ລັດຖະມົນຕີກະຊວງການຕ່າງປະເທດຂອງໄທ ຢືນຢັນວ່າ ທາງການຈີນໄດ້ຍຸຕິແຜນການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງແລ້ວ ເພາະຮັບຮູ້ເຖິງຄວາມກັງວົນຂອງປະຊາຊົນຕໍ່ການລະເບີດແກ້ງຫີນ. ຊົງລິດໂພນເງິນ ມີລາຍລະອຽດກ່ຽວກັບເລື້ອງນີ້ ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງລາຍງານກ່ຽວກັບການຍົກເລີກແຜນການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງ
ທ່ານ ດອນ ປະມັດທະວິໄນ, ລັດຖະມົນຕີກະຊວງການຕ່າງປະເທດຂອງໄທ ໃຫ້ການຢືນຢັນວ່າ ທາງການຈີນໄດ້ສະແດງທ່າທີ ເຫັນດ້ວຍກັບການສະເໜີຂອງທາງການໄທ ກ່ຽວກັບການຂໍໃຫ້ຢຸດແຜນການຂະຫຍາຍເສັ້ນທາງເດີນເຮືອຂົນສົ່ງສິນຄ້າໃນແມ່ນ້ຳຂອງ ທີ່ເຊື່ອມຕໍ່ລະຫວ່າງ ຈີນ-ພະມ້າ-ລາວ-ໄທ ໃນໂອກາດທີ່ທ່ານ ຫວັງ ອີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເດີນທາງມາໄທເມື່ອບໍ່ນານມານີ້ ໂດຍທາງການຈີນຮັບຮູ້ເຖິງຄວາມກັງວົນຂອງປະຊາຊົນລາວ-ໄທ-ພະມ້າ ທີ່ມີຕໍ່ຜົນກະທົບ ທີ່ຈະເກີດຈາກການລະເບີດແກ້ງຫີນ ເພື່ອຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງດັ່ງກ່າວ.
ກ່ອນໜ້ານີ້ ຄະນະລັດຖະບານໄທ ກໍໄດ້ມີມະຕິຕົກລົງໃຫ້ການສະໜັບສະໜຸນແຜນການຂະຫຍາຍເສັ້ນທາງເດີນເຮືອໃນແມ່ນ້ຳຂອງຕາມການສະເໜີຂອງທາງການຈີນແລ້ວ ແຕ່ວ່າ ພົນເອກປະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີໄທ ກໍໄດ້ໃຫ້ການຢືນຢັນວ່າ ມະຕິຕົກລົງດັ່ງກ່າວ ບໍ່ແມ່ນການຕົກລົງໃຫ້ທໍາການລະເບີດ ແລະເຄື່ອນຍ້າຍແກ້ງຫີນອອກໄປຈາກເສັ້ນທາງເດີນເຮືອ ແຕ່ຢ່າງໃດ. ຫາກແຕ່ ເປັນການເຫັນຊອບໃຫ້ດຳເນີນການສຶກສາ-ສຳຫລວດ ທັງຜົນປະໂຫຍດ ແລະຜົນກະທົບຢ່າງຮອບດ້ານກ່ອນທີ່ຈະຕັດສິນໃຈໃນຂັ້ນຕໍ່ໄປ.
ເຖິງແມ່ນວ່າແກ້ງຫີນທີ່ຢູ່ໃນເຂດແດນ ໃນແມ່ນໍ້າຂອງລະຫວ່າງລາວກັບໄທນັ້ນ ບໍ່ແມ່ນເຂດອະທິປະໄຕຂອງໄທກໍຕາມ ຫາກແຕ່ເປັນເຂດອະທິປະໄຕຂອງລາວ ຕາມທີ່ໄດ້ມີການກໍານົດໄວ້ໃນສົນທິສັນຍາ ລະຫວ່າງສະຫຍາມກັບຝຣັ່ງ ໃນອະດີດ ແຕ່ເນື່ອງຈາກວ່າແກ້ງຫີນທີ່ຈະຕ້ອງທໍາການລະເບີດເພື່ອເຄື່ອນຍ້າຍມັນອອກໄປຈາກເສັ້ນທາງເດີນເຮືອນັ້ນ ຈະສົ່ງຜົນກະທົບແນວໃດຕໍ່ຮ່ອງນ້ຳເລິກ ທີ່ເປັນເຂດແດນລະຫວ່າງລາວ-ໄທໃນແມ່ນໍ້າຂອງນັ້ນ ຍ່ອມເປັນບັນຫາທີ່ຈະກະທົບຕໍ່ເຂດແດນໃນແມ່ນ້ຳຂອງລະຫວ່າງ-ໄທ ຢ່າງຫລີກລ້ຽງບໍ່ໄດ້ ດັ່ງທີ່ທ່ານນິວັດ ຮ້ອຍແກ້ວ, ແກນນຳເຄືອຂ່າຍປະຊາຊົນໄທ ຮັກແມ່ນ້ຳຂອງໄດ້ໃຫ້ການຢືນຢັນວ່າ:
“ສິ່ງນຶ່ງທີ່ມັນມີຄວາມຊັດເຈນກໍຄື ກະແສນ້ຳນີ້ ມັນເຣວຂຶ້ນ ເພາະວ່າ ຕະຫລິ່ງມັນພັງມາກຂຶ້ນ ເພາະຄຸນໄປປ່ຽນຣ່ອງນ້ຳ ຊຶ່ງທາງນ້ຳກໍຈະປ່ຽນ ກໍທຳໃຫ້ເກີດການພັງທະລາຍຂອງຕະຫລິ່ງມາກຂຶ້ນ ແລ້ວກໍສິ່ງສຳຄັນ ກໍຄື ຫລັງຈາກທີ່ມັນມີການລະເບີດຂ້າງບົນແລ້ວໆ ກໍເກີດຜົນກະທົບຈາກການເດີນເຮືອ ເພີ້ມມາກຂຶ້ນ ເຊັ່ນ ຄາບນ້ຳມັນ, ສິ່ງປະຕິກູນ, ເລື່ອງຂະຫຍະມູນຝອຍ ອະໄຣຕ່າງໆ ຜົມຄິດວ່າ ເລື້ອງຄວາມໝັ້ນຄົງ, ເລື້ອງເຂດແດນອະທິປະໄຕ ກໍເປັນເລື້ອງສຳຄັນ. ເພາະສະນັ້ນ ຖ້າຍັງປ່ອຍໃຫ້ມີການລະເບີດເກາະແກ້ງ, ຂຸດຮ່ອງນ້ຳເນ້ຍ ຜົມວ່າ ມີຜົນກະທົບ ຕໍ່ເຂດແດນອະທິປະໄຕແນ່ນອນ.”
