ຈີນ ບໍ່ຄວນ ປ່ອຍໃຫ້ ການຂັດແຍ້ງ ເປັນອຸບປະສັກ ຕໍ່ການ ຊ່ວຍເຫຼືອ ຟິລິບປີນ

ພາບຖ່າຍທາງອາກາດ ທີ່ສະແດງໃຫ້ເຫັນຄວາມເສຍຫາຍຢ່າງໜັກ ຈາກລົມ ໄຕ້ຝຸ່ນ Haiyan ທີ່ເມືອງ Tacloban ປະເທດຟິລິບປີນ

ໜັງສືພິມ​ຈີນ ສະບັບ​ນຶ່ງ​ກ່າວ​ວ່າ ປັກ​ກິ່ງ ບໍ່​ຄວນ​ປ່ອຍ​ໃຫ້ ບັນຫາ​
ຂັດ​ແຍ້​ງ​ເຂດ​ນໍ້າ​ແດນ​ດິນ ​ມີ​ອິດ​ທິພົນ​ຕໍ່ການ​ຕັດສິນ​ໃຈ ​ເພື່ອສົ່ງ​
ການ​ຊ່ວ​ຍເຫຼືອບັນ​ເທົາ​ທຸກ ໄປ​ໃຫ້ຟິລິບ​ປິນ ທີ່​ປະສົບ​ກັບ​ຄວາມ​
ເສຍ​ຫາຍ​ຢ່າງ​ໜັກ​ຍ້ອນ​ລົມ​ໄຕ້​ຝຸ່ນ​ນັ້ນ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ປະກາດ​ແຜນການໃນ​ວັນ​ຈັນ
​ວານ​ນີ້ ທີ່​ຈະ​ສົ່ງເງິນ 100,000 ​ໂດ​ລາ ​ໄປ​ໃຫ້ ​ເພື່ອ​ຊ່ວຍ​ຟີ​ລິບ​
ປິນຟື້ນ​ໂຕ​ຄືນຈາກໄຕ້​ຝຸ່ນ​ ທີ່​ເຮັດ​ໃຫ້​ຫລາຍ​ພັນ​ຄົນ​ເສຍ​ຊີວິດ.
ສະພາກາ​ແດງ​ຈີນ ຕໍ່​ມາ​ກໍໄດ້​ກ່າວ​ວ່າ ຕົນ​ກໍ ຈະ​ສົ່ງ​ເງິນ
100,000 ​ໂດ​ລາ ​ໄປ​ຊ່ວຍ​ເຫລືອ.

ຈໍານວນ​ເງິນ​ດັ່ງກ່າວ ໜ້ອຍ​ກວ່າ​ທີ່ຈີນ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ປະ​ເທດ​ຕ່າງໆ ຮວມ​ທັງ
ຟິລິບ​ປີນ ​ໃນ​ລ​ະຫວ່າງທີ່​ໄດ້​ເກີດ​ໄພພິບັດ​ຄັ້ງຜ່ານ​ໆ​ມາ. ​ເຫດການ​ໃນ ຄັ້ງນີ້ ເກີດ​ຂື້ນ​ໃນ​
ຂະນະ​ທີ່ປັກ​ກິ່ງ ພົວພັນເພີ້​ມຂຶ້ນ​ໃນ​ການໂຕ້​ແຍ້ງກັບກຸງ​ມະ​ນິ ລາ ກ່ຽວ​ກັບ​ໝູ່​ເກາະຢູ່​ທະ​
ເລ​ຈີນ​ໃຕ້ ທີ່​ອຸດົມສົມ​ບຸນ​ໄປ​ດ້ວຍ​ພະລັງງງານນັ້ນ.

ບົດ​ບັນນາທິການ ຂອງໜັງ​ສື​ພິມ​ Global Times ຂອງ​ຈີນ ໃນວັນ​ອັງ​ຄານ​ມື້​ນີ້​ກ່າວ​ວ່າ
ຈີນ​ບໍ່​ຄວນ​ປ່ອຍ​ໃຫ້ການ​ໂຕ້​ຖຽງ​ ເປັນ​ຜົນກະທົບ​ຕໍ່ການ​ຕັດສິນ ​ເພື່ອ​ໃຫ້ ການ​ຊ່ວຍ​ເຫລືອ​ແກ່ຟິລິບ​ປິນ. ໜັງ​ສຶພິມ ພັກ​ຄອມ​ມິ​ວນິສຈີນ​ສະບັບ​ນີ້ ຍັງກ່າວ​ວ່າ ພາບ​ພົດ​ຂອງ​ຈີນຕໍ່ໂລ​ກ
“​ເປັນເລື່ອງ​ສໍາຄັນຫຼາຍ” ​ແລະ​ໄດ້​ເຕືອນ​ວ່າ “ຈະ​ເກີດຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫລວງ”
ຖ້າ​ຫາກ​ກຸງ​ປັກ​ກິ່ງ ບໍ່​ຫົວຊາກຸງ​ມະນິລາ.

ຈີນ ຊຶ່ງ​ເປັນ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່ອັນ​ດັບ​ສອງ​ຂອງ​ໂລກ ​ໄດ້​ຄ່ອຍເອົາບົດ ບາດ
ເພີ້​ມຂຶ້ນ ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ບັນ​ເທົາ​ທຸກ​ໄພ​ພິບັດນາໆ​ຊາດ.