ຂະຫຍາຍຕົວຂອງເສດຖະກິດຂອງຈີນ ໄດ້ຊັກຊ້າລົງ ຮອດ 6.7 ເປີເຊັນ ໃນໄຕມາດ ທຳອິດ ຂອງປີ 2016 ຊຶ່ງເປັນຈັງຫວະທີ່ຕ່ຳທີ່ສຸດທີ່ເຄີຍເຫັນມາ ນັບຕັ້ງແຕ່ ວິກິດການ ດ້ານການເງິນ ທີ່ສູງສຸດໃນໂລກ ເມື່ອ 7 ປີກ່ອນ.
ສື່ມວນຊົນຂອງທາງການ ໄດ້ລາຍງານໃນວັນສຸກມື້ນີ້ວ່າ ຍອດຜະລິດຕະພັນລວມ ພາຍ ໃນປະເທດ ເພີ້ມຂຶ້ນ 6.7 ເປີເຊັນ ເມື່ອປຽບທຽບໃສ່ປີກ່ອນ ໂດຍມີມູນຄ່າ ເຖິງ 2 ພັນ 4 ຮ້ອຍຕື້ໂດລາ.
ກົມສະຖິຕິແຫ່ງຊາດ ໄດ້ລາຍງານວ່າ ອັດຕາການຂະຫຍາຍຕົວ ໄດ້ແຄບເຂົ້າ ຈາກ 6.8 ເປີເຊັນ ຂອງໄຕມາດກ່ອນ. ແຕ່ການກະປະເມີນໃໝ່ ແມ່ນຢູ່ພາຍໃນຂອບເຂດ ການຄາດ ໝາຍຂອງລັດຖະບານ ທີ່ຈະເຮັດໃຫ້ເສດຖະກິດ ກ້າວໄປຕາມເສັ້ນທາງ ຕາມເປົ້າໝາຍ ທີ່ໄດ້ວາງໄວ້ຢ່າງເປັນທາງການ ຈາກ 6.5 ຫາ 7 ເປີເຊັນ ໃນລະຍະນຶ່ງປີເຕັມ.
ນີ້ແມ່ນການຂະຫຍາຍຕົວທີ່ຊ້າທີ່ສຸດ ໃນໄຕມາດທຳອິດ ທີ່ເຄີຍເຫັນ ໃນເສດຖະກິດຂອງ ຈີນ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ ໃນເວລາ ການຂະຫຍາຍຕົວ ແມ່ນໄດ້ຖືກວັດແທກ ຢູ່ທີ່ ພຽງ 6.2 ເປີເຊັນເທົ່ານັ້ນ.
ທາງການຈີນ ໄດ້ຮັບມືສະພາບການດັ່ງກ່າວໂດຍການຕັດອັດຕາດອກເບ້ຍ ແລະການລົງ ທຶນໃນວຽກງານດ້ານສາທາລະນະ ໂດຍຫວັງທີ່ຈະລຸດຜ່ອນ ການເພິ່ງພາອາໄສ ຕໍ່ການ ຜະລິດ ແລະ ການສົ່ງອອກສິນຄ້າ ຂອງປະເທດ.
Your browser doesn’t support HTML5
China Economy