ປະມວນພາບ ການເຜົາຕົນເອງຂອງ ຊາວທິເບດ ເພື່ອປະທ້ວງ ການປົກຄອງ ຂອງຈີນ

ຜູ້ຍິງຊາວທິເບດຜູ້ນຶ່ງ ສວດມົນພາວະນາ ແກ່ດວງວິນຍານຂອງພວກປະທ້ວງ ເມື່ອນາງໄປເຖິງພິທີ ທີ່ຈັດຕັ້ງຂຶ້ນ ໃນນະຄອນ Kathmandu ໃນວັນທີ 17 ພະຈິກ 2012 ເພື່ອສະແດງເຖິງຄວາມເປັນນໍ້ານຶ່ງ ໃຈດຽວກັນກັບພວກໄດ້ຮັບເຄາະຮ້າຍ ຈາກການກໍ່ຄວາມຮຸນແຮງໃນທິເບດ ແລະ ຜູ້ຈູດເຜົາຕົນເອງ ເພື່ອປະທ້ວງນະໂຍບາຍປົກຄອງຂອງຈີນ.

ອົງການປຸກລະດົມສາກົນເພື່ອສະໜັບສະໜຸນທິເບດ ຫລື International Tibet Support Group ຮຽກປະຊຸມພິເສດ ໃນວັນອາທິດມື້ນີ້

ຊາວທິເບດພາກັນໂຮມຊຸມນຸມກັນ ຮຽກຮ້ອງໃຫ້ລັດຖະບານຈີນ ແກ້ໄຂວິກິດການເຜົາຕົນເອງຕາຍ ຢູ່ໃນເຂດທິເບດ

ນາງ Tamding Tso ແມ່ ​ໄວ 23 ປີ ​ໄດ້​ຈູດ​ເຜົາ​ຕົນ​ເອງ​ໃນ​ເມື​ອງ
Rebkong ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ທິ​ເບ​ດ ໃນວັນທີ 8 ພະຈິກ 2012.  ພວກເຫັນ​ເຫດ
ການ​ກ່າວວ່າ ໃນ​ຂະນະທີ່​ນາງ​ຈູດ​ເຜົາ​ຕົນ​ເອງຢູ່ນັ້ນນາງ​ໄດ້​ຂໍຮ້ອງ​ ໃຫ້ອົງ​ດາ​ໄລລາ​ມະ​ກັບຄືນ​ມາ​ທິ​ເບ​ດ.

Britain's Catherine, Duchess of Cambridge (L) strokes the regimental mascot Irish Wolf Hound dog as she attends St Patrick's Day parade with the 1st Battalion Irish Guards in Mons Barracks in Aldershot.

ນາງຊີສາສະໜາພຸດທີເບດ Palden Choetso ຈູດໄຟເຜົາໂຕເອງຕາຍ ທີ່ເມືອງ Daofu ຫຼື Tawu ຂອງເຂດ ທິເບດ (3 ພະຈິກ 2011)

ແຜນທີ່ຈຸດບ່ອນຄົນຈູດເຜົາຕົນເອງ ມາຮອດວັນທີ 23 ຕຸລາ 2012

ພວກຊາວທິເບດພັດຖິ່ນ ທີ່ເມືອງທໍາມະສາລາ ຂອງອິນເດຍ ພາກັນຍົກຮູບຂອງທ່ານ  Xi Jinping ຊຶ່ງໃນຂະນະນັ້ນ ກໍາລັງຈະເປັນຜູ້ ກໍາຕໍາແໜ່ງຜູ້ນໍາສູງສຸດຂອງຈີນ ຂຶ້ນ ເພື່ອຮຽກຮ້ອງໃຫ້ແກ້ໄຂວິກິດການ ໃນທິເບດ  ໃນວັນພຸດ ທີ 3 ຕຸລາ 2012. (AP Photo/ Ashwini Bhatia)

