ປະທານປະເທດຈີນ ຮັບສານຕາຕັ້ງ ຈາກເອກອັກຄະລັດຖະທູດອັຟການິສຖານ, ໃນຂະນະທີ່​ຕາລິບານ ສະແຫວງຫາການຍອມຮັບ ຈາກ ຣັດເຊຍ ແລະ ອີຣ່ານ

ເອກອັກຄະລັດຖະທູດຂອງຕາລິບານປະຈໍາປະເທດຈີນ ທ່ານບີລາລ ກາຣີມີ, ຊ້າຍ, ກໍາລັງຍື່ນສານຕາຕັ້ງຂອງທ່ານອກ່ປະທານປະເທດ ສີ ຈິ້ນຜິງ, ອີງຕາມຮູບທີ່ໂພສລົງໃນສື່ສັງຄົມ X, ວັນທີ 30 ມັງກອນ 2024, ໂດຍທ່ານອັບດູລ ກາຮາ ບາລຄີ ໂຄສົກກະຊວງການຕ່າງປະເທດຂອງຕາລິບານ.

ປະທານປະເທດຈີນ ທ່ານສີ ຈິ້ນຜິງ, ໃນວັນອັງຄານວານນີ້ ​ໄດ້​ຮັບ​ສານຕາຕັ້ງ​ຈາກເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງ​ຫລາຍ​ປະ​ເທດ, ລວມ​ທັງປະເທດເພື່ອນບ້ານ​ອັ​ຟ​ກາ​ນິ​ສ​ຖານ​, ຊຶ່ງ​ເປັນ​ການ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ຄັ້ງ​ທຳ​ອິດ​ຂອງ​ລັດ​ຖະ​ບານຊົ່ວຄາວ​ຕາ​ລີ​ບານໂດຍ​ປະ​ເທດ​ທີ່​ສຳ​ຄັນ.

ທ່ານສີ ​ຈິ້ນ​ຜິງ ໄດ້​ຕ້ອນ​ຮັບ ​ທ່ານບີລາລ ກາຣີມີ (Bilal Karimi), ເອກ​ອັກ​ຄະ​ລັດ​ຖະ​ທູດ​ອັ​ຟ​ກາ​ນິ​ສ​ຖານ ​ທີ່​ແຕ່ງ​ຕັ້ງ​ໂດຍ​ກຸ່ມ​ຕາ​ລີ​ບານ ໃນ​ພິ​ທີ​ຢ່າງ​ເປັນ​ທາງ​ການ​ຢູ່​ທີ່​ຫໍ​ສາ​ລາ​ປະ​ຊາ​ຊົນ, ພ້ອມ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຂອງຄິວ​ບາ, ປາ​ກິສ​ຖານ, ອີ​ຣ່ານ ແລະປະເທດອື່ນໆອີກ 38 ປະ​ເທດ​.

"ຈີນເຂົ້າໃຈສິ່ງທີ່ປະເທດອື່ນໆໃນໂລກບໍ່ເຂົ້າໃຈ," ທ່ານຊາບີຮູລາ ມູຈາຮີດ ເຊິ່ງເປັນຫົວໜ້າໂຄສົກຂອງລັດຖະບານຕາລີບານ ກ່າວກ່ຽວກັບ ສະຖານະການດັ່ງ ກ່າວລົງໃນສື່ສັງຄົມ X.

"ພວກ​ເຮົາ​ບໍ່​ໄດ້​ຢູ່​ໃນໂລກ​ຂົ້ວ​ດຽວ," ທ່ານ ມູຈາຮີດ ກ່າວໃນລະຫວ່າງ ໂທຫາ ຣັດເຊຍ, ອີຣ່ານ ແລະ​ປະ​ເທດ​ອື່ນໆ ໃຫ້ດຳ​ເນີນ​ບາດກ້າວ​ທີ່​ຄ້າຍຄື​ກັນນີ້ ​ແລະ​ຍົກ​ລະດັບ​ການ​ພົວພັນ​ທາງ​ການ​ທູດ ​ລະຫວ່າງ​ສອງ​ຝ່າຍ ​ກັບ​ກາບູລ.

ອ່ານຂ່າວນີ້ເປັນພາສາອັງກິດ