ແກ້ງຄອນຜີຫລົງທີ່ຢູ່ຊາຍແດນລະຫວ່າງລາວ-ໄທ ໃນແມ່ນ້ຳຂອງ
ໂດຍສະເພາະແມ່ນແກ້ງຄອນຜີຫລົງທີ່ຕັ້ງຢູ່ໃນແມ່ນໍ້າຂອງ ລະຫວ່າງແຂວງບໍ່ແກ້ວ
ຂອງລາວ ກັບຈັງຫວັດຊຽງຣາຍຂອງໄທນັ້ນ ຍັງເຮັດໃຫ້ທາງການລາວ-ໄທ ຢ້ານວ່າ
ການລະເບີດແກ່ງດັ່ງກ່າວນີ້ ຈະສົ່ງຜົນກະທົບຕໍ່ຮ່ອງນໍ້າເລິກ ທີ່ເປັນເສັ້ນແບ່ງເຂດແດນ
ໃນແມ່ນໍ້າຂອງລະຫວ່າງລາວ-ໄທ ຊຶ່ງຍັງບໍ່ໄດ້ຕົກລົງປັກປັນເຂດແດນຮ່ວມກັນເທື່ອ. ສ່ວນ
ເຄືອຂ່າຍອະນຸລັກນັ້ນ ກໍຢ້ານວ່າ ຈະສົ່ງຜົນກະທົບຕໍ່ສິ່ງແວດລ້ອມທຳມະຊາດ ສັດນໍ້າ
ແລະປະຊາຊົນລາວ-ໄທ ຢ່າງກວ້າງຂວາງອີກດ້ວຍ.
ການເດີນເຮືອໃນແມ່ນໍ້າຂອງເປັນການຕົກລົງຮ່ວມກັນ ລະຫວ່າງ ລັດຖະບານຈີນ-ພະມ້າ-ລາວ -ໄທ ທີ່ມີການລົງນາມໃນຂໍ້ຕົກລົງຮ່ວມກັນ ໃນວັນທີ 20 ເມສາ 2000 ແລະໄດ້ດຳເນີນການລະເບີດແກ້ງຫີນ 20 ແຫ່ງ ໃນຊ່ວງປີ 2000-2003 ຈາກເມືອງຊຽງຮຸ່ງ ມາເຖິງເຂດສາມຫລ່ຽມຄຳ ທີ່ເປັນເຂດແດນໃນແມ່ນໍ້າຂອງ ລະຫວ່າງ ພະມ້າ-ລາວ-ໄທ ແລະໄດ້ເລີ້ມການເດີນເຮືອຂົນສົ່ງສິນຄ້າ ແລະໂດຍສານຈາກຈີນ ມາຍັງເຂດສາມຫລ່ຽມຄຳນັບຈາກປີ 2003 ເປັນຕົ້ນມາ.
ທັງນີ້ ເປັນການເຊື່ອມຕໍ່ລະຫວ່າງທ່າເຮືອ 14 ແຫ່ງດ້ວຍກັນ ຊຶ່ງແບ່ງເປັນ 4 ແຫ່ງໃນຈີນ, 6 ແຫ່ງໃນລາວ, 2 ແຫ່ງໃນມຽນມາ ແລະ 2 ແຫ່ງໃນໄທ. ແຕ່ວ່າ ການເດີນເຮືອ ກໍຍັງບໍ່ເຊື່ອມຕໍ່ໄປເຖິງທ່າເຮືອປາຍທາງທີ່ຫລວງພະບາງຂອງລາວໄດ້ເລີຍ ເນື່ອງຈາກມີແກ້ງຫີນຂະໜາດໃຫຍ່ທີ່ຂວາງກັ້ນເສັ້ນທາງເດີນເຮືອ ແລະການເດີນເຮືອຈະສາມາດປະຕິບັດໄດ້ ກໍດ້ວຍການລະເບີດແກ້ງອອກໄປເທົ່ານັ້ນ.