ປະທານປະເທດຈີນ ສັນຍາ ຈະສ້າງ ສາຍພົວ​ພັນ ທີ່ເຂັ້ມແຂງຂຶ້ນ ກັບເວເນຊູເອລາ (ສະໄລດ໌/ວີດີໂອ)

ປະທານປະເທດຈີນ ທ່ານ Xi Jinping (ຊ້າຍ) ແລະ ປະທານາທິບໍດີເວເນຊູເອລາ ທ່ານ Nicolas Maduro ພ້ອມກັນຕົບມືຊົມເຊີຍ ໃນກອງປະຊຸມທີ່ທຳນຽບ Miraflores ຢູ່ນະຄອນຫລວງ Caracas ເມື່ອວັນທີ 20 ກໍລະກົດ 2014.

ປະທານ​ປະ​ເທດ​ຈີນ ທ່ານ Xi Jinping ​ທີ່​ກຳລັງຢ້ຽມຢາມ
​ເວ​ເນ​ຊູ​ເອ ລາຢູ່ນັ້ນ ໄດ້​ກ່າວ​ຕໍ່ ປະທານາທິບໍດີ​ເວ​ເນ​ຊູ​ເອລາ
ທ່ານ Nicolas Maduro ວ່າ ພວກທ່ານ​ຈະທຳ​ງານຮ່ວມ​ກັນ
​ເພື່ອຈັດຕັ້ງ​ຄວາມ​ເປັນ​ພັນທະ​ມິດ​ຮອບດ້ານ ລະຫວ່າງ​ສອງ​
ປະ​ເທດ.

ຄຳ​ຖະ​ແຫລ​ງດັ່ງກ່າວໄດ້​ມີ​ຂຶ້ນ ເມື່ອ​ວັນ​ອາທິດ​ວານ​ນີ້ ​ມື້​ດຽວ​ກັນ
ກັບ​ທີ່ ທ່ານ ຊີ ເດີນທາງ​ໄປ​ຮອດ​ນະຄອນຫລວງ Caracas ​
ໃນລະຍະທີ 3 ຂອງ​ການ​ເດີ​ນທາງຢ້ຽມຢາມ ອາ​ເມຣິກາ​ລາ​ຕີນ
​ເພື່ອ​ເສີມ​ສ້າງ​ສາ​ຍ ພົວພັນ​ຂອງ​ຈີນ ໃນຂົງ​ເຂດ​ນັ້ນ ໃຫ້ເຂັ້​ມ
ແຂງ​ຂຶ້ນ.

ປະທານປະເທດຈີນ ຢ້ຽມຢາມ ເວເນຊູເອລາ

ໃນ​ຂະນະ​ທີ່​ປະທານປະເທດຈີນ ຢ້ຽມຢາມເວ​ເ​ນຊູ​ເອລາຢູ່​ນັ້ນ ຄາດ​ວ່າ​ ທັງ​ສອງ​ຝ່າຍ​
ຈະລົງ​ນາມ​ໃນ​ສັນຍາຮ່ວມ​ມື​ກັນຊຸດ​ນຶ່ງ ທາງ​ດ້ານ​ການ​ເງິນ ການ​ກໍ່ສ້າງໂຄງ​ລ່າງ​ພື້ນຖານ​
ການ​ກະ​ເສດ ​ແລະ​ເທັກ​ໂນໂລ​ຈີ​ທີ່​ທັນ​ສະ​ໄໝ.

ກ່ອນ​ໄປ​ເວເນຊູ​ເອລາ ທ່ານ ຊີ ​ໄດ້​ທຳ​ການ​ຢ້ຽມຢາມ ປະ​ເທດບຣາຊີ​ລ ​ແລະອາ​ເຈັນ​ຕີ​ນາ ຢ່າງ​ເປັນ​ທາງ​ການ. ການ​ຢ້ຽມຢາມ​ອາ​ເມຣິກາ​ລາ ຕີນ​ຂອງ​ທ່ານ​ໃນ​ຄັ້ງ​ນີ້ ຍັງ​ຈະ​ພາ​ທ່ານ
ໄປຍັງ​ປະ​ເທດ​ຄິວ​ບາອີກ​ດ້ວຍ.

Your browser doesn’t support HTML5

VENEZUELA CHINA SOTVO