ຫົວໜ້າປະທ້ວງໃນຈີນ ຖືກແຕ່ງຕັ້ງ ໃຫ້ເປັນນາຍບ້ານ

  • ສິງ ບູຣົມມະວົງ

ນາຍ Lin Zuluan ຜູ້ຕາງໜ້າບ້ານ Wukan ໃນແຂວງກວາງຕຸ້ງ ໃນພາກໃຕ້ຂອງຈີນ. ວັນທີ 17 ມັງກອນ 2012.

ຊາຍ​ຄົນ​ນຶ່ງ​ທີ່ເຄີຍ​ເປັນ​ຜູ້​ນໍາພາ​ໃນ​ການ​ປະ​ທ້ວງ​ຂອງ​ປະຊາຊົນ​ຕໍ່​ຕ້ານການ​ຍຶດ​ເອົາທີ່​ດິນ​ໃນ​ບ້ານ​ແຫ່ງ​ນຶ່ງ​ໃນ​ພາກ​ໃຕ້​ຂອງ​ຈີນ ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຫົວໜ້າ​ບ້ານ ອັນ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ບໍ່​ສູ້​ມີ​ຂຶ້ນໂດຍ​ລັດຖະບານ​ຈີນ.

ອົງການ​ຂ່າວ​ຊິນ​ຫົວ​ທາງ​ການ​ຈີນກ່າວ​ວ່າ ນາຍ Lin Zuluan ​ໄດ້ ຂຶ້ນ​ເປັນ​ຫົວໜ້າ​ພັກຄົນ​ໃໝ່​ປະ​ຈໍາບ້ານ Wukan ​ໃນ​ແຂວງ​ກວາງຕຸ້ງ​ໃນ​ພາກ​ໃຕ້​ຂອງ​ຈີນ ​ແລະ​ກ່າວ​ຕື່ມ​ວ່າ ນາຍ Lin ຈະ​ຊ່ອຍ​ຈັດການ​ເລືອກ​ຕັ້ງ​ເອົາ​ຄະນະ​ກໍາມະການໃໝ່ປະ​ຈໍາ​ໝູ່​ບ້ານ​ດັ່ງກ່າວ.

ນາຍ Lin ​ເປັນ​ນຶ່ງ​ໃນ​ບັນດາ​ຜູ້​ນໍາ​ໃນ​ການ​ປະ​ທ້ວງ​ເປັນ​ເວລາ​ຫລາຍ​ສັບ ປະດາ​ທີ່​ບ້ານ Wukan ທີ່​ພວກ​ຊາວບ້ານ​ພາກັນ​ຮຽກຮ້ອງ​ໃຫ້​ຍຸດຕິການສໍ້​ລາດ​ບັງ​ຫລວງ​ໃນ​ລັດຖະບານ​ປະ​ຈໍາ​ທ້ອງ​ຖິ່ນ ​ແລະ​ການ​ຍຶດ​ເອົາທີ່​ດິນຂອງ​ຊາວບ້ານ​ຢ່າງ​ຜິດ​ກົດໝາຍ​ນັ້ນ. ການ​ປະ​ທ້ວງ​ດັ່ງ​ກ່າວ​ໄດ້​ລະ​ເບີດ​ຂຶ້ນ​ໃນ​ເດືອນ​ທັນວາ​ແລ້ວ​ນີ້ ​ເວລາຜູ້ນຳຊາວ​ບ້ານ​ຄົນ​ນຶ່ງໃນ​ຄະນະ​ນໍາພາຂອງບ້ານ​ດັ່ງກ່າວ​ເສຍ​ຊີວິດ ລະຫວ່າງ​ຖືກ​ຕໍາຫລວດ​ຄຸມ​ຂັງ​ນັ້ນ.

ຫລັງ​ຈາກ​ນັ້ນ​ພວກ​ຊາວບ້ານ​ພາກັນ​ສ້າງຕັ້ງ​ ​ສິ່ງ​ກີດຂວາງ​ຂຶ້ນ​ອ້ອມ​ບ້ານແລະ​ຮຽກຮ້ອງ​ໃຫ້​ປ່ອຍ​ໂຕ​ພວກ​ຜູ້​ນໍາ​ປະ​ຈໍາ​ບ້ານ​ຫລາຍ​ຄົນ​ທີ່​ຖືກຂັງ​ຄຸກ​ນັ້ນ.

ໃນ​ການ​ຕອບ​ສະໜອງ​ທີ່​ບໍ່​ສູ້​ມີ ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ​ຈີນ​ໄດ້​ເອີ້ນຄໍາ​ຮຽກຮ້ອງ​ຂອງ​ປະຊາຊົນ​ນັ້ນ​ມີ​ເຫດ​ມີຜົນ​ແລະ​ໄດ້​ປ່ອຍ​ພວກ​ຜູ້ນຳ​ໃນບ້ານ​ທັງ​ໝົດ.

ການ​ປະ​ທ້ວງ​ຕ່າງໆ​ໃນ​ຈີນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ ​ເລື່ອງ​ມົນ​ລະ​ພາວະ ​ເລື້ອງ​ຄ່າ​ຈ້າງ​ເງິນ​ເດືອນແລະ​ການ​ຍຶດ​ເອົາ​ທີ່​ດິນ​ໄດ້​ກາຍ​ມາ​ເປັນ​ເລື້ອງ​ທໍາ​ມະ​ດາ​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ປີຜ່ານມາ ອັນ​ເປັນ​ພາກສ່ວນ​ນຶ່ງ​ທີ່​ພວກ​ນັກວິ​ເຄາະ​ເຫດການ​ກ່າວ​ວ່າຍ້ອນ​ການ​ເຕີບ​ໂຕຂຶ້ນ​ຢ່າງ​ໄວ​ໃນການໃຊ້ internet ​ຢູ່​ຈີນ​ນັ້ນ.