ຈີນ ແລະ ຣັດເຊຍ ບັນລຸ ການຕົກລົງ ເລື່ອງຊື້ຂາຍແກັສ ຄັ້ງໃຫຍ່ (ວີດີໂອ)

ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ແລະ ປະທານາທິບໍດີຣັດເຊຍ ທ່ານ Vladimir Putin ພວມເຂົ້າຮ່ວມງານລ້ຽງອາຫານຄ່ຳ ກ່ອນກອງປະຊຸມສຸດຍອດ CICA ຄັ້ງທີ 4 ທີ່ນະຄອນຊຽງໄຮ້ (21 ພຶດສະພາ 2014)

ສື່ມວນຊົນຂອງທາງການຈີນກ່າວວ່າ ປັກກິ່ງແລະມົສກູ ໄດ້ບັນລຸ
ການຕົກລົງ ກ່ຽວກັບການສະໜອງແກັສທຳມະຊາດມູນຄ່າຫຼາຍ
ພັນລ້ານໂດລາ ທີ່ມີການຄາດຄະເນມາດົນນານແລ້ວນັ້ນ.

ເວລານີ້ ຍັງບໍ່ທັນມີລາຍລະອຽດໃດໆເທື່ອ ກ່ຽວກັບຂໍ້ຕົກລົງ ລະ
ຫວ່າງບໍລິສັດແກັສຍັກໃຫຍ່ Gazprom ຂອງຣັດເຊຍ ແລະບໍລິ
ສັດນ້ຳມັນແຫ່ງຊາດຂອງຈີນ. ອົງການຂ່າວຊິນຫົວລາຍງານວ່າ ຂໍ້ຕົກລົງດັ່ງກ່າວໄດ້ມີການເຊັນກັນທີ່ນະຄອນຊຽງໄຮ້ບ່ອນທີ່ປະ
ທານາທິບໍດີຣັດເຊຍທ່ານ Vladimir Putin ພວມເຂົ້າຮ່ວມກອງ ປະຊຸມພູມີພາກທີ່ນັ້ນ.

Your browser doesn’t support HTML5

CHINA RUSSIA VO


ທ່ານ Putin ໄດ້ພົບປະໃນວັນອັງຄານວານນີ້ ກັບປະທານປະເທດຈີນ ທ່ານ Xi Jinping ແຕ່ ພວກເຈົ້າໜ້າທີ່ເວົ້າວ່າ ຍັງຕົກລົງກັນບໍ່ໄດ້ໃນເລື່ອງລາຄາ. ເປັນທີ່ຄາດກັນວ່າ ຈີນຈະໄດ້ຮັບ ແກັສທຳມະຊາດ ໃນໄລຍະ 30 ປີຕໍ່ໜ້າ ພາຍໃຕ້ຂໍ້ຕົກລົງສະບັບນີ້ ທີ່ໄດ້ມີການເຈລະຈາກັນ ມາໄດ້ນຶ່ງທົດສະວັດແລ້ວ.

ພວກນັກວິເຄາະທຳນາຍວ່າ ຂໍ້ຕົກລົງສະບັບນີ້ສາມາດບັນລຸກັນ ໃນຂະນະທີ່ຣັດເຊຍ ພວມ ຊອກຫາຊ່ອງທາງທີ່ຈະຂາຍແກັສຂອງຕົນຢູ່ນອກຢູໂຣບບ່ອນທີ່ພັນທະມິດສະຫະລັດພວມ ທຳການລົງໂທດຕໍ່ຣັດເຊຍທີ່ໄດ້ປະກາດຮວມເອົາແຫຼມໄຄຣເມຍຂອງຢູເຄຣນ ເຂົ້າເປັນດິນ
ແດນຂອງຕົນ.

ຈີນພວມຊອກຫາຊ່ອງທາງທີ່ຈະເຄື່ອນໄຫວໄປຈາກການກາງຕໍ່ຖ່ານຫີນເປັນເຊື້ອໄຟ ເພື່ອ ຂັບດັນການຂະຫຍາຍໂຕຂອງເສດຖະກິດຕົນນັ້ນ.

Your browser doesn’t support HTML5

China, Russia Sign 30-Year Gas Deal, Broaden Cooperation