ນາຍົກລັດຖະມົນຕີຈີນ ສະແດງຄວາມກັງວົນກ່ຽວກັບການຕອບໂຕ້ຕໍ່ຍານພາຫະນະ EV ແລະ ອຸດສາຫະກໍາສີຂຽວຂອງ ຈີນ

  • ວີໂອເອ

ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ, ກ່າວປາໄສລະຫວ່າງການເປີດກອງປະຊຸມເສດຖະກິດໂລກ "Summer Davos" ໃນນະຄອນດາລຽນ, ຢູ່ແຂວງລຽວນິງ ທີ່ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອຂອງຈີນ, ວັນທີ 25 ມິຖຸນາ 2024.

ນາຍົກລັດຖະມົນຕີຈີນ ທ່ານ ລີ ຈຽງ ໃນ​ວັນ​ອັງຄານ​ວານ​ນີ້ ໄດ້ຕອບໂຕ້​ຕໍ່​ການ​ປະນາມທີ່​ວ່າ ບັນດາ​ບໍລິສັດ​ຂອງ​ຈີນ​ໄດ້​ຮັບ​ເງິນ​ອຸດ​ໜູນ​ທີ່​ບໍ່​ຍຸຕິ​ທຳ, ​ແລະສະແດງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບສະຖານະພາບຂອງ​ປະເທດທີ່ມີ​ເສດຖະກິດ​ໃຫຍ່​ອັນ​ດັບ​ສອງ​ຂອງ​ໂລກແຫ່ງນີ້.

ໃນການກ່າວ​ຄຳ​ເຫັນຢູ່​ທີ່​ການເປີດກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກຂອງ​ລະດູ​ຮ້ອນດາໂວສ ຫຼື Summer Davos World Economic Forum ຢູ່​ນະຄອນດາລຽນ (Dalian) ທີ່ຕັ້ງຢູ່ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ, ທ່ານ ລີ ​ໄດ້​ກ່າວ​ເຖິງ​ຄວາມ​ສຳຄັນ​ຂອງ​ຕະຫຼາດແບບ​ເປີດ ​ແລະການພັດທະນາ​ເທັກ​ໂນ​ໂລ​ຈີສີຂຽວ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ບໍ່​ສາ​ມາດຫຼຸດຜ່ອນຄວາມໄວຂອງບາດກ້າວຂອງພວກເຮົາໃນ​ການ​ຫັນ​ປ່ຽນສູ່​ສີ​ຂຽວ ເພື່ອແລກປ່ຽນກັບ​ການ​ເຕີບໃຫຍ່ຂອງລະບົບເສດ​ຖະ​ກິດ​ໃນ​ໄລ​ຍະ​ສັ້ນ ຫຼື​ປະ​ຕິ​ບັດຕາມ​ລັດ​ທິ​ປົກ​ປັກ​ຮັກ​ສາ ​ໃນ​ນາມຂອງ​ການ​ພັດ​ທະ​ນາ​ສີ​ຂຽວ ຫຼື ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຕ່າງໆທັງຫຼາຍໄດ້.”

ຄຳປາ​ໄສ​ຂອງ ​ທ່ານ ລີ ມີ​ຂຶ້ນ​ໃນ​ຂະນະ​ທີ່ການຕອບໂຕ້ໃນທົ່ວໂລກເພີ້ມຂຶ້ນ​ ຕໍ່​ການ​ສົ່ງ​ອອກຍານພາຫະນະໄຟຟ້າ ຫຼື EV ຂອງ​ຈີນ ແລະ ກັງວົນວ່າ ພວກເຂົາ ກຳລັງໃຊ້ລົດໄຟຟ້າທີ່ມີລາຄາກຖືກກວ່າ ແລະເທັກໂນໂລຈີສີຂຽວອື່ນໆ ​ເພື່ອເຮັດໃຫ້ສິນຄ້າຫຼົ້ນຕະຫຼາດຕ່າງໆ, ນັບຕັ້ງແຕ່ ຢູໂຣບ ຫຼື EU ໄປຈົນເຖິງ ອາເມຣິກາເໜືອ.

ລັດຖະບານ ທ່ານ ໄບເດັນ ໄດ້ປະກາດແຜນການທີ່ຈະຂຶ້ນອັດຕາພາສີນໍາເຂົ້າລົດ EVs ທີ່ຜະລິດຈາກຈີນ ແລະຜະລິດຕະພັນກ່ຽວກັບພະລັງງານສະອາດອື່ນໆ ໃນເດືອນພຶດສະພາທີ່ຜ່ານມາ. ໃນຂະນະທີ່ EU ກໍາລັງດໍາເນີນການ​ກະກຽມທີ່​ຈະ​ເກັບ​ພາ​ສີ​ສຳລັບ​ຍານພາຫະນະ​ໄຟຟ້າ ເຊິ່ງຈະເລີ້ມຕົ້ນຂຶ້ນ​ໃນ​ເດືອນ​ໜ້ານີ້.

ໃນການກ່າວ​ຄຳ​ເຫັນ​ຕໍ່​ຜູ້ເຂົ້າຮ່ວມ​ຟັງ ເຊິ່ງເປັນ​ຊົນຊັ້ນສູງທາງ​ດ້ານ​ການ​ເມືອງ ​ແລະດ້ານທຸລະ​ກິດ, ທ່ານ ລີ ​ໄດ້​ປະນາມຕໍ່​ຄວາມ​ເຄັ່ງ​ຕຶງທາງ​ດ້ານ​ການ​ຄ້າ​ທີ່​ກຳລັງດຳເນີນຢູ່ ​ແລະໃນ​ອັນ​ທີ່​ທ່ານ​ຮ້ອງ​ວ່າ ການແຍກໂຕອອກຈາກກັນ, ​ໃນ​ຂະນະ​ທີ່​ ທ່ານ​ໝັ້ນ​ໃຈ​ວ່າ ​ເສດຖະກິດ​ຂອງ​ ຈີນ ກໍາລັງ​ເຕີບໃຫຍ່ຂຶ້ນ​ຢ່າງໄວວາ ​ແລະກໍາລັງ​ຢູ່​ໃນ​ເສັ້ນທາງ​ທີ່​ຈະ​ບັນລຸ​ເປົ້າ​ໝາຍ​ແຫ່ງການ​ເຕີບໃຫຍ່ຂະຫຍາຍໂຕ 5 ເປີເຊັນ​ຂອງ​ປັກ​ກິ່ງ​ໃນ​ປີ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