ໂທລະພາບ CCTV ຂອງຈີນ ເລີ່ມອອກອາກາດ ຈາກ ນະຄອນຫຼວງ ຂອງສະຫະລັດ (ເບິ່ງວີດີໂອ)

  • ໄພສານ ວໍຣະຈັກ

ຕຶກສຳນັກງານ ໂທລະພາບ CCTV ຂອງທາງການຈີນ ທີ່ກຸງວໍຊິງຕັນ ນະຄອນຫຼວງຂອງສະຫະລັດ.

ເມື່ອໄວໆມານີ້ ບໍລິສັດ CCTV ຊຶ່ງເປັນບໍລິສັດອອກອາກາດຂອງທາງການຈີນໄດ້ເປີດຫ້ອງ ສົ່ງລາຍການໂທລະພາບໃໝ່ທີ່ກຸງວໍຊິງຕັນ ແລະເລີ່ມອອກອາກາດສົດລາຍການເປັນພາສາ ອັງກິດຈຳນວນນຶ່ງ. CCTV ຫວັງວ່າ ການດຳເນີນການດັ່ງກ່າວນີ້ຈະຂະຫຍາຍການຮັບຊົມ ລາຍການຂອງທາງບໍລິສັດຢູ່ໃນທົ່ວໂລກ ແລະໃນທີ່ສຸດກໍຈະສາມາດແຂ່ງຂັນກັບຄູ່ແຂ່ງຈາກ ປະເທດອື່ນໆໄດ້. ຜູ້ສື່ຂ່າວວີໂອເອ William Ide ມີລາຍງານກ່ຽວກັບເລື່ອງນີ້

ພາຍ​ໃນ​ໄລຍະ​ບໍ່​ຮອດ 5 ​ເດືອນບໍລິສັດ CCTV ອາ​ເມຣິກາຫຼື​ໂທລະພາບ​ຈີນທີ່ອາ​ເມຣິກາ
ໄດ້ຈ້າງພະນັກງານ​ຫຼາຍກວ່າ 65 ຄົນ​ ແລະ​ເລີ່​ມອອກ​ອາກາດ ລາຍການ​ເປັນ​ເວລາ​ນຶ່ງ​ຊົ່ວ
ໂມງ​ຕໍ່​ມື້ ຈາກ​ນະຄອນຫຼວງຂອງ​ສະຫະລັດ.

ແລະເຖິງ​ແມ່ນ​ວ່າ ເວລາ​ນີ້​ຍັງ​ເປັນສະຖານີ​ທີ່ຢູ່​ໃນ​ຂັ້ນ​ເລີ່​ມ​ດຳ​ເນີນ​ການຢູ່ກໍ​ຕາມທາງ​ບໍລິສັດ
ກໍມີແຜນການ​ທີ່​ຈະ​ຈ້າງພະນັກງານ​ຕື່ມອີກ​ ໃນ​ປີນີ້ ແລະ​ເພີ່ມ​ຊົ່ວ​ໂມງ​ອອກ​ອາກາດຂຶ້ນຕື່ມ​
ເທື່ອ​ລະເລັກ​ລະ​ນ້ອຍ.

ບໍ​ລິ​ສັດ CCTV ສາມາດດຶງ​ດູດ​ເອົາ ​ນັກ​ຂ່າວ ຜູ້ປະກາດ​ລາຍ​ການ ຜູ້​ຈັດ​ລາຍການ ​ແລະ
ບັນນາ​ທິການ​ມື​ອາຊີບ ​ໄປ​ຈາກໂທລະພາບ Al Jazzeera, Fox News, BBC ​ແລະ
ອື່ນໆ​ອີກໂດຍ​ໃຫ້ເງິນ​ເດືອນໃນ​ລະດັບ​ທີ່ສາມາດ​ແຂ່ງຂັນໄດ້ແລະ​ແຫຼ່ງຂ່າວ​ແຈ້ງ​ໃຫ້​ວີ​ໂອ​ເອ
ຊາບວ່າ ​ໃນ​ບາງ​ກໍລະນີນັ້ນແມ່ນ 20% ສູງ​ກວ່າທີ່​ພະນັກງານ​ໃໝ່​ໄດ້​ຮັບ​ຢູ່​ບ່ອນ​ອື່ນ.

