ຝົນຍັງສືບຕໍ່ຕົກໜັກຢູ່ ໃນວັນອາທິດມື້ນີ້ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງຈີນ ບ່ອນ ໄຕ້ຝຸ່ນ Soudelor ສ້າງຄວາມເສຍຫາຍຂະນະທີ່ເຄື່ອນຍ້າຍຂຶ້ນຝັ່ງ ເຮັດໃຫ້ເກີດນ້ຳຖ້ວມ ແລະ ຢ່າງນ້ອຍ 14 ຄົນເສຍຊີວິດ.
ລະບົບພາຍຸໄຕ້ຝຸ່ນ ຫລຸດລະດັບລົງ ເປັນພະຍຸເຂດຮ້ອນທີ່ ຖະຫລົ່ມ ແຂວງ ຟູຈຽນ ແລະ ສີຈຽງ ຂອງຈີນຢ່າງໜັກທີ່ສຸດ ເຮັດໃຫ້ 8 ຄົນເສຍຊີວິດ ໃນຂະນະດຽວກັນ ໄດ້ກໍ່ໃຫ້ເກີດດິນເຈື່ອນນຳດ້ວຍ. ພາຍຸດັ່ງກ່າວໄດ້ຕັດຂາດກະແສໄຟຟ້າໃຫ້ແກ່ພົນລະເມືອງ ຫຼາຍກວ່າ ໜຶ່ງລ້ານຄົນ ແລະ ບັນດາເຈົ້າໜ້າທີ່ ກ່າວວ່າ 250,000 ຄົນ ໄດ້ຖືກຍົກຍ້າຍອອກຈາກເຮືອນຊານຂອງພວກເຂົາເຈົ້າ.
ໃນວັນເສົາວານນີ້ ພາຍຸໄຕ້ຝຸ່ນ Soudelor ໄດ້ພັດຖະຫລົ່ມທົ່ວເກາະໄຕ້ຫວັນ ດ້ວຍລົມແຮງເຖິງ 160 ກິໂລແມັດຕໍ່ຊົ່ວໂມງ ເຮັດໃຫ້ 3 ລ້ານຫລັງຄາເຮືອນ ບໍ່ມີໄຟຟ້າ ແລະ ຖອນຮາກ ພວກຕົ້ນໄມ້ຂຶ້ນຊະຊາຍໄປຕາມທ້ອງຖະໜົນ.
ບັນດາເຈົ້າໜ້າທີ່ ໃນໄຕ້ຫວັນ ກ່າວວ່າ ພາຍຸໄຕ້ຝຸ່ນ Soudelor ໄດ້ສັງຫານ ຢ່າງນ້ອຍ 6 ຄົນໃນໄຕ້ຫວັນ. ເດັກຍິງ ອາຍຸ 8 ປີ ພ້ອມດ້ວຍແມ່ຂອງນາງ ແລະ ຄູ່ແຝດຍິງ ແມ່ນລວມຢູ່ໃນຜູ້ທີ່ເສຍຊີວິດ ຫຼື ຫາຍສາບສູນ ຫຼັງຈາກທີ່ໄດ້ຖືກຄື້ນຟອງທະເລພັດອອກໄປ ຢູ່ຕາມຊາຍຝັ່ງທາງພາກຕາເວັນອອກຂອງປະເທດ.
ບັນດາທະຫານ ແລະ ໜ່ວຍກູ້ໄພ ພ້ອມດ້ວຍໝາຄົ້ນຫາ ໄດ້ເລີ້ມຕົນພາລະກິດການເກັບກູ້ ຕາມດິນເຈື່ອນ ແລະ ຊາກຫັກພັງຕ່າງໆ ໃນວັນອາທິດມື້ນີ້ ຫຼັງຈາກພາຍຸໄດ້ເຄື່ອນຍ້າຍອອກໄປແລ້ວ.
ເຖິງແມ່ນວ່າ ພາຍຸໄຕ້ຝຸ່ນ ໄດ້ຫລຸດກຳລັງລົງ ກ່ອນໜ້າຈະພັດຂຶ້ນຝັ່ງນັ້ນ ພວກນັກ ພະຍາກອນ ອາກາດກ່າວວ່າ ໄຕ້ຝຸ່ນ Soudelor ຢູ່ໃນຊ່ວງເວລາໜຶ່ງເປັນລົມພາຍຸທີ່ແຮງ ທີ່ສຸດສຳຫລັບປີນີ້.
Your browser doesn’t support HTML5
China Taiwan Typhoon update