ຮູບຖ່າຍໂດຍນັກຖ່າຍສະໝັກຫລິ້ນ ສະແດງໃຫ້ເຫັນຊາວທິເບດສອງຄົນ ກໍາລັງຖືທຸງເອກະລາດຂອງທິເບດ ໃນຂະນະທີ່ເອົາໄຟຈູດເຜົາຕົນເອງ ເພື່ອປະທ້ວງການປົກຄອງຂອງຈີນ ຢູ່ຖະໜົນແຫ່ງນຶ່ງ ໃນເທດສະບານ Yushu ໃນແຂວງ Qinghai ຂອງຈີນ ໃນວັນພຸດ ທີ 20 ມິຖຸນາ 2012.  (AP Photo/The Tibetan Youth Congress)

ທ່ານນາງ Navi Pillay ຂ້າຫຼວງໃຫຍ່ດ້ານສິດທິມະນຸດ ຂອງອົງການສະຫະປະຊາຊາດ ກ່າວຢູ່ໃນຖະແຫຼງການສະບັບນຶ່ງ ທີ່ນຳອອກເຜີຍແຜ່ໃນວັນສຸກ ທີ 2 ພະຈິກ 2012 ໄດ້ ຮຽກຮ້ອງໃຫ້ຈີນ ແກ້ໄຂບັນຫາຄວາມບໍ່ພໍໃຈຫຼາຍໆຢ່າງ ໃນເຂດທີ່ຊາວທິເບດອາໄສຢູ່ ທີ່ນຳໄປສູ່ການປະທ້ວງຢ່າງຮຸນ
ແຮງຫຼາຍຂຶ້ນນັບມື້ນັ້ນ. (AP Photo/KEYSTONE/Laurent Gillieron)

ອົງ Dalai Lama ກ່າວຄໍາປາໄສ ຕໍ່ພວກນັກຂ່າວ ໃນຂະນະທີ່ພະອົງ ໄປຢ້ຽມຢາມ ເມືອງ Okinawa ຂອງຍີ່ປຸ່ນ ໃນວັນທີ 12 ພະຈິກ 2012. Photo/Office of Tibet Japan

ຢູ່ໃນຮູບຖ່າຍໃນວັນທີ 26 ມີນາ 2012 ທ້າວ Jamphel Yeshi ຊາວທິເບດພັດຖິ່ນ ໃນນະຄອນນີວແດນລີ ຂອງອິນເດຍ ໄດ້ຮ້ອງຂຶ້ນໃນຂະນະທີ່ແລ່ນໄປ ຫລັງເອົາໄຟຈູດເຜົາຕົນເອງລຸກ ເປັນແປວ ເພື່ອປະທ້ວງຈີນ ແລະຜູ້ກ່ຽວໄດ້ເສຍຊີວິດໄປ ໃນວັນທີ 28 ມີນາ 2012.

ພະສົງທິເບດ ທີ່ເຜົາຕົນເອງ ໃນວັນທີ 9 ມັງກອນ 2012.

ພະສົງທິເບດອີກອົງນຶ່ງ ເຜົາຕົນເອງຕາຍ

ຈີນເຕືອນ ກ່ຽວກັບ ສະຖຽນລະພາບ ທີ່ທິເບດ

ພະສົງທິເບດພັດຖິ່ນ ອົງນຶ່ງ ຢູ່ເມືອງທໍາມະສາລາຂອງອິນເດຍ ຖືທຸງເອກະລາດຂອງທິເບດ ແລະໃສ່ໜ້າກາກ ທີ່ຂຽນວ່າ ""Save Kirti Monastery, Save Tibet" ຊຶ່ງແປວ່າ "ຈົ່ງຊ່ວຍກູ້ເອົາວັດ Kirti ແລະ ກອບກູ້ເອົາທິເບດໄວ້" ໃນຂະນະທີ່ເຂົ້າຮ່ວມການຊຸມນຸມປະທ້ວງ ໃນວັນທີ 14 ຕຸລາ, 2011 ເພື່ອລະນຶກເຖິງຊາວທິເບດ ທີ່ໄດ້ເຜົາຕົນເອງຕາຍ ຢູ່ໃນທິເບດ. (AP Photo/Ashwini Bhatia)