ນັກຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ຢືນຢັນວ່າ ເຂື່ອນໄຟຟ້າ 12 ໂຄງການ ຢູ່ເທິງແນວແມ່ນ້ຳຂອງໃນຈີນ ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງ

  • ຊົງຣິດ ໂພນເງິນ

ເຂື່ອນໄຟຟ້ານ້ຳຕົກ ດອນສະໂຮງ ໃນແຂວງຈຳປາສັກ ທາງພາກໃຕ້ຂອງລາວ.

ນັກຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ຢືນຢັນວ່າ ເຂື່ອນໄຟຟ້າ 12 ໂຄງການຢູ່ເທິງແນວແມ່ນ້ຳຂອງໃນຈີນ ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງຕໍ່ປະຊາຊົນໃນເຂດຕອນລຸ່ມແມ່ນ້ຳຂອງ ເພາະວ່າ ເຂື່ອນໄດ້ກັກເກັບເອົານ້ຳສ່ວນໃຫຍ່ໄວ້.

Your browser doesn’t support HTML5

ນັກຊ່ຽວຊານດ້ານສິ່ງແວດລ້ອມທໍາມະຊາດ ຢືນຢັນວ່າ ເຂື່ອນໄຟຟ້າ 12 ໂຄງການ ຢູ່ເທິງແນວແມ່ນ້ຳຂອງໃນຈີນ ໄດ້ສົ່ງຜົນກະທົບຢ່າງກວ້າງຂວາງ

ຜູ້ຊ່ຽວຊານທາງດ້ານສິ່ງແວດລ້ອມທຳມະຊາດໃນສຳນັກງານຊັບພະຍາກອນນໍ້າແຫ່ງຊາດໄທ ໄດ້ໃຫ້ການຢືນຢັນວ່າ ເຂື່ອນໄຟຟ້າ 12 ໂຄງການຢູ່ເທິງແນວແມ່ນ້ຳຂອງໃນຈີນ ໄດ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະຊີວິດການເປັນຢູ່ຂອງປະຊາຊົນຢູ່ໃນເຂດຕອນລຸ່ມແມ່ນໍ້າຂອງຢ່າງກວ້າງຂວາງ ທັງຍັງຮຸນແຮງເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍສະເພາະແມ່ນຜົນກະທົບຕໍ່ລະບົບນິເວດທໍາມະຊາດ. ຜົນກະທົບທາງດ້ານສະບຽງອາຫານ ແລະຜົນກະທົບທາງດ້ານເສດຖະກິດ ທີ່ໄດ້ສົ່ງຜົນກະທົບຕໍ່ເນື່ອງເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດຕອນລຸ່ມຕ້ອງປະເຊີນກັບຄວາມທຸກຍາກຫຼາຍຂຶ້ນນັບມື້ ຍ້ອນ​ວ່າ ​ເຂົາ​ເຈົ້າບໍ່​ສາມາດ​ຫາ​ລ້ຽງ​ຊີບ​ໄດ້​ຕາມ​ປົກກະຕິ ທັງຍັງປະເຊີນກັບໄພທຳມະຊາດທີ່ນັບມື້ນັບຮ້າຍແຮງຂຶ້ນ ໂດຍສະເພາະໄພແຫ້ງແລ້ງທີ່ເປັນຜົນມາຈາກໂຄງການເຂື່ອນໄຟຟ້າ 12 ແຫ່ງຂອງຈີນ ທີ່ໄດ້ກັກເກັບນ້ຳສ່ວນໃຫຍ່ໄວ້ ຕະຫຼອດລະດູແລ້ງນັ້ນ. ດັ່ງທີ່​ຜູ້ຊ່ຽວຊານ​ຂອງໄທ ໄດ້ໃຫ້ການຢືນຢັນວ່າ “ນ້ຳທັງລະບົບໃນແມ່ນ້ຳຂອງ ​ແມ່ນ​ນ້ຳ​ທີ່​ມາ​ຈາກ​ຕອນ​ເທິງ 18% ແລະມາຈາກຕອນລຸ່ມ 82% ອັນນີ້ ມີຄວາມສຳຄັນຫລາຍ ເພາະວ່າ 18% ທີ່ມາຈາກຈີນນັ້ນ ແທ້ຈິງແລ້ວມັນມີຄວາມສຳຄັນຫລາຍໃນຊ່ວງລະດູແລ້ງ ເພາະວ່າ ໃນຊ່ວງລະດູແລ້ງໃນລະບົບທັງຫມົດໃນທັ່ວພາກພື້ນ ມັນບໍ່ມີຝົນຕົກ ແຕ່ທີ່ມັນມີນ້ໍາໄຫຼຢູ່ໃນລະບົບ ກໍເປັນເພາະນ້ຳທີ່ມາຈາກຕົ້ນນ້ຳ ມາຈາກການລະລາຍຂອງຫິມະ ເພາະສະນັ້ນ ຂະບວນການການປ່ຽນແປງທີ່ເກີດຂຶ້ນໃນເຂື່ອນຂອງຈີນ ໃນຕອນເທິງ ຊຶ່ງທັງຫມົດເປັນເຂື່ອນເກັບກັກນ້ຳ ສະນັ້ນ ຈຶ່ງມີຜົນກະທົບອັນໃຫຍ່ຫຼວງຕໍ່ປະລິມານນໍ້າໃນລະດູແລ້ງ.”

