ເປັນທີ່ຄາດກັນວ່າ ເຈົ້າໜ້າທີ່ຈີນ ຈະຫຼຸດຜ່ອນກິດຈະກຳ ທາງດ້ານທະຫານຂອງຕົນ ຢູ່
ທະເລຈີນໃຕ້ ທີ່ຍັງມີການຂັດແຍ້ງກັນ ໃນຂະນະທີ່ສະຫະລັດພວມຕ້ານຄືນ ແລະປັກກິ່ງ
ຫວັງວ່າ ຈະຫລຸດຜ່ອນຄວາມເຄັ່ງຕຶງທາງດ້ານການຄ້າ ລະຫວ່າງ ຈີນກັບສະຫະລັດ
ໂດຍປາສະຈາກການເຮັດໃຫ້ລັດຖະບານ ສະຫະລັດມີຄວາມໂກດແຄ້ນຂຶ້ນຕື່ມ.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຢາກໃຫ້ທະເລຈີນໃຕ້ ເປີດກວ້າງສຳລັບ
ນາໆຊາດ ໃນຂະນະທີ່ຈີນ ຊອກຫາຊ່ອງທາງທີ່ຈະເຂົ້າຄວບຄຸມຫຼາຍຂຶ້ນ ອີງຕາມຄຳ
ເວົ້າຂອງພວກນັກຊ່ຽວຊານ ແລະເວລານີ້ ປະທານາທິບໍດີ ສະຫະລັດ ອາດຈະສົ່ງກຳປັ່ນ
ແລະເຮືອບິນລົບ ເຂົ້າໄປໃນເຂດນ່ານນ້ຳດັ່ງກ່າວ ເພື່ອກົດດັນ ຈີນ ກ່ຽວກັບເລື້ອງ
ການຄ້າ ຕະຫຼອດທັງກິດຈະກຳທາງດ້ານທະຫານຂອງຕົນນຳດ້ວຍ.
ເຂດແດນທີ່ມີການອ້າງເອົາກຳມະສິດ ຢູ່ໃນທະເລຈີນໃຕ້
ທ່ານ ອາແລນ ຈອງ ຜູ້ຊ່ວຍສາສະດາຈານ ທີ່ສະຖາບັນການສຶກສານາໆຊາດ S.
Rajaratnam ຢູ່ສິງກະໂປ ກ່າວວ່າ “ຂ້າພະເຈົ້າ ບໍ່ຄິດວ່າ ການກົດດັນນີ້ ແມ່ນສະ
ເພາະເຈາະຈົງ ແນໃສ່ການສ້າງຄ້າຍທະຫານ ຢູ່ຕາມເກາະດອນ ທີ່ຈີນ ເປັນເຈົ້າຂອງ
ໃນທະເລຈີນໃຕ້. ມັນອາດຈະເປັນກໍລະນີ ທີ່ພະຍາຍາມຈະສົ່ງສັນຍານຫຼາຍກວ່າ ວ່າ
ປັກກິ່ງ ສະແດງໃຫ້ເຫັນເຖິງ ການສ້າງຄວາມປອງດອງບາງຢ່າງ ໃນການຂັດແຍ້ງ
ທາງດ້ານການຄ້າ.”
ນັບແຕ່ເຂົ້າຮັບຕຳແໜ່ງໃນປີ 2017 ທ່ານທຣຳໄດ້ສົ່ງກຳປັ່ນຂອງກອງທັບເຮືອ ເຂົ້າໄປ
ໃນທະເລຈີນໃຕ້ ຢູ່ເປັນປະຈຳ. ຈີນໄດ້ສ້າງຄວາມບໍ່ພໍໃຈ ໃຫ້ແກ່ລັດຖະບານເອເຊຍ
ອື່ນໆອີກ 5 ປະເທດ ໂດຍຂະຫຍາຍການມີໜ້າທາງທະຫານ ຂອງເຂົາເຈົ້າ ທັງໆທີ່ໄດ້
ມີການອ້າງເອົາກຳມະສິດກວມກັນກໍຕາມ.
ພວກກຳປັ່ນດູດຊາຍ ຂອງຈີນ ປາກົດວ່າ ເຫັດໄດ້ຢູ່ໃນນ່ານນ້ຳ ອ້ອມບໍລິເວນ ໂຂດຫີນ Fiery Cross Reef ໃນເຂດທີ່ມີການຂັດແຍ້ງກັນ ທີ່ໝູ່ເກາະ Spratly Islands ໃນທະເລຈີນໃຕ້ ຢູ່ໃນພາບນີ້ ຖ່າຍໂດຍ ເຮືອບິນສອດແນມ P-8A Poseidon, ວັນທີ 21 ພຶດສະພາ 2015.
ພວກນັກຊ່ຽວຊານບາງຄົນ ແນະໃຫ້ເຫັນວ່າ ປັກກິ່ງອາດຈະພິຈາລະນາຄືນໃໝ່ ກ່ຽວກັບ
ການເຄື່ອນໄຫວຢ່າງວ່ອງໄວຂອງຕົນ ເຊັ່ນວ່າ ການສ້າງເກາະທຽມຊຶ່ງເປັນກິດຈະກຳ ທີ່
ສຳຄັນສຸດ ທີ່ໄດ້ສ້າງຄວາມກັງວົນໃຈໃຫ້ແກ່ປະເທດອື່ນໆຕາບໃດທີ່ການຂັດແຍ້ງ ທາງ
ດ້ານການຄ້າ ຍັງມີຢູ່ຕໍ່ໄປ ແລະວໍຊິງຕັນ ຍັງສືບຕໍ່ສົ່ງກຳປັ່ນ ແລະເຮືອບິນລົບ ໄປຍັງທະ
ເລຈີນໃຕ້.