ປະທານປະເທດຈີນ ທ່ານສີ ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂອງຜູ້​ນຳກຸ່ມ BRICS ແລະ​ຢ້ຽມ​ຢາມ​ອາ​ຟ​ຣິ​ກາ​ໃຕ້

ແຟ້ມພາບ - ປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ, ຊ້າຍມື, ສະແດງທ່າທາງໃນຂະນະກຳລັງສົນທະນາກັບ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ​ຈິ້ນ​ຜິງ ລະຫວ່າງການປະຊຸມສຸດຍອດຂອງອົງການຄວາມຮ່ວມມື ຊຽງໄຮ້ (the Shanghai Cooperation Organization (SCO)) ໃນ (Samarkand), ອຸສເບັກກິສຖານ, ວັນທີ 16 ກັນຍາ 2022

ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ​ຈິ້ນ​ຜິງ ​ຈະ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂອງຜູ້​ນຳກຸ່ມ BRICS ແລະ​ຢ້ຽມ​ຢາມ​ອາ​ຟ​ຣິ​ກາ​ໃຕ້​ໃນ​ວັນ​ທີ 21 ​ຫາ 24 ສິງຫາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ໃນ​ຖະ​ແຫຼງການ ​ໃນ​ວັນ​ສຸກ​ມື້​ນີ້ ອີງຕາມລາຍງານຂອງ ອົງການຂ່າວ ຣອຍເຕີສ໌.

ຜູ້ນຳຈາກ 5 ປະເທດໃນກຸ່ມ BRICS ຄື ບຣາຊິລ, ຣັດເຊຍ, ອິນເດຍ, ຈີນ ແລະ ອາຟຣິກາໃຕ້ ຈະພົບປະກັນ ທີ່ນະຄອນ ໂຈແຮນແນັສເບີກ ໃນອາທິດ ໜ້ານີ້ ນັບແຕ່ວັນທີ 22 ສິງຫາ ເພື່ອປຶກສາຫາລື ກ່ຽວກັບການປ່ຽນແປງກຸ່ມປະເທດທີ່ຢ່ອນຍານ ເຊິ່ງກວມເອົາ 1/4 ຂອງເສດຖະກິດໂລກ ໃຫ້ກາຍມາເປັນກຳລັງທາງພູມສາດການເມືອງ ທີ່ສາມາດ ທ້າ​ທາຍ​ການຄອບງໍາ (ແຜ່ອຳນາດ) ​ຂອງ​ຝ່າຍ​ຕາ​ເວັນ​ຕົກ ​ໃນ​ວຽກ​ງານ​ຕ່າງໆຂອງໂລກ.

ປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ, ຜູ້ທີ່ປະເຊີນໜ້າກັບໝາຍຈັບສາກົນ ໃນຂໍ້ຫາກໍ່ອາດຊະຍາກຳສົງຄາມໃນຢູເຄຣນ, ຈະໂທເຂົ້າຮ່ວມກອງປະຊຸມທາງວີດີໂອ ແທນການເຂົ້າຮ່ວມດ້ວຍຕົນເອງ.

ການຂະຫຍາຍອອກຂອງວາລະກອງປະຊຸມດັ່ງກ່າວ ຄາດວ່າຈະສູງ, ເນື່ອງຈາກ ມີ 40 ປະເທດໄດ້ສະແດງຄວາມສົນໃຈທີ່ຈະເຂົ້າຮ່ວມ, ບໍ່ວ່າຈະເປັນທາງການຫຼືບໍ່ເປັນທາງການ, ອີງຕາມລາຍງານຂອງອາຟຣິກາໃຕ້. ປະເທດຜູ້ເຂົ້າຮ່ວມລວມມີ ຊາອຸດີ ອາຣາເບຍ (Saudi Arabia), ອາເຈັນຕິນາ (Argentina) ແລະ ອີຈິບ (Egypt).

ອ່ານຂ່າວນີ້ເປັນພາສາອັງກິດ