ຈີນ ກ່າວວ່າ ຕົນກໍາລັງເພີ້ມທະວີການພົວພັນກັບ ຮັງກາຣີ ເພື່ອເປັນພາຄີໃນ 'ທຸກສະພາບອາກາດ'

  • ວີໂອເອ

ປະທານປະເທດຈີນ ທ່ານ ສີ ຈິ້ນຜິງ, ຊ້າຍ, ແລະນາຍົກລັດຖະມົນຕີຮັງກາຣີ ທ່ານ ວິກເຕີ ອໍບານ ໃນ ຄາເມີລິຕ້າ ໂມນາສເຕີຣີ (Carmelita Monastery), ເຊິ່ງເປັນສໍານັກງານໃຫຍ່ນາຍົກລັດຖະມົນຕີ, ຢູ່ທີ່ ບູດາ ແຄັສໂຊລ (Buda Castle) ນຶ່ງສ່ວນສີ່ຂອງນະຄອນຫຼວງບູດາແປັສທ໌, ຮັງກາຣີ, ວັນທີ 9 ພຶດສະພາ 2024.

ປະ​ທານ​ປະ​ເທດ​ຈີນ​ ທ່ານ ສີ ຈິ້ນຜິງ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້ ໃນລະ​ຫວ່າງ​ການ​ຢ້ຽມ​ຢາມ​ຮັງ​ກາ​ຣີ ​ວ່າ ຈີນ​ກຳ​ລັງ​ຍົກ​ລະ​ດັບ​ຄວາມສໍາ​ພັນ​ທາງ​ການ​ທູດ​ກັບບັນດາ​ປະ​ເທດ​ຢູໂຣບ ເພື່ອ​ເປັນ​ຄູ່​ຮ່ວມ​ມືໃນ “ທຸກສະພາບ​ອາ​ກາດ.”

ທ່ານ​ ສີ​ ກ່າວ​ວ່າ “ພວກ​ເຮົາ​ຍິນ​ດີ​ຖືເອົາໂອກາດ​ນີ້ ​ເປັນ​ຈຸດ​ເລີ້ມ​ຕົ້ນໃໝ່​ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ​ແລະ​ການ​ຮ່ວມ​ມືຢ່າງຈິງຈັງ ໄປສູ່​ຊ່ອງທາງທີ່​ມີລາຄາແພງ ​ ແລະ​ກ້າວ​ໄປ​ສູ່​ລະ​ດັບທີ່​ສູງຂຶ້ນ​ກວ່າເກົ່າ.”

ຮັງກາຣີ ​ເປັນ​ບ່ອນ​ຢຸດ​ແວ່​ທີ່​ສາມ ​ແລະເປັນບ່ອນ​ສຸດ​ທ້າຍ​ໃນການ​ຢ້ຽມຢາມ​ຢູໂຣບຄັ້ງ​ທຳ​ອິດ​ຂອງ​ ທ່ານ ສີ ​ໃນ​ຮອບ 5 ປີ. ທ່ານ ​ສີ ​ເດີນທາງ​ໄປ​ຮອດ​ນະ​ຄອນ​ຫຼວງ​ບູ​ດາ​ແປັສທ໌​ ຂອງ​ຮັງ​ກາ​ຣີ​ ໃນ​ຕອນ​ແລງ​ວັນ​ພຸດ​ແລ້ວນີ້ ຫຼັງ​ຈາກທີ່ທ່ານ​ໄດ້​ໄປ​ຢ້ຽມ​ຢາມ ​ຝຣັ່ງ ​ແລະ ​ເຊີ​ເບຍ.

​ໃນ​ລະຫວ່າງຢູ່​ນະຄອນຫຼວງບູດາແປັສທ໌, ຜູ້ນຳຂອງ​ຈີນ ​ໄດ້​ພົບ​ປະ​ກັບນາຍົກລັດຖະມົນຕີຮັງກາຣີ ທ່ານວິກເຕີ ອໍບານ, ​ຜູ້ທີ່​ໄດ້​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ປະ​ເທດ​ກັບ ​ຈີນ ​ນັບ​ຕັ້ງແຕ່​ທ່ານຂຶ້ນ​ກຳ​ອຳນາດ​ໃນ​ປີ 2010. ທ່ານ ສີ ​ໄດ້​ຜັກດັນໃຫ້​ບັນດາ​ປະ​ເທດ​ສະມາຊິກ​ສະຫະພາບ​ຢູໂຣບ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງ​ຈີນ “ມີ​ບົດບາດ​ໃຫຍ່​ກວ່າ​ເກົ່າຢູ່ໃນ EU ​ແລະ​ຊຸກຍູ້ ການ​ພົວ​ພັນ​ລະ​ຫວ່າງ ​ຈີນ ​ກັບ​ EU ໃຫ້​ໄດ້​ຮັບ​ການ​ພັດ​ທະ​ນາ​ໃໝ່​ ແລະ​ຍິ່ງ​ໃຫຍ່ຂຶ້ນ​ກວ່າ​ເກົ່າ.”

ຮັງ​ກາຣີ ມີ​ກຳນົດ​ຈະ​ຮັບ​ຕຳ​ແໜ່​ງ​ເປັນ​ປະທານ​ໝູນວຽນ​ຂອງ EU ​ໃນ​ເດືອນ​ກໍລະກົດທີ່ຈະມາເຖິງນີ້.

ຮັງ​ກາຣີ ​ແລະ ​ຈີນ ປະກາດ​ວ່າ​ ພວກເຂົາເຈົ້າໄດ້ເຊັນ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື 18 ສະບັບ ​ເພື່ອ​ເພີ້ມ​ທະວີ​ການ​ພົວພັນທາງ​ດ້ານ​ເສດຖະກິດ ​ແລະ​ວັດທະນະທຳຂອງພວກເຂົາ. ທ່ານ ​ສີ ກ່າວ​ວ່າ ການ​ພົວ​ພັນສອງ​ປະ​ເທດ​ລະ​ຫວ່າງ ​ປັກ​ກິ່ງ ​ແລະ ​ບູ​ດາ​ແປັ​ສທ໌ “ໃນ​ປັດ​ຈຸ​ບັນນີ້ ​ແມ່ນຢູ່ໃນຂັ້ນທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດຂອງພວກເຂົາ,” ອີງ​ຕາມ​ຖະ​ແຫຼງ​ການ​ທີ່​ເປີດ​ເຜີຍອອກມາ​ຫຼັງຈາກ​ກອງ​ປະ​ຊຸມ.

ໂຄງການໃໝ່ໆທີ່ໄດ້ປະກາດໃນວັນພະຫັດວານນີ້ລວມມີ ທໍ່ສົ່ງນ້ຳມັນລະຫວ່າງຮັງກາຣີ ແລະ ເຊີເບຍ ພ້ອມທັງການປະສານງານລະຫວ່າງ ປັກກິ່ງ ແລະ ບູດາແປັສທ໌ ໃນຂະແໜງການນິວເຄລຍ ອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