ຈີນ ປະຕິເສດ ບໍ່ໃຫ້ກຳປັ່ນລົບ ສະຫະລັດ ແລ່ນຜ່ານ ທະເລຈີນໃຕ້

ກຳປັ່ນລົບຂອງກອງທັບເຮືອ ສະຫະລັດ ແມ່ນເຫັນໄດ້ ຈາກຫ້ອງຄວບຄຸມ ຂອງກຳປັ່ນພິຄາດ ຕິດລູກສອນໄຟນຳວິຖີ USS Spruance, ຢູ່ໃນທະເລຈີນໃຕ້, ວັນທີ 17 ຕຸລາ 2016, ໃນພາບນີ້ ທີ່ສະໜອງໂດຍ ກອງທັບເຮືອສະຫະລັດ.

ຈີນ​ໄດ້​ສະ​ແດງ​ການ​ຄັດ​ຄ້ານ ຕໍ່​ການ​ແລ່ນ​ຜ່ານ ຂອງ​ກຳ​ປັ່ນ​ລົບ​ສະ​ຫະ​ລັດສອງລຳ ໃກ້ໆ​
ໝູ່​ເກາະ​ໝູ່ດອນ​ ທີ່​ຍັງ​ເປັນ​ບັນ​ຫາ​ໂຕ້​ແຍ້ງ ໃນ​ທະ​ເລ​ຈີນ​ໃຕ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ທ່ານ​ເກັງ ຊວງ (Geng Shuang) ກ່າວ​ວ່າ
ກຳ​ປັ່ນ​ລົບ​ທັງ​ສອງ ໄດ້​ແລ່ນ​ເຂົ້າ​ໄປ​ໃນ​ເຂດ​ນ່ານ​ນ້ຳ​ຂອງ​ຈີນ ໂດຍ​ບໍ່​ໄດ້​ຮັບອະ​ນຸ​ຍາດ.

ທ່ານ​ກ່າວ​ວ່າ ກຳ​ປັ່ນ​ລົບ​ທອງ​ສອງ ໄດ້​ລະ​ເມີດ​ຕໍ່​ອະ​ທິ​ປະ​ໄຕ​ຂອງ​ຈີນ ໃນ​ຂະ​ນະ​
ດຽວ​ກັນ ກໍ​ເປັນ​ໄພ​ຂົ່ມ​ຂູ່​ ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ແລະ “ລະ​ບຽບ​ການ​ທີ່​ດີ ທີ່​
ກ່ຽວ​ຂ້ອງ​ທາງ​ທະ​ເລ”
ນຳ​ດ້ວຍ.

ຈີນ​ໄດ້​ຂະ​ຫຍາຍ​ການ​ຄວບ​ຄຸມ​ຂອງ​ຕົນ ໄປ​ທົ່ວ​ບໍ​ລິ​ເວນ​ສ່ວນ​ໃຫຍ່​ຂອງ​ທະ​ເລ​ຈີນ​ໃຕ້
ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ໂດຍ​ໄດ້​ສ້າ​ງ​ຄ້າຍ​ທະ​ຫານ ແລະ​ສ​ະ​ໜາມບິນ​ໃສ່​
ເກາະ​ດອນ ແລະ​ເກາະ​ຫີນ​ນ້ອຍໆ​ທັງ​ຫຼາຍ. ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ
ໄດ້​ຕອບ​ໂຕ້​ດ້ວຍ​ການ​ຊ້ອມ​ລົບ ​ກ່ຽວ​ກັບ​ອິດ​ສະ​ຫຼະ​ພາບ ​ໃນ​ການ​ເດີນເຮືອ ໃກ້ໆ​ເຂດ
​ທີ່​ຈີນ​ອ້າງ​ເອົາ​ກຳ​ມະ​ສິດ ທີ່​ຍັງ​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່ ເພື່ອ​ຄ້ຳ​ປະກັນ ​ບໍ່​ໃຫ້​ຈີນ​ປິດ​ ຫຼື
​ຂັດ​ຂວາງ​ການ​ສັນ​ຈອນ​ໄປ​ມາ​ທາງ​ທະ​ເລ ແລະ​ທາງ​ອາ​ກາດ.

ອົງ​ການ​ຂ່າວ​ຣອຍ​ເຕີ້ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ກອງ​ທັບ​ສ​ະ​ຫະ​ລັດ ທີ່​ກ່າວ​ວ່າ ກຳ​ປັ່ນ​
ທັງ​ສອງ​ແມ່ນ​ພົວ​ພັນ “ການ​ແລ່ນ​ຜ່ານ​ທຳ​ມະ​ດາ” ເພື່ອ​ທ້າ​ທາຍ​ຕໍ່ “ການອ້າງ​ກຳ​ມະ​ສິດ
​ເກີນ​ຂອບ​ເຂດ ແລະ​ກີດກັ້ນ​ການ​ເຂົ້າ​ເຖິງ​ ເຂດ​ນ່ານ​ນ້ຳ​ຕ່າງໆ”
ຂອງ​ຈີນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