ເສດຖະກິດ ຈີນ ເຕີບໂຕ ຊ້າທີ່ສຸດ ນັບຕັ້ງແຕ່ປີ 2009 ເປັນຕົ້ນມາ.

ຊາຍ ຈີນ ຄົນໜຶ່ງ ເຮັດວຽກໃນຖ້າມກາງ ແຂນຫຸ່ນຍົນສີສົ້ມ ທີ່ໂຮງງານ ເທັກໂນໂລຈີ Rapoo ໃນເມືອງອຸດສາຫະກຳຈະເລີນຮຸ່ງເຮືອງ Shenzhen ທາງພາກໃຕ້ຂອງ ຈີນ.

ເສດຖະກິດ​ຂອງ ຈີນ ​ໄດ້ເໜັງຕີງ​ຢ່າງ​ຊັກ​ຊ້າ​ໃນ 3 ​ເດືອ​ນສຸດ​ທ້າຍ​ຂອງ​ປີ 2015, ແລະ ​ເຕີບໂຕ​ຂຶ້ນ​ພຽງ​ແຕ່ 6.9 ​ເປີ​ເຊັນ. ມັນ​ເປັນ​ໄລ​ຍະ​ທີ່​ອ່ອນແອ​ທີ່​ສຸດ​ສຳລັບ​ປະ​ເທດ​ທີ່​ມີ​ເສດຖະກິດ​ໃຫຍ່​ເປັນອັນ​ດັບ​ສອງ​ຂອງໂລກ ຕັ້ງ​ແຕ່​ເສດຖະກິດ​ໂລກ​ໄດ້​ຂະຫຍາຍ​ຕົວ​ຊ້າ​ລົງ​ເປັນ​ຕົ້ນ​ມາ.

ຕົວ​ເລ​ກທີ່​ໄດ້​ເປີດ​ເຜີຍ​ໃນ​ວັນ​ຈັນ​ມື້​ນີ້​ໂດຍສຳນັກງານ​ສະ​ຖິຕິ​ແຫ່ງ​ຊາດ​ຂອງ ຈີນ ​ໄດ້​ໝາຍ​ເປັນ​ຄັ້ງ​ທຳອິດ ​ອັດ​ຕາ​ການ​ຂະຫຍາ​ຍຕົວ ສຳລັບ​ຍອດ​ຜະລິດ​ຕະພັນ​ພາຍ​ໃນ​ຂອງ ຈີນ ທີ່​ໄດ້​ຕົກລົງ​ຕ່ຳ​ກວ່າ 7 ​ເປີເຊັນ​ຕັ້ງ​ແຕ່​ໄຕ​ມາດ​ທີ 2 ຂອງ​ປີ 2009, ເມື່ອ​ມັນຕົກລົງ​ເຖິງ 6.2 ​ເປີ​ເຊັນ. ທາງ​ສຳນັກງານ​ໄດ້​ກ່າວ​ວ່າ ປະລິມານ​ການ​ຜະລິດ​ຂອງ​ໂຮງ​ຈັກ​ໂຮງງານ​ເພີ່ມ​ຂຶ້ນ​ພຽງ 5.7 ​ເປີ​ເຊັນ​ໃນ​ເດືອນ​ກັນຍາ​ທີ່​ຜ່ານ​ມາ, ​ເປັນ​ສັນຍານ​ຂອງ​ເສດຖະກິດຝືດ​ເຄືອງ​ຕື່​ມອີກ.

​ເສດຖະກິດຂອງ ຈີນ ​ໄດ້ເຕີບ​ໂຕ​ຂຶ້ນ​ໃນ​ລະດັບ​ທີ່​ຊ້າ​ທີ່​ສຸ​ດ​ໃນ 25 ປີ, ຍ້ອນ​ຄວາມ​ຮຽກຮ້ອງ​ຕ້ອງການ​ສຳລັບ​ການ​ສົ່ງ​ອອກ​ທີ່​ອ່ອນ​ລົງ, ​ແລະ ທັງ​ທີ່​ວ່າ ມີ​ການ​ຕັດ​ອັດ​ຕາ​ດອກ​ເບ້ຍ​ 5 ຄັ້ງ ຕັ້ງ​ແຕ່​ເດືອນພະຈິ​ກທີ່​ຜ່ານ​ມາ ​ແລະ ​ໄດ້​ເພີ່ມ​ການ​ໃຊ້​ຈ່າຍ​ໃນ​ພື້ນຖານ​ໂຄງ​ລ່າງ. ການ​ຕົກ​ຕ່ຳຂອງຕະຫຼາດ​ຫຼັກ​ຊັບ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ ການ​ຫຼຸດ​ຄ່າເງິ​ນຢວນຂອງ​ ປັກ​ກິ່ງ ​ໄດ້ເພີ່ມ ບັນຫາ​ຂຶ້ນ​ຕື່ມ.

​ໂຄສົກ​ສຳລັບ​ສຳນັກງານ​ສະຖິຕິ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ ປັກ​ກິ່ງ ວ່າ​ເສດຖະກິດ​ກຳລັງ​ປະ​ເຊີນ​ໜ້າ​ກັບ “ຄວາມ​ກົດ​ດັນ​ໃນ​ທາງ​ລົບ” ​ໃນ​ຂະ​ນະ​ທີ່​ປະ​ເທດ​ປ່ຽນ​ແປງ​ຈາກເສດຖະກິດ ການ​ສົ່ງ​ອອກ ຫາ ​ເສດຖະກິດ​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຜູ້​ບໍລິໂພ​ກ.

ການ​ຂາຍ​ຍ່ອຍ​ໄດ້​ເພີ່ມ​ຂຶ້ນ​ໃນ​ອັດ​ຕາສະ​ເລ່ຍປະຈຳ​ປີ 10.9 ​ເປີ​ເຊັນ​ ​ໃນ​ເດືອນ​ສິງຫາ​ທີ່​ຜ່ານມາ. ການ​ລົງທຶນ​ອະສັງຫາລິມະຊັບ​, ​ເຊິ່ງວັດ​ແທກ​ຄ່າ​ໃຊ້​ຈ່າຍ​ຂອງ​ລັດຖະບານ​ໃນ​ພື້ນຖານ​ໂຄງ​ລ່າງ, ​ໄດ້​ຂະຫຍາຍ ອອກ 10.3 ​ເປີ​ເຊັນ ​ໃນ​ລະຫວ່າງ ​ເດືອນ​ມັງກອນ ຫາ ກັນຍາ​ ຂອງ​ປີ​ນີ້.