ຈີນ ສົ່ງເຮືອບິນຮົບ ໄປເກາະ Woody ທີ່ມີຄວາມຂັດແຍ້ງກັນ ໃນທະເລຈີນໃຕ້

ໜ່ວຍລາດຕະເວນທາງທະເລ ກອງທັບປົດປ່ອຍ ປະຊາຊົນຈີນ ທີ່ເກາະ Woody ໃນໝູ່ເກາະ Paracel ເຂດທະເລຈີນໃຕ້ ເຊິ່ງເປັນທີ່ຮູ້ຈັກກັນ ໃນຊື່ເກາະ Xisha ໃນປະເທດຈີນ. 29 ມັງກອນ, 2016.

ປະເທດ ຈີນ ອີກຄັ້ງໜຶ່ງໄດ້ສົ່ງເຮືອບິນຮົບຂອງພວກເຂົາເຈົ້າໄປ ເກາະທີ່ຄວາມຂັດແຍ້ງກັນ, ບ່ອນທີ່ໃນຕົ້ນເດືອນນີ້ ພວກເຂົາເຈົ້າ ໄດ້ສົ່ງລູກ ສອນ​ໄຟທີ່ຍິງຈາກພື້ນດິນສູ່ອາກາດ ແລະ ປະກົດວ່າ ຈະສ້າງລະບົບ ເຣດາ ທີ່ມີຄວາມທັນສະໄໝດ້ວຍ, ອີງຕາມເຈົ້າ ໜ້າທີ່ ສະຫະລັດ.

ບັນດາເຈົ້າໜ້າທີ່ໃນນະຄອນຫຼວງ ວໍຊິງຕັນ ໄດ້ກ່າວຕໍ່ບັນດານັກ ຂ່າວໂດຍບໍ່ຂໍອອກຊື່ ໃນຕອນຄ່ຳຂອງວັນອັງຄານວານນີ້ວ່າເຮືອ ບິນຮົບເກືອບ 10 ລຳ ທີ່ປະກອບດ້ວຍເຮືອບິນ Shenyan J-11 ແລະ ເຮືອບິນ Xian JH-7 ໄດ້ຖືກພົບເຫັນຢູ່ເກາະ Woody ໃນໝູ່ ເກາະParacel ​ໃນ​ເຂດທະເລ ຈີນໃຕ້ ນັ້ນ.

ການວິເຄາະຮູບພາບຖ່າຍຈາກດາວທຽມ ໂດຍບໍລິສັດ ສືບລັບດ້ານພູມ ສາດການເມືອງ Stratfor ສະແດງໃຫ້ເຫັນທີ່ດິນທັງໝົດ, ຕຶກອາຄານ ແລະ ການຂະຫຍາຍທາງການທະຫານໂດຍ ຈີນ ໃນເກາະ Woody ໃນທະເລ ຈີນໃຕ້.

ທູດ ສະຫະລັດ ປະຈຳສະມາຄົມປະຊາຊາດແຫ່ງເອເຊຍຕາເວັນ ອອກ ສຽງໃຕ້ຫຼືອາ​ຊ່ຽນ, ທ່ານນາງ Nina Hachigian ໄດ້ກ່າວຕໍ່ ບັນດານັກຂ່າວໃນວັນພຸດມື້ນີ້ວ່າ “ພວກເຮົາມີຄວາມເປັນຫ່ວງ ຫຼາຍຢ້ານວ່າ ການ ເຄື່ອນໄຫວດັ່ງກ່າວນີ້ແມ່ນກຳລັງເພີ່ມທະວີ ຄວາມເຄັ່ງຕຶງຢູ່ໃນພາກພື້ນ ແລະ ​ເປັນອັນຕະລາຍ.”

ການພົບເຫັນເຮືອບິນຮົບ ມີ​ຂຶ້ນຫຼັງຈາກການຕິດຕັ້ງລູກ​ສອນ​ໄຟທີ່ ຍິງຈາກພື້ນດິນສູ່ອາກາດ HQ-9 ໃສ່ເທິງເກາະທີ່ມີເນື້ອທີ່ 210 ເຮັກຕາ, ທີ່​ຈີນ​ເອີ້ນວ່າເກາະ Yongxing ແລະ ຫວຽດນາມ​ ເຊິ່ງ ພວກເຂົາເຈົ້າກໍໄດ້ອ້າງເອົາກຳມະສິດຂອງເກາະນີ້ເຊັ່ນກັນ ເອີ້ນວ່າ​ເກາະ Phu Lam.

Your browser doesn’t support HTML5

Kerry Slams China on Militarization of South Sea Island