາດ​ຄວາມ​ໂປ່​ງ​ໃສ ​ແລະປັດ​ໄຈ​ອື່ນໆ ​ເຊັ່ນ​ເລື້ອງ​ການ​ສໍ້​ລາດ​ບັງ​ຫຼວງ​ດັ່ງ​ນີ້​ເປັນ​ຕົ້ນ.

ລັດຖະບານ​ວໍ​ຊິງ​ຕັນ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ຂອງ​ຕົນ ກ່າວ​ຫາ ຈີນ​ວ່າ ​ໃຊ້​ຄວາມ​
ເຂ້​ມ​ແຂງທາງ​ທະຫານ​ທີ່​ເພີ້​ມຂຶ້ນຂອງ​ຕົນ ​ເພື່ອ​ຂູ່​ເຂັນ​ພວກ​ປະ​ເທດ​ເພື່ອນ​ບ້ານ​ໃນ​ເຂດ
​ທະ​ເລ​ຈີນ​ຕາ​ເວັນ​ອອກ ​ແລະທະເລຈີນ ​ໃຕ້ ທີ່​ປັກ​ກິ່ງມີ​ບັນຫາ​ຂັດ​ແຍ້​ງ​ກັບ​ເພື່ອນ​ບ້ານ ​ເລື້ອງ​ເຂດ​ນ້ຳ​ແດນ​ດິນ​ນັ້ນ.

ປັກ​ກິ່ງ​ປະຕິ​ເສດ​ຕໍ່​ການ​ກ່າວ​ຫາ​ດັ່ງກ່າວ ​ໂດຍ​ເວົ້າ​ວ່າ ຕົນ​ພຽງ​ແຕ່ ພະຍາຍາມ​ປັບປຸງ​ອາ
ວຸດຍຸດໂທປະກອນ​ຂອງ​ຕົນ​ໃຫ້​ທັນ​ສະ​ໄໝ ​ແລະ​ ​ເສີມຂະຫຍາຍ​ປະສິດທິພາບ​ທາງ​ດ້ານ​ປ້ອງ​ກັນ​ຂອງກອງທັບຂອງ​ຕົນ ຊຶ່ງ​ມີ​ກຳລັງ​ພົນ 2 ລ້ານ 3 ​ແສນ​ຄົນ​ນັ້ນ.

Your browser doesn’t support HTML5

China military