ຈີນ ສົ່ງຄືນ ເຮືອດຳນໍ້າ ບໍ່ມີຄົນຂັບ ໃຫ້ ສຫລ

ສະມາຊິກຄົນເຮັດວຽກຢູ່ເທິງເຮືອ VOS Raasay ດຶງເອົາເຮືອດຳນ້ອຍ ຂອງທະຫານເຮືອ ສະຫະລັດ ແລະ ອັງກິດ ທີ່ເຂົ້າຮ່ວມ ໃນການຊ້ອມຮົບ ທີ່ບໍ່ມີຄົນຂັບ ຢູ່ນອກຊາຍພາກຕາເວັນຕົກສຽງເໜືອ ຂອງປະເທດ ສກັອດແລນ.

ໃນວັນອັງຄານມື້ນີ້ ຈີນ ໄດ້ສົ່ງຄືນເຮືອດຳນ້ຳບໍ່ມີຄົນຂັບ ຫຼື ໂດຣນ ຂອງ ສະຫະລັດ ທີ່ພວກ ເຂົາເຈົ້າຍຶດ​ເອົາ​ໃນເຂດ​ນ່ານນ້ຳ​ສາກົນ ຢູ່ທະເລຈີນໃຕ້ໃນສັບປະດາທີ່ຜ່ານມາ.

ໂຄສົກທຳນຽບຫ້າແຈ ທ່ານ Peter Cook ໄດ້ກ່າວວ່າ ການສົ່ງຄືນມີ​ຂຶ້ນຢູ່ໃນບໍລິເວນດຽວ ກັບບ່ອນທີ່ ຈີນ ໄດ້ເອົາໂດຣນຂຶ້ນມາ, ເຊິ່ງມັນໄດ້ທຳການວັດແທກຄວາມເຄັມຂອງນ້ຳ ແລະ ລະດັບອຸນຫະພູມຂອງທະເລ.

ທ່ານ Cook ໄດ້ກ່າວໃນຖະແຫຼງການສະບັບໜຶ່ງວ່າ “ເຫດການນີ້ແມ່ນຂັດກັບກົດໝາຍ ສາກົນ ແລະ ມາດຕະຖານຂອງຄວາມເປັນມືອາຊີບ ​ໃນ​ການ​ປະຕິບັດ​ຕໍ່​ກັນ ລະຫວ່າງ ບັນດາກອງທັບເຮືອ ໃນທະເລ. ສະຫະລັດ ໄດ້ຊີ້​ແຈງເລື່ອງດັ່ງກ່າວກັບ ຈີນ ຜ່ານຊ່ອງ ທາງການທູດ ແລະ ການທະຫານຢ່າງເໝາະສົມ, ແລະ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າ ໜ້າທີ່ ຈີນ ເຮັດວຽກຕາມພັນທະໜ້າທີ່ຂອງພວກເຂົາເຈົ້າພາຍໃຕ້ກົດໝາຍສາກົນ ແລະ ລະງັບຄວາມພະຍາຍາມທີ່ຈະຂັດຂວາງກິດຈະກຳທີ່ຖືກກົດໝາຍຂອງ ສະຫະລັດ ໃນ ຄັ້ງຕໍ່ໄປ.”

ກະຊວງປ້ອງກັນປະເທດຂອງ ຈີນ ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ການສົ່ງຄືນໄດ້ສຳເລັດ ລົງ “ດ້ວຍ​ຄວາມຮຽບຮ້ອຍ” ຫຼັງຈາກ “ການປຶກສາຫາລືທີ່ເປັນມິດ” ລະຫວ່າງທັງສອງ ປະເທດ.

ກະຊວງປ້ອງ​ກັນ​ປະ​ເທດ​ຈີນໄດ້ກ່າວກ່ອນໜ້ານີ້ວ່າ ເຮືອລຳໜຶ່ງຂອງພວກເຂົາເຈົ້າໄດ້ ພົບເຫັນ “ເຄື່ອງມືທີ່ບໍ່ສາມາດລະບຸໄດ້” ຢູ່ໃນທະເລ ແລະ ໄດ້ດຶງມັນຂື້ນມາເພື່ອ “ຄວາມ ປອດໄພຂອງການເດີນເຮືອ.”

ເຫດການດັ່ງກ່າວໄດ້ສ້າງຄວາມເປັນຫ່ວງຄັ້ງໃໝ່ໃນ ວໍຊິງຕັນ ແລະ ບັນດາພັນທະມິດໃນ ເອເຊຍ ກ່ຽວກັບ ການມີໜ້າຫຼາຍຂຶ້ນຂອງກອງທັບ ຈີນ ໃນທະເລຈີນໃຕ້, ແລະ ພວກນັກ ວິຈານເອີ້ນວ່າ ເປັນການຕອບໂຕ້ທີ່ຮຸນແຮງຂອງ ຈີນ ເພື່ອແຂ່ງຂັນອ້າງເອົາກຳມະສິດ ທາງທະ​ເລຢູ່ໃນພາກພື້ນ.

ປະເທດ ບຣູໄນ, ຟີລິບປິນ, ຫວຽດນາມ ແລະ ມາເລເຊຍ ຕ່າງກໍໄດ້ອ້າງເອົາສິດທິ​ໃນ​ການ​ຂຸດ​ຄົ້ນແຮ່ທາດ ແລະການຫາປາຢູ່ພາກພື້ນດັ່ງ ກ່າວ, ແລະ ການອ້າງກຳມະສິດຫຼາຍຢ່າງ ນັ້ນແມ່ນກວມກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