ຈີນ ຣັດເຊຍ ອິນເດຍ ເອົາບົດບາດ ເພີ່ມຂຶ້ນ ໃນ ອັຟການິສຖານ

ລັດຖະມົນຕີຕ່າງປະເທດ ປາກິສຖານ ທ່ານ Khawaja Muhammad Asif, ຊ້າຍ, ແລະລັດຖະມົນຕີ ຕ່າງປະເທດຈີນ ທ່ານ Wang Yi ຈັບມື ໃນຕອນທ້າຍ ກອງປະຊຸມນັກຂ່າວ ທີ່ນະຄອນຫລວງປັກກິ່ງ.

ການ​ຕັດສິນ​ໃຈ​ຂອງ​ກຸ່ມ​ປະ​ເທດ BRICS ທີ່​ປະກອບ​ດ້ວຍ ບຣາຊີ​ລ ຣັດ​ເຊຍ ອິນ​ເດຍ
ຈີນ ​ແລະ​ອາ​ຟຣິກາ​ໃຕ້ ​ທີ່​ລະບຸ​ຊື່​ ​ແລະ​ປະນາມບັນດາ​ອົງການ​ກໍ່​ການ​ຮ້າຍ​ ໂດຍ​ສະ​
ເພາະຢູ່​ໃນ​ອັຟກາ​ນິສຖານ ປາ​ກິ​ສຖານ ​ແລະ​ແຫ່ງ​ອື່ນໆ ​ໄດ້​ກໍ່​ໃຫ້​ເກີດ​ການ​ໂຕ້​ຖຽງ​ກັນ
​ລະຫວ່າງ​ນັກວິຊາ​ການ ​ແລະ​ບັນດາ​ນັກວິ​ເຄາະ ຢູ່​ໃນ​ປະ​ເທດ​ຈີນ.

​ໃນ​ຕົ້ນ​ເດືອ​ນີ້ ກຸ່ມປະ​ເທດ​ BRISC ໄດ້ໃຫ້ການ​ສະໜັບສະໜູນ​ ​ໄດ້​ປະກາດ​ໃຫ້ ການ
ສະໜັບສະ​ໜູນ ຕໍ່​ການ​ດຳ​ເນີນ​ຄວາ​ມພະຍາຍາມ ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ ຂອງກາ​ບູລ ລະຫວ່າງ​ກອງ​ປະຊຸມ​ຢູ່​ປະ​ເທດ​ຈີນ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້ໄດ້​ເຮັດ​ໃຫ້​ເກີດ​ຄວາ​ມ
ກັງວົນ​ໃຈ​ຢູ່ທີ່​ອິສລາມາ​ບັສ ​ຊຶ່ງບັງ​ຄັບ​ໃຫ້​ລັດຖະມົນຕີ​ຕ່າງປະ​ເທດ ທ່ານ Khawaja
Asif ເດີນທາງໄປ​ຢ້ຽມຢາມ​ປັກ​ກິ່ງ​ເປັນ​ເທື່ອ​ທຳ​ອິດແລະ ​ບິນ​ໄປ​ຍັງນະຄອນເຕຫະຣານ
​ເພື່ອ​ຊອກ​ຫາການ​ສະໜັບສະໜູ​ນ​ໃຫ້ແກ່​ປະ​ເທດ​ຂອງ​ທ່ານ.

ລັດຖະມົນຕີຕ່າງປະເທດ ປາກິສຖານ ທ ່ານ Khawaja Muhammad Asif ລະຫວ່າງການຮ່ວມກອງປະຊຸມລາຍງານຂ່າວ.

​ນີ້​ເປັນ​ເທື່ອ​ທຳ​ອິດ​ທີ່ ຈີນ​ໄດ້​ປະ​ນາມ​ຢ່າງ​ເປີດ​ເຜີຍ ​ຕໍ່ບັນດາ​ກຸ່ມ​ກໍ່​ການ​ຮ້າຍ​ທີ່​ຕັ້ງ​ຢູ່​ໃນ​
ປາ​ກິ​ສຖານ ​ເຊັ່ນ Lashkar-e-Taiba ​ແລະ Jaish-e-Mohammad ຊຶ່ງ​ກ່ອນ​ໜ້ານີ້​
ໄດ້ຖືກ​ປະນາມ​ໂດຍ​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ. ອິສ ລາມາ​ບັສ ມີ​ເຫດຜົນ​
ທີ່​ຈະ​ຕ້ອງ​ກົງ​ວັນ ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ທີ່ອາດ​ເປັນ​ໄປ​ໄດ້​
​ໃນ​ທັດສະນະ​ຄະຕິ ຂອງ​ປັກ​ກິ່ງ ​ໂດຍ​ສະ​ເພະ​ໃນ​ເວລາ​ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ​
ໄດ້​ຂົ່ມຂູ່​ທີ່​ຈະ​ຕັດ​ການ​ຊ່ວຍເຫລືອ ຖ້າ​ຫາກ​ປາ​ກິ​ສຖານ ບໍ່​ປ່ຽນ​ແປງ​ການ​ວິທີ​ການ​ຕິດ​ຕໍ່​
ກັບ​ພວກ​ກໍ່​ການ​ຮ້າຍ.

ນາຍົກລັດຖະມັນຕີປາກິສຖານ ທ່ານ Nawaz Sharif ກ່າວຢູ່ພິທີເປີດ ການຄ້າຈີນ ປາກິສຖານ ຢູ່ທ່າເຮືອ Gwadar ປະເທດປາກິສຖານ ວັນທີ 13 ພະຈິກ 2016.

​ຢ່າງ​ໜ້ອຍ ກໍ​ເປັນ​ທີ່​ເປີດ​ເຜີຍ​ວ່າ ການ​ຢ້ຽມຢາມ​ຂອງ​ທ່ານ Asif ພິສູດ​ໃຫ້​ເຫັນ​ວ່າ​ໄດ້ຜົນ
​ໂດຍ​ທີ່ລັດຖະມົນຕີ​ຕ່າງປະ​ເທດ​ຈີນ ທ່ານ Wang Yi ​ໄດ້ຍ້ອງຍໍ​ສັນລະ​ເສີນ ຄວາມ​ພະ
ຍາຍາມ​ຂອງ​ປາ​ກິ​ສຖານ​ທີ່​ຈະ​ຫາ​ທາງ​ຫລຸດ​ຜ່ອນການ​ກໍ່​ການ​ຮ້າຍ.

ອ່ານຂ່າວນີ້ເພີ້ິມເປັນພາສາອັງກິດ