ນາຍ Phillip Yin ກ່າວ​ວ່າການ​ຕັດສິນ​ໃຈ​ຂອງ​ລາວ​ໃນ​ການເຂົ້າມາຮ່ວມ​ບໍລິສັດ CCTV
ບໍ່ໄດ້ກ່ຽວ​ກັບ​ເ​ລື່ອງ​ເງິນ​ເດືອນ ​ແຕ່​ແມ່ນ​ກ່ຽວ​ກັບ​ການ​ມີ​ພາກ​ສ່ວນ​ໃນ​ປະຫວັດສາດ.

ນາຍ Phillip Yin ​ເວົ້າວ່າ “ນີ້​ແມ່ນ​ການ​ປະຕິບັດ​ງານ​ທີ່ພິ​ເສດຫລາຍ ຖ້າຈະ​ເວົ້າ​
ໄປ​ແລ້ວ ມັນ​ເປັນ​ໂຄງການ​ທີ່​ຈະກຳນົດ​ຄວາມ​ສຳພັນ ​ລະຫວ່າງ​ສະຫະລັດ​ ກັບ​
ຈີນ ສຳ​ຫຼັບ​ໄລຍະ​ຫຼາຍໆ​ທົດ​ສະ​ວັດ​ຕໍ່ໜ້າ.”

ການ​ລິ​ເລີ່​ມ​ໂຄງການ​ອອກ​ອາກາດ​ຂອງ​ບໍລິສັດ CCTV ​ແຫ່ງ​ອາ​ເມຣິກາ ມີຂຶ້ນພຽງ​ນຶ່ງ​ອາ
ທິດ​ ກ່ອນໜ້າ​ຮອງ​ປະທານ​ປະ​ເທດ​ຈີນ ທ່ານ​ຊີ ຈິ້ນ​ຜິ​ງ ​ເດີນທາງມາ​ຍັງ​ກຸງ​ວໍ​ຊິງ​ຕັນເພື່ອ
ທຳ​ການ​ຢ້ຽມຢາມ​ຄັ້ງສຳຄັນ. ​ເປັນ​ທີ່​ຄາດ​ກັນ ​ຢ່າງ​ກວ້າງຂວາງ​ວ່າ ທ່ານ​ຊີ ຈິ້ນ​ຜິ​ງຈະ​ໄດ້
ເປັນ​ຜູ້ນຳ​ຄົນ​ຕໍ່​ໄປ​ຂອງ​ຈີນ.

ພວກ​ນັກວິ​ເຄາະ​ກ່າວ​ວ່າ ການ​ດຳ​ເນີນ​ຄວາມ​ພະຍາຍາມ​ຢ່າງ​ຂຸ້ນຂ້ຽວ​ຂອງ​ຈີນ​ເພື່ອເສີມຂະ
ຫຍາຍ​ສື່​ມວນ​ຊົນຂອງຕົນອອກ​ໄປ​ທົ່ວ​ໂລກ ບໍ່ແມ່ນພຽງ​ແຕ່​ເພື່ອ​ນໍາ​ສະ​ເໜີ​ຂ່າວ​ທັນ​ໃຈກ່ຽວ​
ກັບ​ເຫດການສຳຄັນຕ່າງໆ ທີ່ພວມຜັນຂະຫຍາຍອອກທໍ່ນັ້ນ ​ແຕ່​ຍັງ​ສະແດງ ໃຫ້​ເຫັນເຖິງ
ຄວາມ​ສາມາດ​ໃນ​ການ​ຮ່ວມ​ມື ​ຫຼືການຊັກ​ຈູງທີ່​ມີ​ເພີ່ມ​ຂຶ້ນຂອງປັກ​ກິ່ງ​ນຳ​ດ້ວຍ.

