ຕໍາຫລວດຈີນຂູ່ວ່າ ຈະລົງໂທດພວກໃຊ້ ອິນເຕີແນັດໂຈມຕີ ພັກຄອມມີວນີສຈີນ ຢ່າງໜັກ

  • ດຣ. ສິມມາລາ

ຜູ້ຍິງຄົນນຶ່ງໃຊ້ ຄອມພີວເຕີລຸ່ນ tablet ຢູ່ຮ້ານຂາຍກາເຟແຫ່ງນຶ່ງ ທີ່ນະຄອນຊຽງໄຮ້ຂອງຈີນ, ວັນທີ 26 ກໍລະກົດ 2012 .

ຫົວໜ້າຕໍາຫລວດນະຄອນປັກກິ່ງ ໄດ້ຂູ່ວ່າ “ຈະລົງໂທດຢ່າງໜັກ” ຕໍ່ພວກໃຊ້ອິນເຕີ
ແນັດທີ່ “ໂຈມຕີ” ພັກຄອມມີວນີສຈີນ ຊຶ່ງໄດ້ສ້າງຄວາມຢ້ານກົວວ່າ ຈະມີການປາບ
ປາມເພີ້ມຂຶ້ນ ຕໍ່ເສລີພາບໃນການປາກເວົ້າ ກ່ອນໜ້າຈະມີການປ່ຽນແປງທາງການ
ເມືອງທີ່ຫລໍ່ແຫລມ.

ທ່ານ Fu Zhenghua, ຫົວໜ້າຫ້ອງການປ້ອງກັນຄວາມສະຫງົບຂອງສາທາລະນະຊົນ ໃນນະຄອນຫລວງປັກກິ່ງ ໄດ້ກ່າວ​ຄໍາ​ຂູ່​ຂອງ​ທ່ານໃນຕົ້ນອາທິດນີ້ ທີ່ກອງປະຊຸມບັ້ນນຶ່ງ ກ່ຽວກັບຄໍາປະກາດເມື່ອໝໍ່ໆມານີ້ ທີ່ວ່າຈະມີການປຸກລະດົມຂອງລັດຖະບານເປັນເວລາ
1 ເດືອນ ເພື່ອ “ທໍາຄວາມສະອາດ” ອິນເຕີແນັດ ຊຶ່ງທ່ານໄດ້ເວົ້າວ່າ “ຜູ້ໃດທີ່ສ້າງ ແລະ
ກະຈາຍຂ່າວລືທາງການເມືອງ, ໂຈມຕີພັກ, ແລະຜູ້ນໍາ ແລະລະບົບຂອງລັດຖະບານຈະ
ໄດ້ຮັບການຕັກເຕືອນແບບໃຫ້ທົ່ວປວງຊົນຮູ້ ຫລືບໍ່ກໍຈະໄດ້ຖືກລົງໂທດຢ່າງໜັກຕາມກົດ
ໝາຍ.”

ໜັງສືພິມ Global Times ທີ່ຄວບຄຸມໂດຍພັກຄອມມີວນີສຈີນ ເວົ້າວ່າ ທ່ານ Fu ບໍ່ໄດ້
ລະບຸ​ອອກ​ມາວ່າ ແມ່ນຫຍັງຄືຂ່າວລືທາງການເມືອງ ຫລືການໂຈມຕີ ແລະໃຫ້ຂໍ້ສັງເກດວ່າ ພວກຄົນຈີນທີ່ໃຊ້ອິນເຕີແນັດ ມີຄວາມກັງວົນໃຈກັນວ່າ ການປຸກລະດົມໃຫ້ “ທໍາຄວາມ
ສະອາດ” ແມ່ນເປັນຄວາມພະຍາຍາມທີ່ຈະປິດປາກປິດສຽງ ການຕິຕຽນລັດຖະບານ
ທາງອິນເຕີແນັດ.

ລາຍງານດັ່ງກ່າວມີ​ ນຶ່ງມື້ລຸນຫລັງທີ່ພວກເຈົ້າໜ້າທີ່ຈີນປະກາດວ່າ ພວກເຂົາເຈົ້າໄດ້ຈັບກຸມ ພວກຕ້ອງສົງໄສທີ່ກະທໍາຜິດໃນການໃຊ້ອິນເຕີແນັດ ຫລາຍກວ່າ 10 ພັນຄົນ ແລະກໍໄດ້
ລົບລ້າງຂໍ້ຄວາມ ທີ່ຂຽນລົງ​ໃນອິນເຕີແນັດ “ທີ່ສ້າງຄວາມເສຍຫາຍ” 3.2 ລ້ານອັນ ນັບ
ຕັ້ງແຕ່ການປຸກລະດົມ ຕໍ່ຕ້ານການກໍ່ອາດຊະຍາກໍາທາງອິນເຕີແນັດ ຢ່າງກ້ວາງຂວາງ
​ໄດ້​ເລີ້ມ​ຂຶ້ນໃນເດືອນມີນາ ປີນີ້ເປັນຕົ້ນມາ.