ທາງດ້ານເຈົ້າໜ້າທີ່ຄະນະກຳມະການສິດທິມະນຸດແຫ່ງຊາດໄທ ເປີດເຜີຍວ່າຄະນະກຳມະການສິດທິມະນຸດແຫ່ງຊາດໄທ ​ໄດ້​ຍື່ນ​ຈົດໝາຍ​ເຖິງ​ລັດຖະບານ​ໄທ ​ເພື່ອ​ຮ້ອງ​ຂໍ​ໃຫ້​ພິຈາລະນາ​ຄືນ​ກ່ຽວກັບການ​ຕົກລົງ​ຊື້​ໄຟຟ້າ​ຈາກ​ລາວ ເມື່ອບໍ່ດົນມານີ້ ໂດຍສະເພາະແມ່ນການຂໍໃຫ້ທົບທວນຄືນຂໍ້ຕົກລົງຊື້ໄຟຟ້າຈາກໂຄງການເຂື່ອນໄຟຟ້າ ທີ່ກໍ່ສ້າງຍູ່ເທິງແນວແມ່ນ້ຳຂອງໃນລາວນັ້ນ ເພາະເຫັນວ່າ ການສຶກສາສໍາຫຼວດ ເພື່ອປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ບໍ່ໄດ້ມາດຕະຖານສາກົນ ຈຶ່ງເຮັດໃຫ້ມີຄວາມກັງວົນໃຈວ່າ ການກໍ່ສ້າງເຂື່ອນເທິງແນວແມ່ນ້ຳຂອງໃນລາວ ຈະສົ່ງຜົນກະທົບຂ້າມພົມແດນເຖິງໄທດ້ວຍ. ລວມທັງຍັງຈະສົ່ງຜົນກະທົບຕໍ່ແນວເສັ້ນເຂດແດນໃນແມ່ນໍ້າຂອງ ລະຫວ່າງ ລາວ-ໄທ ທີ່ຍັງບໍ່ສາມາດຕົກລົງປັກປັນຮ່ວມກັນໄດ້ຈົນເຖິງປັດຈຸບັນນີ້ ດັ່ງເຈ້າຫນ້າທີ່ໄທ ໄດ້ໃຫ້ການຢືນຢັນວ່າ “ການສ້າງເຂື່ອນ ອາດສົ່ງຜົນກະທົບຕໍ່ການປ່ຽນແປງຮ່ອງນ້ໍາເລິກ ເຮັດໃຫ້ມີຜົນ​ກະທົບ​ຕໍ່​ການ​ເຈລະຈາ​ເຂດ​ແດນ ​ໄທ-ລາວ ທີ່​ຍັງ​ຢູ່ລະຫວ່າງ​ການ​ດຳ​ເນີນການ​ໂດຍ​ຄະນະ​ກຳມາທິການ​ເຂດແດນ​ຮ່ວມ ຂະນະ​ທີ່​ການຕົກລົງວ່າ​ດ້ວຍ​ຄວາມ​ຮ່ວມ​ມື ເພື່ອການ​ພັດທະນາລຸ່ມນ້ຳຂອງ​ຢ່າງ​ຍືນ​ຍົງ​ ​ປີ 1995 ລະບຸວ່າ ປະເທດສະມາຊິກທີ່​ໄດ້ຕົກລົງຮ່ວມ​ກັນ ທີ່ຈະ​ໃຊ້​ນ້ຳ​ຢ່າງ​ສົມ​ເຫດ​ສົມ​ຜົນ ​ແລະເປັນທຳ ຕ້ອງ​ບໍ່ກະທົບ​ເຖິງ​ອະທິປະ​ໄຕ ​ແລະຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດເພື່ອນ​ບ້ານ.​”

ກ່ອນໜ້ານີ້ ໄດ້ມີການເຊັນສັນຍາຊື້-ຂາຍໄຟຟ້າ ຈາກໂຄງການເຂື່ອນປາກແບງຢູ່ເທິງແນວແມ່ນ້ຳຂອງໃນລາວ ທີ່ເປັນ​ການ​ລົງນາມລະຫວ່າງ​ ການ​ໄຟຟ້າຝ່າຍຜະລິດ​ແຫ່ງ​ປະ​ເທດ​ໄທ (EGAT) ​ໃນຖານະ​ຜູ້ຊື້ ​ແລະ ບໍລິສັດ​ China Datang Oversea Investments ຈາກ​ຈີນ​ ໃນຖານະ​ຜູ້​ຂາຍ ແຕ່ເຄືອຂ່າຍປະຊາຊົນໄທ 8 ແຂວງ ໃນລຸ່ມແມ່ນໍ້າຂອງ ໄດ້ສະແດງການຄັດຄ້ານຕໍ່ການຊື້ກະແສໄຟຟ້າຈາກໂຄງການດັ່ງກ່າວນີ້ ຈຶ່ງເຮັດໃຫ້ກຸ່ມຜູ້ລົງທຶນ ຈະຕ້ອງດໍາເນີນການສຶກສາເພື່ອປ້ອງກັນຜົນກະທົບໃນທຸກໆດ້ານ ໃຫ້ໄດ້ມາດຕະຖານສາກົນຢ່າງແທ້ຈິງເທົ່ານັ້ນ.