ແລະ​ນຶ່ງ​ໃນ​ບັນດາ​ຄຳ​ຖາມ​ທີ່​ໃຫຍ່​ທີ່​ສຸດ​ ກ່ຽວ​ກັບ​ການ​ຂະຫຍາຍ​ສື່​ມວນ​ຊົນ​ດັ່ງກ່າວ​ຂອງຈີນ
ກໍ​ຄື​ອົງການ​ສື່​ມວນ​ຊົນ​ຂອງ​ລັດຈະ​ດຳ​ເນີນ​ງານ​ແບບ​ໃດ​ຢູ່​ໃນ​ຕ່າງປະ​ເທດ?

ຢູ່​ຈີນນັ້ນ ແມ່ນຄາດ​ໝາຍ​ກັນວ່າ ສື່​ມວນ​ຊົນ​ຂອງ​ລັດ​ ຈະຕ້ອງ​ເນັ້ນໜັກໃສ່ເລື່ອງ​ຜົນ​ປະ​
ໂຫຍດຂອງພັກ​ກ່ອນ​ສິ່ງອື່ນ​ໃດ​ທັງ​ໝົດ. ​ແຕ່ໃນ​ຂະນະ​ດຽວ​ກັນ ພວກ​ນັກ​ຂ່າວ​ຈີນ ຕ່າງ
ກໍ​ມີ​ຄວາມ​ຮູ້ສຶກ​ຮັບຜິດຊອບ ​ຫຼາຍຂຶ້ນ​ເລື້ອຍໆ ໃນ​ການ​ເປັນ​ປາກ​ເປັນ​ສຽງ​ໃຫ້​ແກ່​ປະຊາ
ຊົນ ​ແລະ​ໃນ​ຫຼາຍໆ​ໂອກາດ ຜົນ​ປະ​ໂຫຍ​ດ​ເຫຼົ່ານັ້ນ​ໄດ້​ກະທົບ​ກັນ.

ພວກ​ຖືກ​ສຳພາດ​ຢູ່​ທີ່ໂທລະພາບ CCTV ​ແຫ່ງ​ອ​າ​ເມຣິກາ​ເວົ້າວ່າ ພວກ​ເຂົາເຈົ້າຈະ​ບໍ່ຫຼົບ
ຫຼີກ​ໄປ​ຈາກ​ເລື່ອງ​ລາວທີ່​ຫຼໍ່​ແຫຼມສຳຄັນຕ່າງໆແລະໃຫ້​ຂໍ້​ສັງ​ເກດວ່າ ການ​ດໍາ​ເນີນ​ງານແມ່ນ​
ຄວບ​ຄຸມ​ກັນໃນ​ເຂດ​ທ້ອງຖິ່ນ.

ທ່ານ​ນາງ Barbara Dury ຜູ້​ກຳກັບ​ອະ​ວຸ​ໂສ ລາ​ຍການ​ວາລະສານຂ່າວ ທີ່​ມີ​ຊື່ວ່າ
“America Now” ​ເວົ້າວ່າ ປະຕູ​ແມ່ນ​ເປີດ​ກວ້າງ ​ສໍາລັບການ​ລາຍ​ງານຂ່າວ​ໃນ​ດ້ານ​ນີ້.

ເບິ່ງວີດີໂອລາຍງານພາສາອັງກິດ:

