ຈີນ ກ່າວວ່າ ຮົງກົງ ຄວນ 'ຢຶດໝັ້ນ' ບົນພື້ນຖານດ້ານຄວາມໝັ້ນຄົງແຫ່ງຊາດ

ພາບທີ່ເປີດເຜີຍໃຫ້ເຫັນ ທ່ານເຊຍ ບາວຫຼົງ, ຜູ້ອຳນວຍການກ່ຽວກັບວຽກງານກິດຈະການຢູ່ໃນ ມາເກົ້າ ແລະ ຮົງກົງ ຂອງປັກກິ່ງ, ກ່າວປາໄສໃນລະຫວ່າງ ພິທີເປີດການສຶກສາດ້ານຄວາມໝັ້ນຄົງແຫ່ງຊາດໃນຮົງກົງ, ຈີນ, ວັນທີ 15 ເມສາ 2024.

ເຈົ້າໜ້າທີ່ຂັ້ນສູງກ່ຽວກັບວຽກງານຮົງກົງຂອງຈີນກ່າວວ່າ ເມືອງແຫ່ງນີ້ ຄວນ “ຢຶດໝັ້ນ” ບົນພື້ນຖານຂອງຄວາມໝັ້ນຄົງແຫ່ງຊາດ ເພື່ອປົກປ້ອງການພັດທະນາ, ໃນຄຳປາໄສທີ່ກໍາລັງຈະມີຂຶ້ນໃນອີກບໍ່ເທົ່າໃດອາທິດ ຫຼັງຈາກມີການປະກາດໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງສະບັບໃໝ່ ໃນທັນທີ.

ທ່ານເຊຍ ບາວຫຼົງ (Xia Baolong) ຜູ້​ອຳ​ນວຍການ​ກ່ຽວກັບ​ວຽກງານກິດຈະການຢູ່ໃນ ມາເກົ້າ ແລະ ​ຮົງ​ກົງ ​ຂອງ​ປັກ​ກິ່ງ ​ກ່າວ​ຢູ່ຄໍາປາໄສ ໃນວັນຄວາມໝັ້ນຄົງແຫ່ງຊາດປະຈໍາປີວ່າ “ເພື່ອ​ກ້າວ​ໄປ​ສູ່​ການ​ປົກ​ຄອງ ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ, ພວກ​ເຮົາຈໍາເປັນ​ຕ້ອງຢຶດ​ໝັ້ນ​ບົນພື້ນຖານດ້ານ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ຢ່າງ​ໜັກແໜ້ນ ເພື່ອ​ປົກ​ປັກ​ຮັກ​ສາ​ການ​ພັດ​ທະ​ນາ​ທີ່ມີຄຸນ​ນະ​ພາບ​ສູງ​ຂອງ​ຮົງ​ກົງ.”

ຮົງ​ກົງ​, ​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ສະບັບ​ໃໝ່ ​ໃນ​ເດືອນ​ມີນາ, ເຊິ່ງຮ້ອງໃນອີກ​ຊື່ນຶ່ງ​ວ່າ ​ມາດຕາ 23, ເຊິ່ງເປັນກົດໝາຍທີ່ໄດ້ຮັບການ​ປັບປຸງ ຫຼື ນຳສະເໜີກົດໝາຍ​ສະບັບ​ໃໝ່​ ທີ່ມີຂໍ້​ຫ້າມ​ບໍ່ໃຫ້ ​ທໍລະຍົດຊາດ, ​ກໍ່​ວິນາດສະກໍາ, ການ​ປຸກລະດົມ, ການລັກ ລວມທັງການຈາລະກໍາ​ຄວາມ​ລັບ​ ​ແລະ​ການ​ສອດ​ແນມ​, ໂດຍມີ​ໂທດ​ຈຳ​ຄຸກສູງສຸດ​ຕະຫຼອດ​ຊີວິດ.

ແນວໃດກໍ່ຕາມ, ທ່ານ ເຊຍ ພະຍາຍາມເນັ້ນຢໍ້າວ່າ ກົດໝາຍດັ່ງກ່າວບໍ່ໄດ້ຖືກວາງອອກມາເພື່ອເປັນໄພຂົ່ມຂູ່ຕໍ່ນັກລົງທຶນ, ເຊິ່ງເປັນຊ່ວງໄລຍະເວລາທີ່ເມືອງດັ່ງກ່າວ ໄດ້ປະເຊີນກັບການຕໍາໜິວິຈານຂອງບັນດາປະເທດຕາເວັນຕົກ ກ່ຽວກັບການປາບປາມຜູ້ຄັດຄ້ານທີ່ຍືດເຍື້ອຍາວນານ, ແລະໄດ້ພົບກັບຄວາມຫຍຸ້ງຍາກທາງດ້ານການເງິນ ແລະດ້ານເສດຖະກິດ.

ທ່ານ ເຊຍ ກ່າວວ່າ “ສໍາລັບປະຊາຊົນທົ່ວໄປໃນຮົງກົງ ແລະບັນດານັກລົງທຶນຕ່າງປະເທດ, ກົດຫມາຍສະບັບນີ້ ແມ່ນການປົກປ້ອງສິດທິ, ສິດເສລີພາບ, ຊັບສິນ ແລະການລົງທຶນຂອງພວກເຂົາເຈົ້າ.”

ທ່ານກ່າວຕື່ມວ່າ “ບັນດານັກລົງທຶນຈາກທົ່ວໂລກ ສາມາດເຂົ້າມາຮົງກົງເພື່ອທໍາການລົງທຶນໃນດ້ານທຸລະກິດໃຫມ່ໆຢ່າງກ້າຫານ ແລະບໍ່ຕ້ອງກັງວົນໃດໆ. ຮົງກົງ ຍັງຄົງເປັນສະຖານທີ່ທີ່ດີທີ່ສຸດໃນໂລກ ເພື່ອດໍາເນີນທຸລະກິດ ພ້ອມທັງສ້າງລາຍຮັບ ແລະບັນລຸຕາມຄວາມຝັນຂອງພວກເຂົາເຈົ້າ.”

ອ່ານຂ່າວນີ້ເປັນພາສາອັງກິດ