http://www.voanews.com/templates/widgetDisplay.html?id=139400443&player=article

ທ່ານ​ນາງ Dury ​ເວົ້າວ່າ “​ເຂົາ​ເຈົ້າບໍ່​ໄດ້​ຈ້າງ​ພວກ​ເຮົາໂດຍບອກ​ພວກ​ເຮົາວ່າ ຢາກ​
ໃຫ້​ທ່ານ​ເຮັດ​ແບບ​ນັ້ນ​ແບບນີ້. ​ເຂົາ​ເຈົ້າຈ້າງ​ພວກ​ເຮົາ​ໂດຍ​ເວົ້າວ່າ​ ພວກ​ເຮົາ​ຕ້ອງ
ການ​ປະສົບ​ພະກາ​ນ​ແລະ​ຄວາມ​ຮູ້​ຄວາມ​ຊຳນານ​ ຂອງພວກເຈົ້າ. ພວກ​ເຮົາ​ຕ້ອງ
ການ​ຢາກ​ຍົກ​ລະດັບ ແລະຍົກ​ປະຫວັດ ຂອງ​ພວກ​ເຮົ​າ​ໃຫ້​ສູງ​ຂຶ້ນ. ​ພວກ​ເຮົາ​ຢາກ​
ເດີນ​ຕາມ​ການ​ນຳພາ​ ຂອງ​ພວກ​ເຈົ້າ. ແຕ່​ວ່າ ​ເວລາ​ໃດ​ຫາກມີການ​ປ່ຽນ​ແປງ​ເກີດ​
ຂຶ້ນມັນກໍອາດ​ຈະ​ເປັນ​ອີກ​ເລື່ອງ​ນຶ່ງ​ຕ່າງຫາກ.”

ທ່ານ Jim Laurie ຜູ້​ສື່​ຂ່າວ​ຕ່າງປະ​ເທດ​ອະ​ວຸ​ໂສພ້ອມ​ທັງ​ເປັນທີ່​ປຶກສາຝ່າຍບໍລິຫານ​ຂອງ​
ໂທລະພາບ CCTV ກ່າວ​ວ່າ ການ​ວາດ​ພາບ​ວ່າ​ສະຖານີ​ກະຈາຍສຽງ​ຫລື​ອອກອາກາດຂອງ
ທາງ​ການ​ຈີນ​ແຫ່ງ​ນີ້ ​ເປັນ​ພຽງ​ປາກ​ກະບອກ​ສຽງ​ໃຫ້​ແກ່ລັດຖະບານ​ຈີນ​ນັ້ນແມ່ນເປັນ​ການບໍ່
ໃຫ້​ຄວາມ​ສໍາຄັນ​ແກ່​ຄວາມ​ສະ​ລັບ​ຊັບຊ້ອນ​ຂອງ​ວຽກ​ງານ​ຫລື​ໜ້າ​ທີ່ຂອງ​ສະຖານີ.

ທ່ານ Laurie ​ເວົ້າວ່າ “ຂ້າພະ​ເຈົ້າຖືວ່າໂທລະພາບ​ຊ່ອງ​ນີ້ກໍ​ຢູ່​ໃນ​ສະພາບ​ແບບ​ດຽວ​
ກັນ​ກັບ​ໂທລະພາບ Al Jazeera. ມັນ​ເປັນ​ປາກ​ກະບອກສຽງ ຂອງ​ກາ​ຕ້າ​ບໍ? ຫຼື​
ໂທລະ​ພາບ CNN ມັນ​ເປັນ​ປາກ​ກະບອກ​ສຽງຂອງ​ພວກສະຖານີພານິດທີ່​ນະຄອນ
Atlanta ບໍ? BBC ​ເດ້ເປັນ​ປາກ​ກະບອກ​ສຽງຂອງ​ລັດຖະບານ​ອັງກິດ​ບໍ? ຂ້າພະ​
ເຈົ້າຂໍ​ໃຫ້​ທ່ານ​ຕັດສິນ​ເອົາ​ເອງ​ ກ່ຽວ​ກັບ​ສິ່ງເຫຼົ່ານີ້.”

ທ່ານ Laurie ກ່າວ​ຕື່ມ​ວ່າ ບໍ່​ມີ​ເຫດຜົນ​ໃດໆ​ທີ່​ວ່າ ​ຈີນຈະ​ບໍ່​ສາມາດ​ຜະລິດ ​ແລະ​ຖ່າຍ​ທອດ
ລາຍການ​ໂທລະພາບ ທີ່ມີ​ຄຸນ​ນະພາ​ບ ບໍ່​ເຂົ້າຂ້າງ​ອອກ​ຂາແລະ​ເປັນ​ທີ່​ໜ້າ​ເຊື່ອ​ຖື​ນັ້ນໄດ້.